ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII

15:36 | 07/11/2022

ຍສໝ - ຕອນຄ່ຳວັນທີ 5 ພະຈິກ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານຖະແຫຼງຂ່າວອອກສູ່ຕ່າງປະເທດໄດ້ສົມທົບກັບ ໜັງສືພິມເຍີນເຢີນ (ປະຊາຊົນ) ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງພິທີ ມອບລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ທົ່ວປະເທດ ຄັ້ງທີ VIII.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41
ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​

​ໃນ​ຈຳນວນ 112 ຜົນງານ​ດີເດັ່ນທີີ່ໄດ້ຮັບການເຊີດຊູ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ​ແລະ ບັນດາ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ສາກົນ​ໄດ້​ປະກອບສ່ວນດ້ວຍ 5 ຜົນງານ​ຄື: ລາງວັນ​ທີ 1 ມີ 1 ລາງວັນ, ລາງວັນ​ທີ 2 ມີ 1 ລາງວັນ, ລາງວັນ​ທີ 3 ມີ 2 ລາງວັນ ແລະ ລາງວັນ​ຊົມ​ເຊີຍ ມີ 1 ລາງວັນ.

ໃນນັ້ນ: ຜົນງານ "Ho Chi Minh Vida e obra do lisder da lisder da libertação nacional do Vietnã" (ໂຮ່ຈີມິນ ຊີວິດ ແລະ ພາລະກິດ ຂອງຜູ້ນຳປົດປ່ອຍຊາດຫວຽດນາມ) ໂດຍນັກປະພັນ Pedro De Oliveira - ໂຮງພິມຈໍາໜ່າຍ Anita Garibaldi (ບຣາຊິນ) ໄດ້ຮັບລາງວັນທີໜຶ່ງ. ຜົນງານ “ການພັດທະນາສາຍພົວພັນລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ອາເມລິກາລາຕິນ ແລະ Caribbean” ໂດຍນັກປະພັນ Ruvislei González Saez - ສູນຄົ້ນຄວ້ານະໂຍບາຍສາກົນ ໄດ້ຮັບລາງວັນທີສອງ.

ວາລະສານຍຸກສະໄໝ ​ໄດ້​ຮັບ​ລາງວັນ​ທີ 3 ຈຳນວນ 2 ລາງວັນ ​ສຳລັບແນວຄວາມຄິດ​ຈັດ​ຕັ້ງ​ລາຍການ​ປະ​ກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ຂອງໝູ່​ຄະນະ​ວາລະສານ ​ແລະ ຜົນງານ "Healing the wounds of the US war in Vietnam: Reconciliation and Forgiveness" (ຮຳບາດແຜ​ສົງຄາມ ​ຫວຽດນາມ-​ອາ​ເມ​ລິ​ກາ​: ໃຫ້ອະໄພ ​ແລະ ສຳນຶກຜິດ) ໂດຍກຸ່ມນັກປະພັນ: Glen MacDonald, ມາຍຫງວຽນຮົ່ງແອງ, ຫງວຽນເລຮວ່ຽນຍຸງ, ຫງວຽນທິທຸຍຮັ່ງ. ຜົນງານ “ວັດຈະນານຸກົມຫວຽດນາມ - ແອັດສະປາຍ” ຂອງນັກປະພັນ ຫວູວັນເອົາ - ໂຮງພິມຈຳໜ່າຍມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຮັບລາງວັນຊົມເຊີຍ.

ບົນດາຜົນງານຂອງ VUFO ແລະ ເພື່ອນມິດ, ຄູ່ຮ່ວມມືສາກົນ ໄດ້ເຮັດເປັນ 5 ພາສາຄື: ຫວຽດນາມ, ອັງກິດ, ລາວ, ແອັດສະປາຍ, ປອກຕຸຍການ; ໃນຫຼາຍປະເພດເຊັ່ນ: ຂໍ້ລິເລີ່ມ, ແນວຄວາມຄິດ ຜະລິດຕະພັນ ທີ່ມີຄຸນຄ່າຖະແຫຼງຂ່າວອອກສູ່ຕ່າງປະເທດ;... ໃນນັ້ນ, 3 ຜົນງານທີ່ມີການເຂົ້າ ຮ່ວມຂອງນັກປະພັນທີ່ເປັນຊາວຕ່າງປະເທດ.

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII
ທ່ານ Pedro De Oliveira ແບ່ງປັນຄວາມຮູ້ສຶກທີ່ມີຕໍ່ຫວຽດນາມ (ພາບ: ມິງກວຽດ).

