ໜັງສືພິມ​ກຳປູ​ເຈຍ ລົງຂ່າວກ່ຽວກັບເຫດການ 45 ປີ​ແຫ່ງ​ໄຊຊະນະ​​ລະບອບດັບສູນເຊື້ອຊາດ ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ

10:06 | 23/06/2022

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ພະນົມ​ເປັນ​ແລ້ວ, ໜັງສືພິມ Khmer Times ​ໃນ​ວັນ​ດຽວ​ກັນ​ໄດ້ລົງຂ່າວ​ກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ ​ແລະ ຫວຽດນາມ.

ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ

ຕອນ​ເຊົ້າ​ວັນ​ທີ 20 ມິຖຸນາ​, ກຳປູ​ເຈຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ “ວິວັດການມຸ່ງໄປສູ່ການໂຄ່ນລົ້ມລະບອບດັບສູນເຊື້ອຊາດຂະແມແດງ” ຢູ່​ບ້ານ​ Koh Thmar (ຕາ​ແສງ​ Tonloung, ​ເມືອງ Memut, ​ແຂວງ​ Thbong Khmum).

ໜັງສືພິມ​ກຳປູ​ເຈຍ ລົງຂ່າວກ່ຽວກັບເຫດການ 45 ປີ​ແຫ່ງ​ໄຊຊະນະ​​ລະບອບດັບສູນເຊື້ອຊາດ ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ
​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Techo Hun Sen ​ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ. ພາບ: TTXVN

​ເຫດການໂດຍ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Techo Hun Sen ​ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ເປັນປະທານ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແລະ ນາຍພົນທະຫານ​ຂອງ 2 ປະ​ເທດ. ​ໃນ​ຂອບ​ເຂດ​ງານ​ສະ​ເຫຼີ​ມສະຫຼອງ, ສອງ​ຝ່າຍ​ເປີດສະຫຼອງລາຍການ​ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ X16 Techo Koh Thmar ​ຈຳນວນ​ໜຶ່ງ ​ແລະ ປູກ​ຕົ້ນ​ໄມ້​ທີ່​ລະນຶກ.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ພະນົມ​ເປັນ​ແລ້ວ, ໜັງສືພິມ Khmer Times ​ໃນ​ວັນ​ດຽວ​ກັນ​ໄດ້ລົງຂ່າວ​ກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ ​ແລະ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ ປະຫວັດສາດໄດ້ພິສູດ ໃຫ້ເຫັນວ່າ ຖ້າບໍ່ມີ “ວິວັດການມຸ່ງໄປສູ່ການໂຄ່ນລົ້ມລະບອບດັດສູນເຊື້ອຊາດ Pol Pot” ເລີ່ມຕົ້ນແຕ່ວັນທີ 20 ມິຖຸນາ ປີ 1977 ແລະ ບັນດາເຫດການຕໍ່ໄປ ຈະບໍ່ມີປະເທດກຳປູເຈຍໃນປັດຈຸບັນ.

ວັນ​ທີ 19 ມິຖຸນາ​, ​ໃນ​ເຟສບຸກ​ສ່ວນ​ຕົວ, ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ລົງ​ບົດ​ຂຽນ​ກັບ​ບັນດາ​ສະຫາຍ ​ກ່ຽວ​ກັບ​ເສັ້ນທາງ​ທີ່​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​ທາງ​ປົດ​ປ່ອຍ​ກຳປູ​ເຈຍ ໃຫ້ຫຼຸດພົ້ນອອກ​ຈາກ​ລະບອບ​ດັບສູນເຊື້ອຊາດ.

ບູນມີ

ເຫດການ
302 Found

Found

The document has moved here.