ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍການເຮັດອາຊີບເກົ່າດ້ວຍວິທີໃໝ່

22:20 | 30/08/2022

ຍສໝ - ດ້ວຍ​ວິທີ​ເຮັດ​ແບບ​ໃໝ່, ຊາວ​ເຜົ່າ ຂະ​ແມ​ຢູ່ ​ຈາ​ວິງ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ດ້ວຍ​ອາຊີບ​ດັ່ງເດີມ, ​ຄື: ປູກ​ຜັກ, ເຄື່ອງຖະກຳ​ຈັກສານ...

ຫວຽດນາມ ປະກອບສ່ວນຢ່າງແທດຈິງໃນການສ້າງເອກະສານນິຕິກໍາສາກົນ ຫວຽດນາມ ປະກອບສ່ວນຢ່າງແທດຈິງໃນການສ້າງເອກະສານນິຕິກໍາສາກົນ
ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022 ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022

ຊີວິດການເປັນຢູ່ໝັ້ນຄົງຈາກອາຊີບດັ່ງເດີມ

ຕາ​ແສງ ອານ​ກວາງ​ຮື້ວ, ​ເມືອງ ຈາກູ, ຈາ​ວິງ ​ໃນ​ຕົ້ນ​ເດືອນ​ສິງຫາ​ຜ່ານ​ມາ, ພາຍຫຼັງ​ຝົນຕົກ​ຢ່າງ​ວ່ອງ​ໄວ, ​ໃນ​ເນື້ອ​ທີ່​ສວນ​ປະມານ 1.000 ຕາ​ແມັດ, ນາງ ກວາງ​ທິ​ອຸດ (ຕາ​ແສງ ອານ​ກວາງ​ຮຸຍ) ພວມ​ພາກັນ​ເກັບ​ຜັກ​ ໃຫ້ທັນເວລາ. ​ເນື້ອ​ທີ່​ປູກ​ຜັກ​ຂອງ​ຄອບຄົວ​ນາງ ​ມີ​ຜັກ​ທຸກ​ປະ​ເພດ, ​ຄື: ຜັກກາດ, ຜັກປັງ, ຜັກສະລັດ, ​ເຄື່ອງ​ເທດ... ທັງ​ໝົດ​ແມ່ນ​ໃນ​ເວລາ​ເກັບ​ກ່ຽວ.

ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍການເຮັດອາຊີບເກົ່າດ້ວຍວິທີໃໝ່
ນາງ ກວາງ​ທິ​ອຸດ

ນາງ ກວາງ​ທິ​ອຸດ ກ່າວວ່າ: ຄອບຄົວຂອງຂ້ອຍ ໄດ້ອາໄສຢູ່ເທິງແຜ່ນດິນນີ້ຫຼາຍລຸ້ນຄົນ. ມີອາຊີບໜຶ່ງທີ່ຫາລ້ຽງຊີບຄືປູກຜັກ. ໃນເມື່ອກ່ອນພວກເຮົາປູກພືດແບບເປັນຊີ່ນເຄີຍ, ບໍ່ມີວິທີການ, ລາຍຮັບຂອງພວກເຮົາບໍ່ພຽງພໍເພື່ອດໍາລົງຊີວິດ.

ຕັ້ງແຕ່ປີ 2016; ໄດ້ອາໄສ​ເງິນ​ກູ້ 20 ລ້ານ​ດົ່ງ​ຈາກ​ສະຫະພັນ​ແມ່​ຍິງ​ຕາ​ແສງ ອານ​ກວາງ​ຮຸຍ ​ແລະ ​ໄດ້​​​ສອນ​ວິທີວີ​ທະຍາ​ສາດ, ​ຄອບຄົວຂ້າພະ​ເຈົ້າ​ມີ​ລາຍ​ຮັບ​ທີ່​ໝັ້ນຄົງ​ແຕ່ 6 ຫາ 7 ລ້ານ​ດົ່ງ/​ເດືອນ. ພາຍຫຼັງ​ຈ່າຍ​ເງິນ​ກູ້​ເດືອນ​ຫຼາຍກ່ວາ 1 ລ້ານ​ດົ່ງ, ຂ້າພະ​ເຈົ້າ​ໄດ້​ທ້ອນ​ໂຮມ​ ເພື່ອ​ຊື້​ໂທລະພາບ; ລ້ຽງລູກສີ່ຄົນເພື່ອຮຽນໜັງສື ແລະ ທ້ອນເງິນຈໍານວນໜຶ່ງເພື່ອພັກຜ່ອນເມື່ອເຖົ້າແກ່ມາ.

