ໜັງສືພິມ ຍີ່ປຸ່ນ: ຫວຽດນາມ ເປັນປະເທດທີ່ຕັ້ງໜ້າທີ່ສຸດໃນຄວາມມານະພະຍາຍາມຮັກສາສັນຕິພາບຢູ່ທະເລຕາເວັນອອກ

08:55 | 10/06/2022

ຍສໝ-ໜັງສືພິມອອນໄລ Data-Max ຂອງຍີ່ປຸ່ນ ຫວ່າງແລ້ວນີ້ ໄດ້ຂຽນບົດຄວາມໜຶ່ງເວົ້າເຖິງ ບົດບາດຂອງຫວຽດນາມໃນການຫັນທະ​ເລ​ຕາ​ເວັນ​ອອກເປັນເຂດທະເລສັນຕິພາບ ແລະ ການຮ່ວມມື” ​ໃນ​ນັ້ນໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມ​ໄດ້​ຮັບ​ການ​ຕີ​ລາ​ຄາວ່າ​ແມ່ນ​ປະ​ເທດ​​ທີ່​ຕັ້ງໜ້າທີ່ສຸດ, ​ຂົນຂວາຍເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ໜັງສືພິມ ລາວ ລົງພິມຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ຫວຽດນາມ ໜັງສືພິມ ລາວ ລົງພິມຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ຫວຽດນາມ
ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ
ໜັງສືພິມ ຍີ່ປຸ່ນ: ຫວຽດນາມ ເປັນປະເທດທີ່ຕັ້ງໜ້າທີ່ສຸດໃນຄວາມມານະພະຍາຍາມຮັກສາສັນຕິພາບຢູ່ທະເລຕາເວັນອອກ
ບົດຄວາມ ບົດບາດຂອງຫວຽດນາມໃນການຫັນທະ​ເລ​ຕາ​ເວັນ​ອອກເປັນເຂດທະເລສັນຕິພາບ ແລະ ການຮ່ວມມື(ພາບ: vov.vn)

ບົດຂຽນໃຫ້ຂໍ້ສັງເກດວ່າ, ໜຶ່ງທະ​ເລ​ຕາ​ເວັນ​ອອກ​ສັນ​ຕິ​ພາບ, ​ຮ່ວມ​ມື ພວມ​ແມ່ນ​ຄວາມ​​ປາດ​ຖະ​ໜາ​ຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ຫວຽດນາມ ໄດ້​ຮັບ​ການ​ຕີ​ລາ​ຄາວ່າ​ແມ່ນ​ປະ​ເທດ​​ທີ່​ຕັ້ງໜ້າທີ່ສຸດ, ​ຂົນຂວາຍເພື່ອ​ແນ​ໃສ່​ຮັກສາຄວາມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ໃນເດືອນກໍລະກົດ 2021, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຄຳເຫັນຂອງຫວຽດນາມ ເນື່ອງໃນໂອກາດ 5 ປີແຫ່ງວັນສານອານຸຍາໂຕຕຸລາການສາກົນໄດ້ພິພາກສາກ່ຽວກັບຄະດີຂອງຟີລິບປິນເຊິ່ງກ່ຽວຂ້ອງກັບບັນຫາຢູ່ທະເລຕາເວັນອອກ, ທ່ານນາງໂຄສົກການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນ​ການ​ແກ້​ໄຂບັນດາ​ການ​ຂັດ​ແຍ່ງ​ກ່ຽວ​ກັບ​ອະທິປະ​ໄຕ, ສິດ​ອໍານາດອະທິປະ​ໄຕ ​ແລະ ສິດພິພາກສາ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍຜ່ານ​ວິວັດທະນາການ​ທາງ​ການ​ທູດ ​ແລະ ນິຕິກໍາ; ບໍ່ນໍາໃຊ້ ແລະ ນາບຂູ່ນໍາໃຊ້ອາວຸດ, ແກ້ໄຂດ້ວຍບັນດາມາດຕະການ, ວິທີການສັນຕິພາບທີ່ສອດຄ່ອງກັບກົດບັດສະຫະປະຊາຊາດ ກໍຄື UNCLOS 1982. ຫວຽດນາມ ສະ​ເໜີ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ເຄົາລົບ ​ແລະ ປະຕິບັດ​ບັນດາພັນທະ​ນິຕິກໍາ​ທີ່​ໄດ້​ກຳນົດ​ໄວ້​ໃນ UNCLOS 1982 ຢ່າງ​ຄົບ​ຖ້ວນ, ຮ່ວມ​ມື​ປະກອບສ່ວນຢ່າງ​ຕັ້ງໜ້າ, ​ແທດ​ຈິງ​ ເຂົ້າໃນການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະເລ ​ແລະ ການ​ບິນ​, ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍອີງໃສ່​ກົດໝາຍ​ສາກົນ.

