ຫວຽດນາມ ປະກອບສ່ວນຢ່າງແທດຈິງໃນການສ້າງເອກະສານນິຕິກໍາສາກົນ

19:00 | 30/08/2022

ຫວ່າງແລ້ວນີ້, ການເຈລະຈາ ຄັ້ງທີ 5 ຂອງກອງປະຊຸມລະຫວ່າງລັດຖະບານກ່ຽວກັບການສ້າງເອກະສານນິຕິກໍາສາກົນໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ກ່ຽວກັບການອະນຸລັກ ແລະນໍາໃຊ້ຊີວະນາໆພັນແບບຍືນຍົງ ແລະຫຼາຍຮູບຫຼາຍແບບຢູ່ເຂດທະເລທີ່ຢູ່ນອກຂອບເຂດສິດອຳນາດສານແຫ່ງຊາດ (BBNJ) ໄດ້ສິ້ນສຸດລົງພາຍຫຼັງເຮັດວຽກມາໄດ້ສອງອາທິດຢ່າງຮີບດ່ວນ.

ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022 ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022
ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄໍາເຫັນທີ່ວາລະປະຊຸມ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄໍາເຫັນທີ່ວາລະປະຊຸມ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະນັກເຈລະຈາລະຫວ່າງຂະແໜງການຂອງຫວຽດນາມ ແມ່ນທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ນໍາໜ້າຄະນະເຂົ້າຮ່ວມການເຈລະຈາ, ໄດ້ມີຂໍ້ສະເໜີ, ປະກອບສ່ວນຢ່າງແທດຈິງໃສ່ຮ່າງເອກະສານ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການເຈລະຈາ ແລະບັນຫາທີ່ກ່ຽວຂ້ອງເຖິງສິດ ແລະຜົນປະໂຫຍດຂອງຫວຽດນາມ ໂດຍກົງ, ພ້ອມທັງແນໃສ່ປະກອບສ່ວນອອກສຽງເພື່ອຜົນປະໂຫຍດລວມຂອງບັນດາປະເທດກໍາລັງພັດທະນາ ແລະຊຸກຍູ້ເນື້ອໃນຂອງຮ່າງເອກະສານໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍທະເລສາກົນ.

ເອກະສານຈະແມ່່ນພື້ນຖານນິຕິກໍາເພື່ອຊຸກຍູ້ການເຄື່ອນໄຫວອະນຸລັກ ແລະຂຸດຄົ້ນແຫຼ່ງ gen ທະເລທີ່ຢູ່ນອກຂອບເຂດສິດອຳນາດສານແຫ່ງຊາດ, ພ້ອມທັງຮັບປະກັນຄວາມຍຸຕິທໍາໃນການແບ່ງປັນຜົນປະໂຫຍດຈາກການຂຸດຄົ້ນ ແລະນໍາໃຊ້ແຫຼ່ງ gen ທະເລທີ່ອຸດົມສົມບູນແບບຍືນຍົງຢູ່ເຂດທະເລທີ່ຢູ່ນອກຂອບເຂດສິດອຳນາດສານແຫ່ງຊາດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.