ຈັກສານເຄື່ອງຖະກຳ​ ​ກໍ່​ແມ່ນ​ອາຊີບ​ດັ້ງ​ເດີມ​ຂອງ​ຊາວ​ໝູ່​ບ້ານ ​ໂຢງ​ດິ່ງ, ຕາ​ແສງ ດ່າ​ຍອານ, ​ເມືອງ ຈາກູ, ຈາ​ວິງ. ຍ້ອນ​ຕົວ​ແບບ​ນີ້, ນາງ ເຢຶອງ​ທິ​ຕຽນ (ເກີດ​ປີ 1966) ມີ​ທັງ​ລາຍ​ຮັບ​ທີ່​ໝັ້ນ​ຄົງ ແລະ ມີ​ເວ​ລາ​ດູ​ແລ​ລູກ​ຫຼານ ເມື່ອ​ລູກ​ໄປອອກ​ແຮງ​ງານ​ຢູ່​ໄກ.

ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍການເຮັດອາຊີບເກົ່າດ້ວຍວິທີໃໝ່
ນາງ ເຢຶອງ​ທິ​ຕຽນ ມີ​ທັງ​ລາຍ​ຮັບ​ທີ່​ໝັ້ນ​ຄົງ ແລະ ມີ​ເວ​ລາ​ດູ​ແລ​ລູກ​ຫຼານ ເມື່ອ​ລູກ​ໄປອອກ​ແຮງ​ງານ​ຢູ່​ໄກ.

ນາງ ຕຽນ ໃຫ້ຮູ້ວ່າ, ບໍ່ຮູ້ວ່າອາຊີບຈັກສານຂອງບ້ານ ມີແຕ່ຍາມໃດ, ແຕ່ຈາກລຸ້ນພໍ່ແມ່ຈຶ່ງເຮັດອາຊີບນີ້ເພື່ອຫາທາງລ້ຽງຊີບ. ນາງເຄີຍໄປຕົວເມືອງເພື່ອເຮັດວຽກເປັນຜູ້ຊ່ວຍບ້ານ ເພື່ອເສີມສ້າງລາຍຮັບ, ແຕ່ນາງຕ້ອງຢູ່ໄກບ້ານ, ຫ່າງໄກຜົວ ແລະ ລູກ. ຫວ່າງ​ມໍ່ໆ​ນີ້, ເມື່ອ​ລູກ​ໃຫຍ່​ຂອງ​ນາງ​ໄປ​ເຮັດ​ວຽກ​ຢູ່ຕົວເມືອງ, ນາງ​ໄດ້​ກັບບ້ານ​ເພື່ອ​ດູ​ແລຫຼານ. ນອກຈາກ​ໄດ້​ໃຊ້​ເວລາ​ຢູ່​ກັບ​ຄອບຄົວ​ແລ້ວ, ນາງ ​ແລະ ຜົວ ​ຍັງ​ມີ​ລາຍ​ຮັບ 100.000 ດົ່ງ/ວັນ ຈາກ​ການຫຍິບປັກຖັກແສ່ວເຄື່ອງຖະກຳ.

ຕາມ​ທ່ານ​ນາງ ເລ​ແທງ​ຈາ, ປະທານ​ສະຫະພັນ​ແມ່ຍິງ​ຕາ​ແສງ ອານ​ກວາງ​ຮຸຍ ​ແລ້ວ: ຄອບຄົວ​ຂອງ​ນາງ ກວາງ​ທິອຸ​ດ ​ແມ່ນ​ໜຶ່ງ​ໃນ 32 ສະມາຊິກ ​ທີ່​ເຂົ້າ​ຮ່ວມ​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື​ຂອງ​ໝູ່​ບ້ານ​ປູກ​ຜັກ​ປອດ​ໄພ. ດ້ວຍ​ຮູບ​ແບບ​ດັ່ງ​ກ່າວ, 27/32 ຄອບ​ຄົວ​ທຸກ​ຍາກ​ຢູ່ ອານ​ກວາງ​ຮຸຍ ກ່ອນ​ໜ້າ​ນີ້ ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ຄົງ​ຕົວ​ຂອງ​ຊີ​ວິດ.

