ອົງການຄືນຄາວເຍົາໄວ (ອາເມລິກາ) ມອບເຄື່ອງກອງນໍ້າ 500 ເຄື່ອງ ໃຫ້ບັນດາຄອບຄົວທຸກຍາກຢູ່ ຝູອຽນ | |
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 |
![]() |
ບັນດາຜູ້ແທນເຂົ້າຮ່ວມລາຍການ (ພາບ: TTXVN) |
ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ນະຄອນ ຕຸຍຮ່ວາ (ແຂວງ ຝູອຽນ), ໄດ້ຈັດພິທີໄຂລາຍການຄູ່ຮ່ວມມືປາຊີຟິກ 2022 (Pacific Partnership – PP22). ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ Marie C. Damour, ຫົວໜ້າສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກສຳຄັນໃນໂຄງການຄູ່ຮ່ວມມືປາຊີຟິກ ແລະ ສອງປະເທດໄດ້ສະຫງວນເວລາຫຼາຍເພື່ອກະກຽມໃຫ້ແກ່ລາຍການ PP22. ຫວຽດນາມ ແມ່ນສະຖານທີ່ທຳອິດທີ່ກ່ຳປັ່ນທະຫານເຮືອ ອາເມລິກາ (USNS) Mercy ເຂົ້າທຽບທ່າເພື່ອເລີ່ມເຄື່ອນໄຫວລາຍການຄູ່ຮ່ວມມື ປາຊີຟິກ 2022 ກັບຫຼາຍປະເທດ. ອີກສ່ວນໜຶ່ງທີ່ສຳຄັນຂອງເຫດການປີນີ້ແມ່ນສຸມໃສ່ບັນດາການຮ່ວມມືເບິ່ງແຍງດູແລສຸຂະພາບສາທາລະນະສຸກ. ນອກຈາກນັ້ນ, PP22 ຍັງໄດ້ສ້າງຫ້ອງຮຽນຈຳນວນໜຶ່ງ; ບຳລຸງສ້າງທັກສະເພື່ອຮັບມືກັບໄພທຳມະຊາດ ແລະ ການພົວພັນແລກປ່ຽນສິລະປະ, ກິລາກາຍຍະກຳ.
vovworld.vn