ຂະ​ແໜງ​ທ​າງລົດ​ໄຟ​ເພີ່ມ​ລົດ​ໄຟ ຫາຍ​ຟ່ອງ-ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ food tour

06:30 | 20/07/2022

ຍ​ສ​ໝ - ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ໂດຍສານ, ບໍລິສັດ​ຫຸ້ນ​ສ່ວນ​ຂົນ​ສົ່ງ​ທາງ​ລົດ​ໄຟ​ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ, ຈະເພີ່ມ​​ລົດ​ໄຟ HP4 ​​ເສັ້ນ​ທາງ ຫາຍ​ຟ່ອງ - ຮ່າ​ໂນ້ຍ ຕື່ມອີກ.

ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ດ່າ​ນັ້ງ ໄດ້​ຈັດ​ເຂົ້າ​ໃນ Top ນະ​ຄອນ​ດີ​ທີ່​ສຸດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ດ່າ​ນັ້ງ ໄດ້​ຈັດ​ເຂົ້າ​ໃນ Top ນະ​ຄອນ​ດີ​ທີ່​ສຸດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ
ຂະ​ແໜງ​ທ​າງລົດ​ໄຟ​ເພີ່ມ​ລົດ​ໄຟ ຫາຍ​ຟ່ອງ-ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ food tour
ສະ​ຖານ​ນີ​ລົດ​ໄຟ​ຫາຍ​ຝ່​ອງ (ພາບ: tapchigiaothong.vn)

ຕາມ​ນັ້ນ​ແລ້ວ, ​ແຕ່​ວັນ​ທີ 17 ກໍລະກົດ​ນີ້, ​ລົດ​ໄຟ HP4 ​ຈະແລ່ນ​ທຸກ​ວັນ​ເສົາ, ວັນ​ອາ​ທິດ ​ແລະ ວັນ​ພັກ​, ວັນ​ບຸນ, ອອກ​ຈາກ​ສະຖານີ​ຫາຍ​ຟ່ອງ​​ເວລາ 14:35 ​ໂມງ, ຮອດ​ສະຖານີ​ຮ່າ​ໂນ້ຍ ​ເວລາ 17:15 ໂມງ. ​ລົດ​ໄຟ​ຢຸດ​ຮັບ​ສົ່ງ​ຜູ້​ໂດຍສານ​ຢູ່​ບັນດາ​ສະຖານີ​ຄື: ​​ຫາຍ​ຟ່ອງ, ຝູ​ໄທ, ຫາຍ​ເຢືອງ, ກ່າ​ຢາງ, ຢາເລິມ, ຮ່າ​ໂນ້ຍ.

ກ່ອນ​ໜ້າ​ນີ້, ຂະ​ແໜງ​ການ​ທາງ​ລົດ​ໄຟ​ກໍ່ໄດ້​ນຳ​ໃຊ້ຕູ້ລົດໄຟ​ຄຸນ​ນະ​ພາບ​ສູງ​ຢູ່​ເສັ້ນ​ທາງ ຮ່າ​ໂນ້ຍ - ຫາຍ​ຟ່ອງ. ຜູ້ໂດຍສານທີ່ເດີນທາງໃນຕູ້ທີ່ມີຄຸນນະພາບສູງຈະເພີດເພີນກັບການເຂົ້າເຖິງ WiFi ຟຣີຕະຫຼອດການເດີນທາງ; ສໍາລັບປີ້ລົດໄຟແຕ່ລະປີ້, ຜູ້ໂດຍສານຈະໄດ້ຮັບນໍ້າ​ດື່​ມ 1 ຕຸກ ແລະ ຜ້າເຢັນ 1 ອັນ. ຢູ່ໃນຕູ້ລົດໄຟທີ່ມີຄຸນນະພາບສູງ, ທາງລົດໄຟບໍ່ໄດ້ຂາຍບ່ອນນັ່ງສຳ​ຮອງ, ເຖິງແມ່ນວ່າໃນໂອກາດວັນພັກບຸນ ແລະ ມີແຂກຫຼາຍ.

ປະຈຸ​ບັນ, ​ເສັ້ນທາງ​ຮ່າ​ໂນ້ຍ - ຫາຍ​ຟ່ອງ ​ໄດ້​ດຳ​ເນີນ​ເປັນ​ປະຈຳ​ວັນ​ດ້ວຍ​ລົດ​ໄຟ 4 ຄູ່ໄປ-ກັບ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.