ວຽກເກົ່າ, ວິທີເຮັດອັນໃໝ່

ທ່ານ​ນາງ ເລ​ແທງ​ຈາ, ປະທານ​ສະຫະພັນ​ແມ່ຍິງ​ຕາ​ແສງ ອານ​ກວາງ​ຮຸຍ ​ໃຫ້​ຮູ້​ວ່າ: ​ແທນ​ທີ່​ຈະ​ປູກ​ຜັກ​ແບບ​ດັ້ງ​ເດີມ ​ແລະ ຂະໜາດ​ນ້ອຍ, ພວກ​ຂ້າພະ​ເຈົ້າ ​ກໍ່​ຕັ້ງ​ກຸ່ມ​ປູກ​ຜັກປອດ​ສານຜີດ​ເພື່ອ​​ຊ່ວຍເຫຼືອ​ປະຊາຊົນ​ດ້ວຍ​ທຶນຮອນ ​ແລະ ວິທີການປູກຝັງ. ບັນດາສະມາຊິກໃນກຸ່ມໄດ້ປະສານສົບທົບກັນ ເພື່ອຊ່ວຍສະມາຊິກຫຼຸດຜ່ອນຕົ້ນທຶນການຜະລິດ, ອໍານວຍຄວາມສະດວກໃນການປູກຝັງ, ແລະ ຮັບປະກັນຜົນຜະລິດຂອງສິນຄ້າ. ພິເສດແມ່ນສະມາຊິກຍັງສາມາດກູ້ຢືມທຶນ ຈາກທະນາຄານນະໂຍບາຍສັງຄົມຜ່ ານສະຫະພັນແມ່ຍິງເພື່ອລົງທຶນການຜະລິດ ແລະ ປູກຝັງ.

“ຄົນສ່ວນໃຫຍ່ມີ 2.000 m2; ຕໍ່າສຸດທີ່ແມ່ນ 500 m2 ສໍາລັບການປູກຝັງ; ສະມາຊິກ 32 ຄົນ​ທີ່​ເຂົ້າ​ຮ່ວມ​ຕົວ​ແບບ ​ມີ​ລາຍ​ຮັບ​ທີ່​ໝັ້ນຄົງແລ້ວ. ສິດທິຂອງແມ່ຍິງໄດ້ຮັບການປົກປ້ອງ ແລະ ສະໜັບສະໜູນຈາກສະຫະພັນແມ່ຍິງທຸກຂັ້ນ; ຄະ​ນະ​ພັກ, ລັດ​ຖະ​ບານ…”, ທ່ານ​ນາງ ເລ​ແທງຈາ ກ່າວ​ວ່າ.

ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍການເຮັດອາຊີບເກົ່າດ້ວຍວິທີໃໝ່
ເປັນທີ່ຮູ້ກັນດີວ່າ ການຖັກແສ່ວແບບດັ້ງເດີມໃນເມື່ອກ່ອນ ມີຫຼາຍຂັ້ນຫຼາຍຂອດ ແລະ ລາຄາຖືກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມລຳບາກ. ພາຍຫຼັງ​ຊຸດ​ອົບຮົມ​ຫຼາຍ​ແຫ່ງ​ຂອງ​ສະມາຄົມ​ຊາວ​ກະສິກອນ​ເມືອງ​ຈ່າງກູ, ປະຊາຊົນ​ໄດ້​ຫັນ​ມາ​ເປັນ​ເຄື່ອງ​ຫັດຖະກຳ​ຈັກສານ.

ທ່ານ​ນາງ ຢ້ຽບຖິຈາງ (ໝູ່​ບ້ານ ​ໝູ່​ບ້ານ ​ໂຢງ​ດິ່ງ, ຕາ​ແສງ ດ່າ​ຍອານ, ​ເມືອງ ຈາກູ, ຈາ​ວິງ) ​ແມ່ນ​ເຈົ້າ​ຂອງ​ ໂຮງ​ຈັກ​ຖັກ​ແສ່ວ​ທີ່​ມີ​ຊື່​ສຽງ​ຢູ່ ຈາ​ວິງ. ສິ່ງຂອງທີ່ຜະລິດໂດຍສະຖານທີ່ນີ້ ແມ່ນແບບຈໍາລອງຂອງເຄື່ອງໃຊ້ໃນຄົວເຮືອນ, ເຊັ່ນ: ກະຕຸກນ້ໍາ, ເຕົ້ົ້າຊາ ຫຼື ອຸປະກອນການຫາປາຂະຫນາດນ້ອຍ, ເຊັ່ນ: ຫຼີ່, ເຊິ່ງໃຊ້ໃນການຕົບແຕ່ງ ແລະ ສະແດງ. ດ້ວຍ​ລາ​ຄາ​ຂາຍ 100.000 ດົ່ງ/ຊຸດ​ຜະ​ລິດ​ຕະ​ພັນ, ສາຂາດ້ວຍ​ສະ​ມາ​ຊິກ 87 ຄົນ​ໃນ​ກຸ່ມ​ສະ​ຫະ​ກອນ ໄດ້ “ເຮັດບໍ່ທັນ​ຂາຍ”.