ນັກ​ປະພັນ Pedro De Oliveira ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ ​ແລະ ມີຄວາມສຸກ ​ເມື່ອ​ໄດ້​ຮັບ​ລາງວັນ​ທີ 1 ດ້ວຍຜົນງານ “ໂຮ່ຈີມິນ ຊີວິດ ແລະ ພາລະກິດ ຂອງຜູ້ນຳປົດປ່ອຍຊາດຫວຽດນາມ” ​ແລະ ກ່າວ​ວ່າ ຈະ​ສືບ​ຕໍ່​ຂຽນ​ປື້ມ​ 3 ຫົວ, ໂຄສະນາ​ເຜີຍ​ແຜ່​ບັນດາ​ເຫດການ​ຂອງ​ຫວຽດນາມ, ບົດບາດ​ສຳຄັນ​ຂອງ​ຫວຽດນາມ, ​ບັນດາ​ແບບຢ່າງ​ຂອງ​ຫວຽດນາມ ​ໃນ​ໂລກ."

ຕາມ​ຄະນະ​ຈັດ​ຕັ້ງ​ການ​ປະ​ກວດ​ແລ້ວ, ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ທີ່​ສັບສົນ, ພຽງ​ແຕ່ 4 ​ເດືອນ​ເປີດ​ການປະກວດ​ລາງວັນ (​ແຕ່​ເດືອນ​ເມສາ​ຫາ​ເດືອນ​ສິງຫາ 2022), ມີ 1.172 ບົດທີ່ສົ່ງເຂົ້າ​ຮ່ວມ​ການ​ປະກວດ, ​ເພີ່ມ​ຂຶ້ນ 11% ​ເມື່ອ​ທຽບ​ໃສ່ການຈັດຄັ້ງທີ VII, ຫຼາຍທີ່ສຸດໃນບັນດາການຈັດຕັ້ງການປະກວດ. ຈຳນວນບົດປະພັນ/ຜົນງານຂອງນັກປະພັນຕ່າງປະເທດ ແລະ ຊາວຫວຽດນາມອາໄສ ຢູ່ຕ່າງປະເທດແມ່ນ 70 ບົດ.

ບັນດາບົດທີ່ສົ່ງເຂົ້າຮ່ວມການປະກວດມີເນື້ອໃນອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ໄດ້ເຂົ້າເຖິງເຕັກໂນໂລຢີສື່ສານທີ່ທັນສະໄໝ, ມີຄຸນຄ່າໂຄສະນາສື່ສານກັບຕ່າງປະເທດ, ມີລັກສະນະແຜ່ຂະຫຍາຍສູງ, ດຶງດູດຄວາມສົນໃຈຂອງປະຊາຊົນພາຍໃນ ແລະ ຕ່າງປະເທດ. ພິເສດ, ເນື້ອໃນທີ່ພົ້ນເດັ່ນຂອງບົດທີ່ສົ່ງເຂົ້າຮ່ວມການປະກວດແມ່ນສ່ອງແສງຄຳເຫັນປະກອບ, ຫາງສຽງທີ່ຕັ້ງໜ້າຂອງສາກົນກ່ຽວກັບຖານະບົດບາດ, ກຳລັງບົ່ມຊ້ອນ, ອິດທິພົນຊື່ສຽງຂອງຫວຽດນາມ ບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ; ໂຄສະນາ ແລະ ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ; ຄວາມມານະພະຍາຍາມຂອງຫວຽດນາມ ໃນການປ້ອງກັນ, ຕ້ານ ແລະ ຟື້ນຟູຫຼັງໂລກລະບາດ,...

ທີ່​ພິທີ, ຄະນະໄດ້ເຊີດຊູເປັນພິເສດເຖິງ “ປະຊາຄົມແຟນບານຊາວຫວຽດນາມ ໃນ SEA Games 31”, ​ແມ່ນ​ກຳລັງ​ທີ່​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ SEA Games 31 ທີ່ຈັດຕັ້ງຢູ່ ຫວຽດນາມ ​ແລະ ​ແນະນຳ ເພື່ອ​ໃຫ້​ໂລກ​ຮູ້ຈັກເຖິງຫວຽດນາມທີ່​ສວຍ​ງາມ, ປອດ​ໄພ, ສະ​ໜິດ​ສະ​ໜົມ, ສະ​ຮັກຫອມແຂກຄົນ, ເຕັມໄປດ້ວຍມູນເຊື້ອປະຫວັດສາດ, ວັດ​ທະ​ນະ​ທຳ​...

