ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022

16:38 | 30/08/2022

ສະຫະພັນລັດເຊຍ ຖືກຈັດອັນດັບທີ 1, ອູຣີເບກິດສະຖານ ຖືກຈັດອັນດັບທີ 2, ເບລາຣຸດ ແລະ ກາຢັກສະຖານ ພ້ອມກັນຢືນອັນດັບທີ 3, ຈີນ ແລະ ອີຣານ ຖືກຈັດອັນດັບທີ 4. ຄະນະກອງທັບປະຊາຊົນ ຫວຽດນາມ ຖືກຈັດອັບດັບທີ 5 ທົ່ວຄະນະ ດ້ວຍການຍາດໄດ້ ຫຼຽນຄຳ 1 ຫຼຽນ...

ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022 ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022
ASEAN Para Games 2022: ຫວຽດນາມ ຢືນອັນດັບທີ 3 ASEAN Para Games 2022: ຫວຽດນາມ ຢືນອັນດັບທີ 3
TTXVN)
ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022. ພາບ: TTXVN

ຫວ່າງແລ້ວນີ້, ພິທີອັດງານແຂ່ງຂັນການທະຫານສາກົນ - Army Games 2022 ຖືກຈັດຂຶ້ນສະໜາມຫຼວງ Patriot ຢູ່ຊານນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ. ພິທີອັດປີນີ້ມີຫົວຂໍ້ວ່າ “ກອງທັບ Jazz” ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ໃນນັ້ນ ມີການເຂົ້າຮ່ວມຂອງນັກສິລະປິນມາຈາກບັນດາປະເທດເຂົ້າຮ່ວມການເສັງ “ກອງທັບວັດທະນະທຳ” ທີ່ງານແຂ່ງຂັນ.

ໝາກຜົນທົ່ວຄະນະ, ສະຫະພັນລັດເຊຍ ຖືກຈັດອັນດັບທີ 1, ອູຣີເບກິດສະຖານ ຖືກຈັດອັນດັບທີ 2, ເບລາຣຸດ ແລະ ກາຢັກສະຖານ ພ້ອມກັນຢືນອັນດັບທີ 3, ຈີນ ແລະ ອີຣານ ຖືກຈັດອັນດັບທີ 4. ຄະນະກອງທັບປະຊາຊົນ ຫວຽດນາມ ຖືກຈັດອັບດັບທີ 5 ທົ່ວຄະນະ ດ້ວຍການຍາດໄດ້ ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ. ທີ່ Army Games ປີນີ້, ພ້ອມກັບການເປັນເຈົ້າພາບຈັດການເສັງ “ເຂດເກີດອຸບັດຕິເຫດ” ຢູ່ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ຍັງສົ່ງທິມງານເຂົ້າຮ່ວມການແຂ່ງຂັນໃນຫຼາຍເນື້ອໃນຄື: ລົດຖັງເຄື່ອນທັບ, ກອງທັບວັດທະນະທຳ, ຕໍ່ກຳລັງໃຫ້້ເສນາຮັກ...

Army Games 2022, ຖືກຈັດຂຶ້ນໃນລະຫວ່າງວັນທີ 13 – 27 ສິງຫາ ດ້ວຍ 264 ທິມ ມາຈາກ 34 ປະເທດເຂົ້າຮ່ວມໃນ 34 ເນື້ອໃນການແຂ່ງຂັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.