ພົບປະແລກປ່ຽນກິລາ, ວັດທະນະທໍາຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022

07:30 | 30/05/2022

ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ຫາກໍ່ສົມທົບກັບສະມາຄົມມິດຕະພາບລາວ-ຫວຽດນາມ ຢູ່ແຂວງຈັດຕັ້ງບັນດາກິດຈະກໍາຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ພົບປະແລກປ່ຽນກິລາ, ວັດທະນະທໍາຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022
ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ເນັ້ນໜັກວ່າ ການພົບປະແລກປ່ຽນກິລາ, ວັດທະນະທໍາອາຫານການກິນກໍ່ແມ່ນໂອກາດເພື່ອສືບຕໍ່ສະແດງ ແລະຢັ້ງຢືນການຮ່ວມມືສະໜິດຕິດແໜ້ນລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ ຫຼວງພະບາງ ກັບອໍານາດການປົກຄອງ ແລະຊາວທ້ອງຖິ່ນ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ເນື່ືອງໃນໂອກາດນີ້, ທ່ານ ຫງວຽນດັງຮຸ່ງ ກໍ່ສົ່ງຄໍາຂອບໃຈມາຍັງການນໍາແຂວງ ແລະພະແນກ, ຄະນະ, ຂະແໜງການກ່ຽວຂ້ອງທີ່ຍາມໃດກໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສູນໃຫຍ່ໃນການເຄື່ອນໄຫວທຸກດ້ານ; ປາດຖະໜາຢາກສືບຕໍ່ໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນຈາກອົງການກ່ຽວຂ້ອງຂອງແຂວງ ແລະຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼວງພະບາງ ກວ່າອີກເພື່ອສືບຕໍ່ຜັນຂະຫຍາຍການປະຕິບັດບັນດາກິດຈະກຳຕໍ່ໄປໃນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022 ເປັນຢ່າງດີ.

ລາຍການພົບປະແລກປ່ຽນກິລາ, ວັດທະນະທໍາ, ອາຫານການກິນຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022 ດໍາເນີນດ້ວຍຫຼາຍກິດຈະກໍາ, ຄື: ເຕະບານ, ພົບປະແລກປ່ຽນວັດທະນະທໍາ, ອາຫານການກິນ ແລະຟ້ອນດົນຕີພື້ນເມືອງຫວຽດນາມ-ລາວ.

la.qdnd.vn

ເຫດການ
302 Found

Found

The document has moved here.