ງານ​ບຸນ​ຂອງປະຊາຄົມ​ຊາວຫວຽດ​ນາມ ອາໄສ ຢູ່ Malta

14:00 | 05/10/2022

ຍສໝ - ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ Malta ​ແລະ ບັນດາ​ເພື່ອນ​ມິດສາ​ກົນ ມີ​ໂອກາດ​ຊົມບັນດາ​ຈຸດ​ວັດທະນະທຳ, ສິລະ​ປະ​ຂອງ ຫວຽດນາມ ຜ່ານ​ບັນດາ​ຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ທັດສະນີ​ຍະ​ພາບ ​ແລະ ຊີວິດ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນຫວຽດນາມ

ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19 ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19
ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ, ຫວ່າງແລ້ວນີ້, ຢູ່​ຫໍ​ສະພາ​ແຫ່ງ​ຊາດ Maltese, ນະຄອນ Valletta ​ໄດ້​ດຳ​ເນີນ​ບັນດາ​ເຫດການ​ວັດທະນະທຳ “​ພົບກັບຫວຽດນາມ ຢູ່ Malta” ​ໂດຍ​ສະມາຄົມ​ຊາວ ຫວຽດນາມ ອາໄສຢູ່ Malta ​ຈັດ​ຕັ້ງພາຍໃຕ້ການອຸປະຖໍາຂອງ ສະຖານທູດຫວຽດນາມ ປະຈໍາ Malta.

ງານ​ບຸນ​ຂອງປະຊາຄົມ​ຊາວຫວຽດ​ນາມ ອາໄສ ຢູ່ Malta
ທ່ານ Anglu Farrugia, ປະທານສະພາແຫ່ງຊາດ Malta ກ່າວຄໍາເຫັນທີ່ເຫດການ.

ທີ່​ເຫດການ​ນີ້, ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ Malta ​ແລະ ບັນດາ​ເພື່ອນ​ມິດສາ​ກົນ ມີ​ໂອກາດ​ຊົມບັນດາ​ຈຸດ​ວັດທະນະທຳ, ສິລະ​ປະ​ຂອງ ຫວຽດນາມ ຜ່ານ​ບັນດາ​ຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ທັດສະນີ​ຍະ​ພາບ ​ແລະ ຊີວິດ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນຫວຽດນາມ; ເພີດເພີນກັບອາຫານພື້ນເມືອງຫວຽດນາມ.

ງານ​ບຸນ​ຂອງປະຊາຄົມ​ຊາວຫວຽດ​ນາມ ອາໄສ ຢູ່ Malta
ງານ​ບຸນ​ຂອງປະຊາຄົມ​ຊາວຫວຽດ​ນາມ ອາໄສ ຢູ່ Malta
ງານ​ບຸນ​ຂອງປະຊາຄົມ​ຊາວຫວຽດ​ນາມ ອາໄສ ຢູ່ Malta

​ເຖິງ​ວ່າ​ສະມາຄົມ​ຊາວ​ຫວຽດນາມ ອາໄສຢູ່ Malta ຫາ​ກໍ່ຮັບການສ້າງຕັ້ງ​ໃນ​ເດືອນ ສິງຫາ 2022, ​ແຕ່​ສະມາຄົມ ຊາວ​ຫວຽດນາມ ອາໄສຢູ່ Malta ​ກໍໄດ້​ມານະພະຍາຍາມກາຍ​ເປັນ​ຊາຍຄາລວມຂອງ​ຊາວ ຫວຽດນາມ ຢູ່ Malta; ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍສີສັນວັດທະນະທຳ, ຮີດຄອງ​ປະ​ເພນີອັນ​ດີງາມ​ຂອງ​ຊາດ; ໂຄສະນາ​ພາບ​ພົດ​ປະ​ເທດ, ປະຊາຊົນ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຫວຽດນາມ. ຜົນສຳ​ເລັດ​ຂອງ​ເຫດການ​ຄັ້ງ​ທຳ​ອິດ​ໂດຍ​ສະມາຄົມ​ຊາວ​ຫວຽດນາມ ອາໄສຢູ່ Malta ​​ຈັດ​ຕັ້ງ​ຈະ​ສ້າງ​ພື້ນຖານ​ໃຫ້​ສະມາຄົມ​ສືບ​ຕໍ່​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ໃນ​ອະນາຄົດ...

ບູນມີ

ເຫດການ
302 Found

Found

The document has moved here.