ບິ່ງດິ້ງ, ຝູອຽນ, ແຄງຮ່ວາ: ສ້າງ tour ທ່ອງທ່ຽວລາຍການດຽວ 3 ສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວ

06:30 | 30/08/2022

3 ແຂວງດັ່ງກ່າວມີຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ແບບແຜນການດຳລົງຊີວິດ, ຮີດຄອງປະເພນີ, ຜະລິດຕະພັນທ່ອງທ່ຽວ ແລະ ທີ່ຕັ້ງພູມສາດ…

ຝູອຽນ​ຈັດ​ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ແຕ່​ວັນ​ທີ 19-22 ສິງຫາ ຝູອຽນ​ຈັດ​ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ແຕ່​ວັນ​ທີ 19-22 ສິງຫາ
ຂະ​ແໜງ​ທ​າງລົດ​ໄຟ​ເພີ່ມ​ລົດ​ໄຟ ຫາຍ​ຟ່ອງ-ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ food tour ຂະ​ແໜງ​ທ​າງລົດ​ໄຟ​ເພີ່ມ​ລົດ​ໄຟ ຫາຍ​ຟ່ອງ-ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ food tour
ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)
ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ຫວ່າງແລ້ວນີ້, ຢູ່ນະຄອນ ກຸຍເຍີນ, ພະແນກທ່ອງທ່ຽວບັນດາແຂວງ ບິ່ງດິ້ງ, ຝູອຽນ, ແຄງຮ່ວາ ໄດ້ຈັດກອງປະຊຸມສຳມະນາ Tour ທ່ອງທ່ຽວລາຍການດຽວ 3 ສະຖານທີ່ ບິ່ງດິ້ງ - ຝູອຽນ - ແຄງຮ່ວາ ເພື່ອຮັບໃຊ້ຕະຫຼາດນັກທ່ອງທ່ຽວ ຈີນ - ສ.ເກົາຫຼີ - ຍີ່ປຸ່ນ. 3 ແຂວງດັ່ງກ່າວມີຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ແບບແຜນການດຳລົງຊີວິດ, ຮີດຄອງປະເພນີ, ຜະລິດຕະພັນທ່ອງທ່ຽວ ແລະ ທີ່ຕັ້ງພູມສາດ… ນີ້ແມ່ນ ເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່, ຮ່ວມມືພັດທະນາການທ່ອງທ່ຽວ.ຈາກການຮ່ວມສຳພັນນີ້, ສືບຕໍ່ພັດທະນາຜະລິດຕະພັນທ່ອງທ່ຽວລວມ ແລະ ແກ່ຍາວເວລາພັກອາໄສຂອງນັກທ່ອງທ່ຽວຢູ່ 3 ແຂວງ. ໃນຕໍ່ໜ້າ, ຂະແໜງທ່ອງທ່ຽວຂອງ 3 ແຂວງຕ້ອງບຳລຸງສ້າງຖັນແຖວຮັບໃຊ້ການທ່ອງທ່ຽວໃຫ້ມີຄຸນນະພາບສູງ, ສົມທົບກັບບັນດາບໍລິສັດການບິນເປີດຖ້ຽວບິນຈ້າງເໝົາລຳ, ເປີດສາຍການບິນໄປຍັງບາງນະຄອນໃຫຍ່ຂອງ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ, ຈັດຕັ້ງການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ ຫວຽດນາມ ສະເໜີວ່າ: “3 ແຂວງລ້ວນແຕ່ມີສະໜາມບິນ, ສະນັ້ນ, ຕ້ອງເຊື່ອມຕໍ່ໂດຍກົງກັບບັນດາຖ້ຽວບິນສາກົນມາ 3 ແຂວງນີ້. ພວກຂ້າພະເຈົ້າສະເໜີໃຫ້ອົງການຄຸ້ມຄອງການທ່ອງທ່ຽວຂອງ 3 ແຂວງດັ່ງກ່າວ ເປັນເສນາທິການໃຫ້ແຂວງ ເພື່ອໃຫ້ແຂວງໜູນຊ່ວຍບັນດາຖ້ຽວບິນເມື່ອເປີດສາຍການບິນໃໝ່.”

vovworld.vn

ເຫດການ
302 Found

Found

The document has moved here.