ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ

16:33 | 28/07/2022

ຍສໝ - ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ເຂດການບໍລິການທ່ອງທ່ຽວເກຶອວຽດ, ເທດສະບານ ເກືອວຽດ, ເມືອງ ຢໍລິງ, ຄະນະກຳມະການປະຊາຊົນແຂວງກ໋ວາງຈິ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄຂງານຕະຫຼາດນັດການຄ້າສາກົນອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ (GMS) - ກ໋ວາງຈິ 2022.

ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ
ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ
ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ
ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ

ເຂົ້າຮ່ວມງານຕະຫຼາດນັດມີຮ້ານວາງສະແດງກ່ວາ 400 ຮ້ານຂອງ ວິສາຫະກິດ 250 ແຫ່ງຂອງ ຫວຽດນາມ, ລາວ, ໄທ… ໄດ້ວາງສະແດງບັນດາຜະລິດຕະພັນເປັນຕົ້ນແມ່ນ: ຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນທະເລ, ເຄື່ອງໃຊ້ສອຍ… ງານວາງສະແດງຍັງມີຮ້ານອາຫານ ໂດຍມີບັນດາເຍື່ອງອາຫານທີ່ເປັນມູນເຊື້ອທີ່ມາຈາກຫຼາຍເຂດພາກຂອງ ຫວຽດນາມ, ລາວ, ໄທ.

ທ່ານ ເລດຶກຕຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງຈິ ໃຫ້ຮູ້ວ່າ: ງານຕະຫຼາດນັດການຄ້າສາກົນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ ເພື່ອໃຫ້ປະຊາຊົນທ້ອງຖິ່ນ, ແຂກທ່ອງທ່ຽວມາຢ້ຽມຊົມ, ຊື້ເຄື່ອງ, ກະຕຸກຊຸກຍູ້ການບໍລິໂພກ, ປະກອບສ່ວນຮັກສາທ່າເຕີບໂຕດ້ານເສດຖະກິດ. ງານຕະຫຼາດນັດ GMS ຈະແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິຜົນ, ແມ່ນຊ່ອງທາງສົ່ງເສີມການລົງທຶນ - ການຄ້າ - ການທ່ອງທ່ຽວສຳຄັນ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດບັນດາປະເທດ GMS ໂຄສະນາ, ແນະນຳຜະລິດຕະພັນ, ການບໍລິການ ແລະ ຊອກຫາກາລະໂອກາດລົງທຶນ, ຮ່ວມມືດຳເນີນທຸລະກິດ.

ໃນການດຳເນີນງານຕະຫຼາດນັດເປັນເວລາ 1 ອາທິດ, ບັນດາສະຫະສະມາຄົມການທ່ອງທ່ຽວ ແລະ ຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວຈະຈັດ tour ທ່ອງທ່ຽວຢ້ຽມຢາມ ເກາະໂກນກໍ, ບັນດາເຂດປູຊະນີຍະສະຖານປະຫວັດສາດ, ການປະຕິວັດທາງທິດຕາເວັນຕົກກ໋ວາງຈິ, Tour ການທ່ອງທ່ຽວ “ວັນໜຶ່ງ ກິນເຂົ້າຢູ່ 3 ປະເທດ ຫວຽດ - ລາວ - ໄທ”.

ໄຊພອນ

ເຫດການ
302 Found

Found

The document has moved here.