ໃນກອງປະຊຸມຂັ້ນສູງພິເສດ ອາຊຽນ - ອາເມລິກາ ທີ່ Washington ໃນວັນທີ 13 ພຶດສະພາ 2022 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້າມ​ມິງຈິ໋ງ ໄດ້​ຢືນ​ຢັນຄື​ນຫຼັກໝັ້ນ​ຂອງ​ຕົນ, ຫຼັກການແກ້ໄຂການຂັດແຍ່ງໂດຍສັນວິທີ ບົນພື້ນຖານກົດໝາຍສາກົນລວມທັງ UNCLOS 1982; ຊົມເຊີຍບັນດາຄູ່ຮ່ວມມືທີ່ສະໜັບສະໜູນ ຫວຽດນາມ ກໍຄື ອາຊຽນ ປະຕິບັດ​ຖະແຫຼງການການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ສ້າງ​ປະ​ມວນ​ກົດ​ໝາຍ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃຫ້​ມີຜົນສັກສິດ, ມີ​ປະ​ສິດ​ທິ​ຜົນ ແລະ ສອດຄ່ອງກັບ​ກົດ​ໝາຍ​ສາ​ກົນ.

ໃນກອງປະຊຸມທາງໄກ ອາເມລິກາ - ອາຊຽນ ໄດ້ຈັດຂຶ້ນໃນເດືອນພຶດສະພາ 2021, ທ່ານຜູ້​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ອາ​ເມ​ລິ​ກາ Atul Keshap ​ເນັ້ນ​ໜັກ​ວ່າ ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Joe Biden ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອາ​ຊຽນ, ຢືນຢັນ​ຈະ​ສົມທົບ​​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ ອາ​ຊຽນ ​ເພື່ອ​ປະກອບສ່ວນເຂົ້າໃນການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ ​ມີ​ຄວາມ​ໝັ້ນຄົງ​ ​ແລະ ຄວາມ​ປອດ​ໄພຂອງການເດີນທະເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຊິ່ງເປັນເສັ້ນທາງຂົນສົ່ງທາງນໍ້າທີ່ສໍາຄັນ​ຂອງ​ໂລກ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃນການເດີນທາງໄປຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ ໃນທ້າຍເດືອນເມສາ ແລະ ຕົ້ນເດືອນພຶດສະພາ, ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດທີ່ມຸ່ງໄປເຖິງພາກພື້ນ ມະຫາສະໝຸດອິເດຍ- ປາຊີຟິກ ລວມມີທະເລຕາເວັນອອກ ສັນຕິພາບ, ໝັ້ນຄົງ, ເສລີ ແລະ ເປີດກວ້າງ.

ທ້າຍ​ສຸດ​, ນັກ​ຂຽນ​ບົດ​ຄວາມນີ້ ໃຫ້ຂໍ້ສັງເກດ​​ວ່າ ​ໃນ​ສະຖານະການ​ຂອງ​ໂລກ ​ແລະ ພາກ​ພື້ນທີ່​ພວມ​ມີ​ການ​ປ່ຽນ​ແປງ​ທີ່​ທີ່ຍາກຈະຄາດຄະເນ​ໄດ້​ເຊັ່ນ: ການ​ປະ​ທະ​ກັນ​ລະຫວ່າງ​ລັດ​ເຊຍ - ຢູ​ແກຼນ, ການ​ແຜ່​ລະບາດ​ຂອງໂຄວິດ - 19 ຍັງມີການປັນແປ​ສັບສົນ​ຢູ່​ບາງ​ປະ​ເທດ, ການ​ແກ່ງແຍ້ງ​ລະຫວ່າງ​ອາ​ເມ​ລິ​ກາ - ຈີນ, ອາ​ເມ​ລິ​ກາ - ຣັດ​ເຊຍ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນນັ້ນ, ການ​ຮັກສາ​ ໜຶ່ງທະ​ເລ​ຕາ​ເວັນ​ອອກ ສັນຕິພາບ, ​ສະຖຽນ​ລະ​ພາບ​ ແມ່ນມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ປະ​ເທດ, ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ປະ​ເທດ​ທີ່​ຢູ່ໃກ້​ກັບ​ທະ​ເລ​ຕາ​ເວັນ​ອອກ​, ບັນດາປະເທດອາຊຽນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສໍາລັບທັງພາກພື້ນ ມະຫາສະໝຸດິນເດຍ-ປາຊີຟິກ ແລະ ໂລກອີກດ້ວຍ.

ຫອມມາລາ

ເຫດການ
302 Found

Found

The document has moved here.