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII
ທ່ານ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີມອບລາງວັນ. (ພາບ: ມິງກວຽດ).

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ ຫວໍ​ວັນ​ເຖືອງ, ກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳ​ຄະນະ​ເລຂາທິການ ​ໃຫ້​ຮູ້​ວ່າ: ​ຜ່ານການຈັດຕັ້ງ 8 ຄັ້ງ, ລາງວັນ​ນີ້ ນັບ​ມື້​ນັບ​ມີ​ຄຸນ​ນະພາ​ບ ​ແລະ ມີ​ອິດທິພົນຊື່​ສຽງ, ​ເປີດ​ກວ້າງ​ຊ່ອງ​ທາງປະດິດສ້າງ​ໃຫ້​ຖັນແຖວຜູ້ເຮັດວຽກງານຖະແຫຼງຂ່າວອອກສູ່ຕ່າງປະເທດ. ສະພາບຕົວ​ຈິງ​ອັນ​ອຸດົມສົມບູນ​ ແລະ ​ມີຊີວິດຊີວາ​ຂອງ​ຊີວິດ​ສາກົນ, ສະພາບ​ການ​ການ​ເມືອງ-ສັງຄົມ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ແຫຼ່ງບັນດານ​ໃຈ ​ແລະ ມີ​ສິ່ງທີ່​ລ້ຳ​ຄ່າ​ໃຫ້ບັນດາ​ນັກ​ປະພັນປະດິດສ້າງ”.

ທ່ານ ຫວໍວັນເຖືອງ ສະເໜີໃຫ້ກຳລັງທີ່ເຮັດວຽກງານຖະແຫຼງຂ່າວອອກສູ່ຕ່າງປະເທດ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຖານະບົດບາດ, ກຳລັງບົ່ມຊ້ອນ, ອິດທິພົນຊື່ສຽງຂອງປະເທດຊາດ, ສະພາບການສາກົນ ແລະ ພາກພື້ນ; ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ແນະນຳ​ແຜນນະໂຍບາຍຂອງ​ພັກ ​ແລະ ລັດ; ພາບ​ພົດ​ປະ​ເທດຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ຕໍ່​ປະ​ຊາ​ຄົມ​ໂລກ. ຊ່ວຍໃຫ້ປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນເຂົ້າໃຈ ແລະ ຮັກແພງຫວຽດນາມ ຕື່ມອີກ - ຫວຽດນາມ ທີ່ປ່ຽນແປງໃໝ່, ເຕັມໄປດ້ວຍກໍາລັງບົ່ມຊ້ອນ, ຄວາມໝັ້ນຄົງດ້ານການເມືອງ, ຍາມໃດກໍ່ມານະ ພະຍາຍາມເພື່ອສັນຕິພາບໃນພາກພື້ນ ແລະໃນໂລກ, ຍາມໃດກໍ່ພ້ອມແລ້ວ ທີ່ຈະເຊື້ອເຊີນ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຕ່າງປະເທດລົງທຶນຢູ່ ຫວຽດນາມ.

ວາລະສານຍຸກສະໄໝ ໄດ້ ລາງວັນທີສາມ ຈຳນວນ 2 ລາງວັນ

ເສີມຂະຫຍາຍໝາກຜົນຂອງປີທີ່ຜ່ານມາ, ປີນີ້ວາລະສານຍຸກສະໄໝ ສືບຕໍ່ໄດ້ຮັບຫຼາຍລາງວັນ. ໃນນັ້ນ:

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII
ຜູ້ຕາງຫນ້າຂອງວາລະສານຍຸກສະໄໝ ໄດ້ຮັບລາງວັນທີ 3 ໃນປະເພດຂໍ້ລິເລີ່ມ, ແນວຄວາມຄິດຜະລິດຕະພັນທີ່ມີຄຸນຄ່າທາງດ້ານຖະແຫຼງຂ່າວອອກສູ່ຕ່າງປະເທດ ດ້ວຍແນວຄິດຈັດຕັ້ງການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”. (ພາບ: ມິງກວຽດ).

ການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ​ແມ່ນ​ການ​ເຄື່ອນ​ໄຫວ​ໃຈກາງ ​ແລະ ​ແທດ​ຈິງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022) ​ແລະ ຄົບຮອບ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022).

ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຍືນ​ຍົງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ຄວາມມຸ່ງມາດປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ນໍ້າໃຈມິດຕະພາບ​ດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ເພີ່ມພູນຄູນສ້າງ​ຈາກ​ແຫຼ່ງວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​​ສອງ​ຊາດ, ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຈາກ​ອະດີດ​ເຖິງ​ປະຈຸ​ບັນ ​ແລະ ມຸ່ງໄປເຖິງ​ອະນາຄົດ​ຢ່າງ​ບໍ່​ຢຸດ​ຢັ້ງ. ແນວຄວາມຄິດ “ເລົ່າຄືນ” ເລື່ອງລາວ ອັນຍິ່ງໃຫຍ່ກ່ຽວກັບນໍ້າໃຈມິດຕະພາບ ຫວຽດນາມ-ລາວ ໂດຍໄດ້ສ້າງຕັ້ງດ້ວຍ ເປົ້າໝາຍຊອກຄືນ ແລະ ເຕົ້າໂຮມບັນດາຂອງທີີ່ລະນຶກ, ຄວາມຊົງຈໍາທີ່ເລັກນ້ອຍ ຫຼື ເກົ່າແກ່ ແຕ່ເຕັມໄປດ້ວຍຄຸນຄ່າອັນລໍ້າຄ່າຂອງນໍ້າໃຈ ແລະ ປະຫວັດສາດການ​ພົວພັນ​ຂອງປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ, ພ້ອມ​ກັນ​ນັ້ນ ​ກໍ່​ສ້າງຂົງ​ເຂດ​ມິດຕະພາບລວມ​ໃຫ້​ແກ່​ຫຼາຍ​ລຸ້ນຄົນ...

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII

ຜູ້ຕາງໜ້າ​ຂອງ​ກຸ່ມ​ນັກ​ປະພັນວາລະສານຍຸກສະໄໝ (ແຖວ​ຫຼັງ, ທີ​ໜຶ່ງ​ຈາກ​ຂວາໄປຊ້າຍ) ​ໄດ້​ຮັບ​ລາງວັນ​ທີ 3 ​ດ້ວຍຜົນງານ "Healing the wounds of the US war in Vietnam: Reconciliation and Forgiveness" (ຮຳບາດແຜສົງຄາມ ຫວຽດນາມ-ອາເມລິກາ: ໃຫ້ອະໄພ ແລະ ສຳນຶກຜິດ). (ພາບ: ມິງກວຽດ).

ບົດປະພັນ "Healing the wounds of the US war in Vietnam: Reconciliation and Forgiveness" (ຮຳບາດແຜສົງຄາມ ຫວຽດນາມ-ອາເມລິກາ: ໃຫ້ອະໄພ ແລະ ສຳນຶກຜິດ) ສະແດງເຖິງຈິດໃຈທີ່ກວ້າງ, ຄວາມສະໜິດສະໜົມ ແລະ ການໜູນຊ່ວຍຂອງປະຊາຊົນ, ພິເສດແມ່ນຜູ້ປະສົບເຄາະຮ້າຍຈາກສົງຄາມຫວຽດນາມ ທີ່ມີຕໍ່ທະຫານຜ່ານເສີກ ອາເມລິກາ ແລະ ປະ​ຊາ​ຊົນ ອາ​ເມ​ລິ​ກາ ໃນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ; ການ​ຫັນ​ປ່ຽນ​ແນວ​ຄິດ​ຂອງ​ທະຫານຜ່ານເສີກ ​ອາ​ເມ​ລິ​ກາ ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ​ເພື່ອ​ປະກອບສ່ວນ​ແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່​ຫວຽດນາມ. ຜ່ານ​ນັ້ນ, ກໍ​ສົ່ງສານ, “ໂລກ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ​ຄວນ​ຮູ້​ວິທີ​ຮ່ວມ​ມື ​ແລະ ຮັກ​ແພງ​ເຊິ່ງກັນ ​ແລະ ກັນ ​ໂດຍ​ບໍ່​ຕ້ອງ​ຜ່ານ​ສົງຄາມ, ຄວາມ​ເຈັບ​ປວດ ​ແລະ ຄວາມໂກດແຄ້ນ​ຄື ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ເມື່ອ​ກ່ອນ ​ແລ້ວຈຶ່ງ​ຮູ້ໄດ້ເຖິງຄຸນຄ່າ​ຂອງ​ການຮ່ວມມືມຸ່ງໄປສູ່ອະນາຄົດທີ່ດີກວ່າ”.

ບູນມີ

ເຫດການ
302 Found

Found

The document has moved here.