ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19

19:31 | 31/10/2021

ທ່ານ ວຽງທອງ ຫັດສະຈັນ ເລຂາພັກນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ແລະປະຊາຄົມ, ສະມາຄົມ ແລະວິສາຫະກິດຫວຽດນາມ ທີ່ພວມທໍາມາຫາກິນ, ດຳລົງຊີວິດຢູ່ແຂວງ ໃນໄລຍະຜ່ານມາ ໄດ້ຊ່ວຍເຫຼືອນະຄອນປ້ອງກັນ, ຕ້ານພະຍາດໂຄວິດ-19 ມາຫຼາຍເທື່ອ.

ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໜູນຊ່ວຍປະຊາຄົມຕໍ່ໜ້າຜົນສະທ້ອນຂອງໂລກລະບາດໂຄວິດ - 19 ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໜູນຊ່ວຍປະຊາຄົມຕໍ່ໜ້າຜົນສະທ້ອນຂອງໂລກລະບາດໂຄວິດ - 19
ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ
ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19
ບັນຍາກາດທີ່ພິທີມອບຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອບໍ່ດົນມານີ້, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາຫຼວງພະບາງ ໄດ້ມອບເງິນຈຳນວນ 25 ລ້ານກີບ (ປະມານ 55 ລ້ານດົ່ງ) ໃຫ້ທ່ານ ວຽງທອງ ຫັດສະຈັນ ເລຂາພັກນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ລາວ ເພື່ອຊ່ວຍເຫຼືອການປ້ອງກັນ, ຕ້ານພະຍາດໂຄວິດ-19.

ນີ້ແມ່ນຈຳນວນເງິນທີ່ລະດົມໄດ້ຈາກການປະກອບຂອງປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ແຂວງຫຼວງພະບາງ ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງ ແລະປະຊາຊົນລາວ ຄວບຄຸມພະຍາດໂຄວິດ-19 ໃຫ້ໄດ້ ໂດຍໄວ.

ທ່ານ ວຽງທອງ ຫັດສະຈັນ ສະແດງຄວາມຂອບອົກຂອບໃຈຕໍ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳຫຼວງພະບາງ ແລະປະຊາຄົມ, ສະມາຄົມ ແລະວິສາຫະກິດຫວຽດນາມ ທີ່ພວມທໍາມາຫາກິນ, ດຳລົງຊີວິດຢູ່ແຂວງ ໃນໄລຍະຜ່ານມາ ໄດ້ຊ່ວຍເຫຼືອນະຄອນປ້ອງກັນ, ຕ້ານພະຍາດໂຄວິດ-19 ມາຫຼາຍເທື່ອ. ພ້ອມທັງຢືນຢັນວ່າຂອງຂວັນທີ່ມີຄວາມໝາຍນີ້ສະແດງໃຫ້ເຫັນຄວາມສາມັກຄີອ້າຍນ້ອງ, ຄວາມເອົາໃຈໃສ່ ແລະແບ່ງປັນກັນໃນສະພາບທີ່ນະຄອນພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງທີ່ສຸດນັບແຕ່ກ່ອນຈົນມາຮອດປະຈຸບັນ.

ຊາວຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19
ບັນຍາກາດທີ່ພິທີມອບ-ຮັບອຸປະກອນການແພດ. ພາບ: vov.vn

ໃນຕອນບ່າຍວັນທີ 29 ຕຸລາ, ແມ່ທັບນ້ອຍ 11, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊ່ວຍເຫຼືອອຸປະກອນການແພດດ້ວຍມູນຄ່າ 130 ລ້ານ ກີບ (ປະມານ 13.000 ໂດລາສະຫະລັດ) ໃຫ້ແຂວງໄຊສົມບູນ, ລາວ ເພື່ອຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍຕາງໜ້າແມ່ທັບນ້ອຍ 11, ພົນຈັດຕະວາ ຫງວຽນກວກຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11 ໄດ້ມອບວັດຖຸ, ອຸປະກອນການແພດໃຫ້ຜູ້ຕາງໜ້າແຂວງໄຊສົມບູນ, ແບ່ງປັນຄວາມຫຍຸ້ງຍາກກັບແຂວງໄດ້ສ່ວນໃດສ່ວນໜຶ່ງໃນວຽກງານປ້ອງກັນ, ຕ້ານພະຍາດ, ໂດຍສະເພາະແມ່ນກົມກອງທີ່ພວມປະຕິບັດໜ້າທີ່ຢູ່ດ້ານໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ຕາງໜ້າອໍານາດການປົກຄອງແຂວງໄຊສົມບູນ, ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ ໄດ້ສະແດງຄວາມຂອບໃຈມາຍັງແມ່ທັບນ້ອຍ 11 ທີ່ໄດ້ເອົາໃຈໃສ່ ແລະຊ່ວຍເຫຼືອແຂວງ ເພື່ອປະຕິບັດວຽກງານປ້ອງກັນ ແລະຕ້ານພະຍາດໃຫ້ດີກວ່າເກົ່າ, ປົກປັກຮັກສາສຸຂະພາບຂອງພະນັກງານການແພດ ເວົ້າສະເພາະ ແລະຂອງປະຊາຊົນພາຍໃນແຂວງໄຊສົມບູນ ເວົ້າລວມ; ພ້ອມທັງ ຢັ້ງຢືນວ່າ ອຸປະກອນການແພດເຫຼົ່ານີ້ຈະໄດ້ແຈກຢາຍໃຫ້ແກ່ພະນັກງານການແພດ ແລະປະຊາຊົນທີ່ພວມປະຕິບັດໜ້າທີ່ປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.