ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຜ່ານ Festival ນິງບິ່ງ - ຈາງອານ ປີ 2023

00:00 | 01/01/2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 26 ທັນວາ, ຢູ່​ເຂດ​ທ່ອງ​ທ່ຽວ​ນິເວດ ຈາງອານ (ເມືອງ​ຮ່ວາ​ລື, ແຂວງ​ນິງບິ່ງ), ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງບິ່ງ ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ງານ “ Festival ນິງ​ບິ່ງ - ຈາງອານ ຄັ້ງ​ທີ 2 ປີ 2023 ດ້ວຍ​ຫົວ​ຂໍ້​ວ່າ “ສີສັນມໍລະດົກ - ເຕົ້າໂຮມ ແລະ ແຜ່ກະຈາຍ”.

ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023” ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023”
ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023 ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ​ຮອງ​ປະທານ​ປະ​ເທດ ຫວຽດນາມ ນາງ ຫວໍ​ທິ​ແອງ​ຊວນ ​ໄດ້​ຍ້ອງຍໍ ​ແລະ ຕີ​ລາຄາ​ສູງ​​ແຂວງ ນິງບິ່ງ ພ້ອມກັບບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ທີ່ໄດ້ມີ​ບັນດາ​ການ​ເຄື່ອນ​ໄຫວປົກປັກຮັກສາ, ເຊີດຊູ, ເສີມຂະຫຍາຍ​ຄຸນຄ່າ​ບັນດາມໍລະດົກວັດທະນະທຳ, ຊັບສົມບັດອັນລ້ຳຄ່າ ​ແລະ ຄວາມ​ເອກອ້າງທະນົງໃຈ​ຂອງ​ຊາດ. ທ່ານ​ນຮອງ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ການ​ປ່ຽນ​ແປງ​ໃໝ່ Festival ​ໃນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ແຂວງ ນິງບິ່ງ ​ໃນ​ການເສີມຂະຫຍາຍບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ວັດທະນະທຳ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ, ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ.

ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຜ່ານ Festival ນິງບິ່ງ - ຈາງອານ ປີ 2023
ທ່ານຮອງ​ປະ​ທານ​ປະ​ເທດ ຫວຽດນາມ ນາງ ຫວໍ​ທິ​ແອງ​ຊວນ (ຊ້າຍ) ​ເຂົ້າ​ຮ່ວມ​ພິ​ທີ. ພາບ: ໜັງສືພິມອຸດສາຫະກຳ ແລະ ການຄ້າ.

ທ່ານ ຟ້າ​ມກວາງ​ງອກ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນິງບິ່ງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ເຫດການ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ແນ​ໃສ່​ໂຄສະນາ​ບັນດາ​ມໍລະດົກ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ປະຊາຊົນ, ເຂດດິນແດນເມືອງເກົ່າ ຮວາ​ລື ​ເວົ້າ​ສະ​ເພາະ; ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທໍາ​ຂອງ​ທ້ອງຖິ່ນ​ ແລະ​ ເຂດພາກ​ໃນ​ປະ​ເທດ ເວົ້າລວມ​.

ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຜ່ານ Festival ນິງບິ່ງ - ຈາງອານ ປີ 2023
​ພິ​ທີ​ເປີດ​ງານ “ Festival ນິງ​ບິ່ງ - ຈາງອານ ປີ 2023 ດ້ວຍ​ຫົວ​ຂໍ້​ວ່າ “ສີສັນມໍລະດົກ - ເຕົ້າໂຮມ ແລະ ແຜ່ກະຈາຍ” ພາບ: ໜັງສືພິມອຸດສາຫະກຳ ແລະ ການຄ້າ.

ພິ​ທີ​ເປີດ​ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ ແລະ ຕິດຕາມການຖ່າຍທອດສົດ. ດ້ວຍ​ລາຍການ​ສິລະ​ປະ​ທີ່​ໄດ້​ຮັບ​ການຈັດຢ່າງລະອຽດລະອໍ, ບັນດາ​ຜູ້​ຊົມ​ໄດ້ເຊື່ອມຕົວເຂົ້າ​ໃນ​ບັນດາ​ເລື່ອງ​ເລົ່າ​ທີ່​ໃກ້ຊິດ ​ແລະ ລຽບ​ງ່າຍ​ກ່ຽວ​ກັບ​ປະຊາຊົນ ​ແລະ ວັດທະນະທຳ​ທີ່ເປັນເອກະລັກສະເພາະຂອງເຂດດິນແດນ ນິງບິ່ງ , ສັນຍາລັກວັດທະນະທຳ​ຂອງ​ເມືອງເກົ່າ ຮວາລື, ຄວາມ​ງາມ​ຂອງບັນດາ​ໝູ່​ບ້ານ​ອາຊີບມູນເຊື້ອ ເເລະ ບັນດາງານບຸນ​ພື້ນ​ເມືອງ. ​ເຫດການ​ດັ່ງກ່າວ​ປະກອບສ່ວນເຊື່ອມຕໍ່ແຫຼ່ງມໍລະດົກ, ປະຫວັດສາດ​ມູນເຊື້ອ, ສິ່ງ​ທີ່​ດີງາມ​ຂອງ​ຊົນ​ນະ​ບົດສັກກະລະ​ທີ່​ດີ​ເດັ່ນ, ນັກ​ທ່ອງ​ທ່ຽວໄດ້ລົງຕົວຈິງກ່ຽວກັບ​ສີສັນ​ມໍລະດົກ​ຂອງ​ບັນດາ​ເຂດ​ມໍລະດົກ​ໃນ​ທົ່ວ​ປະ​ເທດ.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ສີສັນ 54 ຊົນເຜົ່າຫວຽດນາມ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.