ໄຂ​ຕະຫຼາດ​ນັດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ແຂວງ ແຄ໋ງຮ່ວາ ປີ 2022

13:21 | 31/07/2022

ຍ​ສ​ໝ - ງານ​ຕະຫຼາດນັດ​ມີ​ຮ້ານ​ວາງສະແດງ​ 100 ຮ້ານ, ​ແນະນຳ​ຜະລິດ​ຕະພັນ​ຂອງ​ແຂວງ​ແຄ໋ງຮ່ວາ ​ແລະ ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ຄື: ດັກ​ລັກ, ກອນ​ຕູມ, ບິ່ງ​ດິ່ງ, ລອງ​ອານ, ນະຄອນ​ໂຮ່ຈິ​ມິນ... ​ໄດ້​ອອກ​ແບບ​ເປັນ 6 ຂົງ​ເຂດ​ຕົ້ນຕໍ.

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ
ການ​ຮ່ວມ​ມືກໍ່ສ້າງ​ພະ​ນັກ​ງານ​ສະ​ຫະ​ພັນ​ກໍາມະບານປະ​ກອບ​ສ່ວນ​ຮັດແໜ້ນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ-ລາວ ການ​ຮ່ວມ​ມືກໍ່ສ້າງ​ພະ​ນັກ​ງານ​ສະ​ຫະ​ພັນ​ກໍາມະບານປະ​ກອບ​ສ່ວນ​ຮັດແໜ້ນ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ-ລາວ
ໄຂ​ຕະຫຼາດ​ນັດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ແຂວງ ແຄ໋ງຮ່ວາ ປີ 2022
ພິ​ທີເປີດ​ຕະຫຼາດນັດ​​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ​ປີ 2022 (ພ​າບ: vietnamplus.vn)

ຕອນ​ຄ່ຳ​ວັນ​ທີ 27 ກໍລະກົດ, ຢູ່​ນະຄອນ ຍາຈາງ, ສະມາຄົມ​ຊາວ​ກະສິກອນ​ແຂວງ​ແຄ໋ງຮ່ວາ ​ໄດ້​ເປີດ​ຕະຫຼາດນັດ​​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ​ປີ 2022, ຕະຫຼາດ​ກາຍ​ເປັນ​ສະຖານ​ທີ່ຢ້ຽມ​ຊົມ​ທີ່​ເປັນ​ໜ້າ​ສົນ​ໃຈ, ​ໄປ​ຊື້​ສິນຄ້າ​ກະສິກຳ​ຫຼາຍ​ຢ່າງ ​ແລະ ມີ​ເຍື່ອງອາຫານ​ທີ່​ແຊບໆໃຫ້​ຊາວ​ທ້ອງ​ຖິ່ນ ​ແລະ ນັກທ່ອງທ່ຽວ, ຕະຫຼາດ​ຈັດ​ແກ່ຍາວຮອດວັນທີ 31 ກໍລະກົດ.

ງານ​ຕະຫຼາດນັດ​ມີ​ຮ້ານ​ວາງສະແດງ​ 100 ຮ້ານ, ​ແນະນຳ​ຜະລິດ​ຕະພັນ​ຂອງ​ແຂວງ​ແຄ໋ງຮ່ວາ ​ແລະ ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ຄື: ດັກ​ລັກ, ກອນ​ຕູມ, ບິ່ງ​ດິ່ງ, ລອງ​ອານ, ນະຄອນ​ໂຮ່ຈິ​ມິນ... ​ໄດ້​ອອກ​ແບບ​ເປັນ 6 ຂົງ​ເຂດ​ຕົ້ນຕໍ, ​ໃນ​ນັ້ນ​ມີ: ເຂດ​ຜັກ ​ແລະ ໝາກ​ໄມ້; ເຂດປຸງແຕ່ງຜະລິດຕະພັນກະເສດ; ພື້ນທີ່ຂອງພຶກສາປະດັບ; ເຂດ ເບ້ຍ​ໄມ້, ແນວພັນໄມ້, ບັນ​ດາຜົນ​ສໍາ​ເລັດ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ, ກະ​ສິ​ກໍາ​ເຕັກ​ໂນ​ໂລ​ຊີສູງ, ການ​ຫັນ​ເປັນ​ດິ​ຈິ​ຕອນ; ເຂດ​ອາ​ຫານ​ທະ​ເລ ແຄ໊ງ​ຮ່​ວາ ແລະ ​​ອາ​ຫານ​ພື້ນ​ເມືອງ. ຕະຫຼາດ​ຍັງ​ມີເຂດ​ສະ​ບຽງ​ອາ​ຫານ​ເພື່ອ​ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ​ປະ​ຈຳ​ຂອງ​ຊາວ​ເຜົ່າ​ຂະ​ແມ​ຄື: ເຂົ້າ​ປຽກເສັ້ນ, ເຂົ້າປຸ້ນ​ປາ, ເຂົ້າ​ໜົມແຊ່ວ, ອາ​ຫານ​ທະ​ເລ ​ໃຫ້​ປະ​ຊາ​ຊົນ, ເພື່ອນ​ມິດ ແລະ ແຂກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.