ໜັງສືພິມ ຕາເວັນຕົກ ຍ້ອງຍໍ ນ້ຳປາ ຫວຽດນາມ

19:32 | 10/08/2022

ຍສໝ - ຕາມ CNN ແລ້ວ, ຝູ​ກວກ​ຖືກ​ປຽບເໝືອນກັບ​ເກາະ​ໄຂ່​ມຸກ​ຂອງ​ຫວຽດ​ນາມ ແລະ ເປັນ​ທີ່​ຮູ້​ຈັກ​ດ້ວຍ​ລົດ​ຊາດ​ນ້ຳ​ປາ​ທີ່​ດີ​ທີ່​ສຸດ​ໃນ​ປະ​ເທດ.

ໜັງສືພິມ​ກຳປູ​ເຈຍ ລົງຂ່າວກ່ຽວກັບເຫດການ 45 ປີ​ແຫ່ງ​ໄຊຊະນະ​​ລະບອບດັບສູນເຊື້ອຊາດ ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ ໜັງສືພິມ​ກຳປູ​ເຈຍ ລົງຂ່າວກ່ຽວກັບເຫດການ 45 ປີ​ແຫ່ງ​ໄຊຊະນະ​​ລະບອບດັບສູນເຊື້ອຊາດ ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ
ໜັງສືພິມ ຍີ່ປຸ່ນ: ຫວຽດນາມ ເປັນປະເທດທີ່ຕັ້ງໜ້າທີ່ສຸດໃນຄວາມມານະພະຍາຍາມຮັກສາສັນຕິພາບຢູ່ທະເລຕາເວັນອອກ ໜັງສືພິມ ຍີ່ປຸ່ນ: ຫວຽດນາມ ເປັນປະເທດທີ່ຕັ້ງໜ້າທີ່ສຸດໃນຄວາມມານະພະຍາຍາມຮັກສາສັນຕິພາບຢູ່ທະເລຕາເວັນອອກ

ຕາມ​ຂ່າວ CNN, ນ້ຳ​ປາ​ ໄດ້ຮັບຖືວ່າ ເໝືອນດັ່ງ​ຈິດ​ວິນ​ຍານ​ຂອງ​ເຍື່ອງ​ອາ​ຫານ​ຫວຽດ​ນາມ ແລະ ເປັນ​ເຄື່ອງ​ປຸງຂອງຊົນຊາດ​ທີ່​ຂາດ​ບໍ່​ໄດ້​ໃນ​ທຸກໆ​ເຍື່ອງ​ອາ​ຫານ.

nuoc mam Viet Nam anh 1

ພາບ: vietnamcharms.

ເພື່ອເຮັດນ້ໍາປາຢອດທີ່ດີທີ່ສຸດ, ຂະບວນການຜະລິດຈະໃຊ້ເວລາ ປະມານຫນຶ່ງປີ.

ຕາມ CNN ແລ້ວ, ຝູ​ກວກ​ຖືກ​ປຽບເໝືອນກັບ​ເກາະ​ໄຂ່​ມຸກ​ຂອງ​ຫວຽດ​ນາມ ແລະ ເປັນ​ທີ່​ຮູ້​ຈັກ​ດ້ວຍ​ລົດ​ຊາດ​ນ້ຳ​ປາ​ທີ່​ດີ​ທີ່​ສຸດ​ໃນ​ປະ​ເທດ.

ຢູ່​ຮ້ານ​ອາ​ຫານ​ຊັ້ນ​ສູງ​ແຫ່ງ​ໜຶ່ງ​ຢູ່ ຝູ​ກວກ, ມີ​ເຍື່ອງ​ອາ​ຫານ​ຫຼາຍ​ເຍື່ອງ​ໄດ້​ຮັບ​ການ​ຈັດ​ແຕ່ງ​ຢ່າງ​ສວຍ​ງາມ ແລະ ມີ​ຄວາມ​ດຶງ​ດູດໃຈ. ອາຫານທັງຫມົດແມ່ນໂດດເດັ່ນດ້ວຍລົດຊາດ "umami".

nuoc mam Viet Nam anh 3ພາບ: beetrip.

Umami ແມ່ນ ໜຶ່ງໃນຫ້າລົດຊາດພື້ນຖານພ້ອມກັບຫວານ, ສົ້ມ, ຂົມ ແລະ ເຄັມ. ຜູ້​ຊ່ຽວ​ຊານ​ດ້ານ​ການ​ປຸງ​ແຕ່ງ​ອາ​ຫານ​ຫຼາຍ​ຄົນ​ໃນ​ທົ່ວ​ໂລກ​ຍັງ​ເຫັນ​ດີ​ວ່າ ​ນ້ຳ​ປາ ຝູກວກ ນຳ​ມາເຊິ່ງມາດ​ຕະ​ຖານລົດຊາດ umami.

"ທ່ານບໍ່ຕ້ອງຊອກຫາຢູ່ໄກ, umami ແມ່ນມີຢູ່ໃນນ້ໍາປາຫວຽດນາມ," CNN ໃຫ້ຂ່າວ.

“ນ້ຳປາ ຝູກວກ ນຳມາເຊິ່ງລົດຊາດທີ່ໂດດເດັ່ນມີລັກສະນະສະເພາະພິເສດ”, CNN ໃຫ້ຄຳເຫັນ.

nuoc mam Viet Nam anh 4

ພາບ: vietnamnews.

nuoc mam Viet Nam anh 5

ພາບ: tastykitchen.

“ປີ 2016, ຢູ່​ຮ່າ​ໂນ້ຍ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ມີ​ໂອ​ກາດ​ໄດ້​ຮັບ​ປະທານເຂົ້າປຸ້ນ​ປີ້ງ​ຊີ້ນ​ໝູ. ທ່ານໄດ້​ຮັບ​ປະ​ທານ​ລົດ​ຊາດ​ຂອງ​ນ້ຳ​ປາ​ໃນ​​ເຍື່ອງ​ອາ​ຫານເຂົ້າປຸ້ນ​ປີ້ງ​ຊີ້ນ​ໝູ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ. ເຍື່ອງອາຫານທີ່ຮັບປະທານກັບນໍ້າປາ ໄດ້ຊ່ວຍອາຫານຫວຽດນາມ ຕິດຂຶ້ນອັນດັບທົ່ວໂລກ, "CNN ຂຽນ.

ບູນມີ

ເຫດການ
302 Found

Found

The document has moved here.