ເປັນທີ່ຮູ້ກັນດີວ່າ ການຖັກແສ່ວແບບດັ້ງເດີມໃນເມື່ອກ່ອນ ມີຫຼາຍຂັ້ນຫຼາຍຂອດ ແລະ ລາຄາຖືກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມລຳບາກ. ພາຍຫຼັງ​ຊຸດ​ອົບຮົມ​ຫຼາຍ​ແຫ່ງ​ຂອງ​ສະມາຄົມ​ຊາວ​ກະສິກອນ​ເມືອງ​ຈ່າງກູ, ປະຊາຊົນ​ໄດ້​ຫັນ​ມາ​ເປັນ​ເຄື່ອງ​ຫັດຖະກຳ​ຈັກສານ.

“ທຸກໆ 10 ມື້, ບັນດາສີນຄ້າແມ່ນເກັບຊື້ຫນຶ່ງ ເພື່ອຂາຍເປັນຂອງທີ່ລະນຶກໃນປະເທດ ຫຼື ເພື່ອສົ່ງອອກ. ໃນເດືອນໜຶ່ງ, ພື້ນຖານທີ່ຂາຍຜະລິດຕະພັນປະມານ 1,500 ຊຸດຜະລີດຕະພັນ. ​ສ້າງ​ຕັ້ງ​ແຕ່​ປີ 2007 ມາ​ຮອດ​ປະ​ຈຸ​ບັນ, ພື້ນຖານ​ແມ່ນ​ມີ​ຄວາມ​ໝັ້ນ​ຄົງ​ໃນ​ການ​ສະ​ໜອງ​ວຽກ​ເຮັດ​ງານ​ທຳ ແລະ ຮັບຈຳໜ່າຍຜະລິດຕະພັນ”, ທ່ານ​ນາງ ຢ້ຽບຖິຈາງ ເນັ້ນ​ໜັກ​ວ່າ.

ຕາມ​ການ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ຈາ​ວິງ ​ແລ້ວ: ປະຈຸ​ບັນ, ທົ່ວ​ແຂວງ​ມີ 10.207 ຄອບຄົວ​ທຸກ​ຍາກ​ ຕາມ​ມາດຖານ​ຄວາມທຸກ​ຍາກ​ຫຼາຍ​ດ້ານ​ໃນ​ໄລຍະ 2022 – 2025 ກວມ 3,56% ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ; ​ໃນ​ນັ້ນ, ຈຳນວນ​ຄອບຄົວ​ຊາວ​ເຜົ່າ ຂະ​ແມ​ ທຸກ​ຍາກ​ມີ 6.483 ຄອບຄົວ. ​ໃນ 6 ເດືອນ​ຕົ້ນ​ປີ 2022, ​ແຂວງ​ໄດ້​ປ່ອຍ​ເງິນ​ກອງ​ທຶນ “​ເພື່ອ​ຄົນ​ທຸກ​ຍາກ” ​ແລະ ລະດົມ​ການ​ດູ​ແລ​ຄອບຄົວ​ທຸກ​ຍາກ, ​ເກືອບ​ທີ່​ທຸກ​ຍາກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19, ໄພ​ທຳ​ມະ​ຊາດ, ​ໂລກລະບາດ ຢູ່ໝູ່​ເກາະ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ... ດ້ວຍ​ຍອດ​ມູນ​ຄ່າ 4,9 ຕື້​ດົ່ງ. ມາຮອດເດືອນ ມິຖຸນາ 2022, ທົ່ວແຂວງໄດ້ຊ່ວຍເຫຼືອ 7.421 ຄອບຄົວທຸກຍາກ, ຄອບຄົວທີ່ເກືອບ​​ທຸກຍາກ, ຄອບຄົວທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ເພື່ອກູ້ຢືມເງິນກູ້ ແລະ ຮັກສາສະຖຽນລະພາບທາງດ້ານຊີວິດການເປັນຢູ່ ດ້ວຍມູນຄ່າ 248.381 ຕື້ດົ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.