ສື່ມວນ​ຊົນ ສິງ​ກະ​ໂປ: Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ 2022

09:34 | 04/12/2022

ໜັງ​ສື​ພິມ Women's Weekly ຂອງ​ສິ​ງ​ກະ​ໂປ ໄດ້​ຄັດ​ເລືອກ Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຍາມ​ທ້າຍ​ປີ 2022 ຍ້ອນ​ວ່າ ແຫ່ງ​ນີ້​ບໍ່​ພຽງ​ແຕ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖ​ນາ​ທີ່​ແນະ​ນຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ ອອກສູ່​ໂລກ​ອີກ​ດ້ວຍ.

ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ຽວຫວຽດ​ນາມ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ຽວຫວຽດ​ນາມ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ
ຊາ​ປາ​ ລອດເຂົ້າທອັບ 10 ແຫຼ່ງ​ທ່ອງ​ທ່ຽວ​ຊົມ​ຫິມະຕົກ​ທີ່​ຈັບອົກຈັບ​ໃຈ​ຢູ່​ອາ​ຊີ ຊາ​ປາ​ ລອດເຂົ້າທອັບ 10 ແຫຼ່ງ​ທ່ອງ​ທ່ຽວ​ຊົມ​ຫິມະຕົກ​ທີ່​ຈັບອົກຈັບ​ໃຈ​ຢູ່​ອາ​ຊີ
ສື່ມວນ​ຊົນ ສິງ​ກະ​ໂປ: Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ 2022
ພູ Fansipan (ພາບ: fansipanlegend).

ລະ​ອຽດ​ແມ່ນ, ບົດ​ຂຽນ​ຖື​ວ່າ Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ເຊິ່ງ​ບໍ່​ວ່າ​ແຂກ​ທ່ອງ​ທ່ຽວ​ໃດ​ມາແວ່​ຍາມ ຫວຽດ​ນາມ ກໍລ້ວ​ນ​ແຕ່ຢາກໄປ​​ພິ​ຊິດ ແລະ ​ຄົ້ນຫາ​ເທື່ອ​ໜຶ່ງ​ໃນ​ຊີ​ວິດ. ປັດ​ຈຸ​ບັນ Fansipan ໄດ້​ດຶດ​ງູດ​ແຂ​ກ​ທ່ອງ​ທ່ຽວຫຼາຍ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ທົດ​ສະ​ວັດ​ກ່ອນ. ທິ​ວທັດ​ທຳ​ມະ​ຊາດ​ໄດ້​ຮັບ​ການ​ກໍ່​ສ້າງ ແລະ ລົງ​ທຶນຫຼາຍ​ໂຄງ​ການ​ທ່ອງ​ທ່ຽວ​ໃໝ່​ຄື: ປະ​ຕູ​ສະຫວັນ, ນະ​ຄອນ​ເທິງເມກ - Fansipan Legend...

ຈຸດ​ພິ​ເສດ​ຢູ່​ຈອມ​ພູ Fansipan ແມ່ນ​ມີ​ຮູບ​ປັ້ນ​ພະ​ພຸດ​ທະ​ຮູບ. ນີ້​ແມ່ນ​ໂຄງ​ການ​ພຸດທະສາ​ສະ​ໜາ​​ທີ່​ໄດ້​ກໍ່​ສ້າງ​ຢູ່ບ່ອນ​ສູ​ງ​ທີ່​ສຸດ ຫວຽດ​ນາມ ແລະ ອາ​ຊີ​, ໄດ້​ຮັບ​ການ​ກໍ່​ສ້າງ​ຈາກ​ທອງແດງ​ນັບ​ໝຶ່ນ​ແຜ່ນ ດ້ວຍ​ນ້ຳ​ໜັກ​ປະ​ມານ 62 ໂຕນ - ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ມີ​ລັກ​ສະ​ນະ​ເຄື່ອງ​ໝາຍ​ຂອງ​ເຂດ​ພູ​ສູງ.

ນ​ອກ​ຈາກ​ພູ Fansipan, ບັນ​ຊີ​ລາຍ​ຊື່​ພູ​ຕ່າງໆ​ທີ່​ເໝາະ​ສົມ​ກັບ​ການ 'trekking' ໃນ​ໂອ​ກາດ​ທ້າຍ​ປີ ເຊິ່ງວາ​ລະ​ສານ Women's Weekly ໄດ້​ຍົກ​ອອກ​ມາ​ຍັງ​ມີ ພູ Kinabalu ຂອງ​ມາ​ເລ​ເຊຍ, ພູ Phongun ຂອງ​ມຽນ​ມາ ແລະ ພູ Rinjani ຂອງ​ອິນ​ໂດ​ເນ​ເຊຍ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.