Malta ຕີ​ລາຄາ​ສູງ​ທີ່ຕັ້ງ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ

17:03 | 23/06/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນວ່າ ​ຈະ​ມານະ​ພະຍາຍາມ​ປະຕິບັດ​ໜ້າ​ທີ່, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດໃຫ້​ນັບ​ມື້​ນັບ​ພັດທະນາ​ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບອັນ ດີງາມໃນ​ໄລຍະເກືອບ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາໃນປີ 1974.

ນັກ​ຊ່ຽວຊານ​ລັດ​ເຊຍ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ ​ແລະ ໝັ້ນຄົງ ນັກ​ຊ່ຽວຊານ​ລັດ​ເຊຍ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ ​ແລະ ໝັ້ນຄົງ
ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດນັດ​ເຂດ​ພູ​ສູງ ຊ໊າແຍ່ ຢູ່ ແຂວງ ດ້ຽນ​ບຽນ ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດນັດ​ເຂດ​ພູ​ສູງ ຊ໊າແຍ່ ຢູ່ ແຂວງ ດ້ຽນ​ບຽນ

ທ່ານ ເຢືອງຫາຍຮືງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ແລະ ສາ​ທາ​ລະ​ນະ​ລັດ Malta ໄດ້ຍື່ນໃບມອບສິດຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ເຖິງ​ທ່ານ​ປະ​ທານ​າທິບໍດີ Malta George Vella.

ພາຍຫຼັງ​ພິທີຍື່ນໃບມອບສິດດັ່ງກ່າວ, ທ່ານ​ປະ​ທານ​ນທິບໍດີ George Vella ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງຫາຍຮືງ.

Malta ຕີ​ລາຄາ​ສູງ​ທີ່ຕັ້ງ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ
Malta ຕີ​ລາຄາ​ສູງ​ທີ່ຕັ້ງ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ. ພາບ: vietnamplus.vn

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງຫາຍຮືງ ໄດ້​ສົ່ງ​ຄຳ​ຢ້ຽມຢາມຖາມຂ່າວ ແລະ ຄຳ​ອວຍ​ພອນ​ອັນ​ດີ​ງາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ ມາ​ຍັງ​ປະ​ທານາທິບໍດີ George Vella. ​ໃນຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນວ່າ ​ຈະ​ມານະ​ພະຍາຍາມ​ປະຕິບັດ​ໜ້າ​ທີ່, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດໃຫ້​ນັບ​ມື້​ນັບ​ພັດທະນາ​ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບອັນ ດີງາມໃນ​ໄລຍະເກືອບ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາໃນປີ 1974.

ທ່ານ​ປະທານ​ປະ​ເທດ George Vella ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ ​ແລະ ຊົມ​ເຊີຍ​ຕໍ່​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ບົດບາດ ​ແລະ ຖານະ​ທີ່​ຕັ້ງ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ກໍ່ຄືຄວາມ​ຄືບ​ໜ້າ​ຢ່າງ​ເຂັ້ມແຂງ​​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (ອີຢູ).

ບູນມີ

ເຫດການ
302 Found

Found

The document has moved here.