ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ກ່າວຄຳເຫັນທີ່ພິທີສະຫຼຸບເບື້ອງຕົ້ນຂໍ້ຕົກລົງຮ່ວມມືໄລຍະ 2018-2023. ລາຍການໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ສູນກາງສະຫະພັນກໍາມະບານລາວ ຈັດຕັ້ງໃນວັນທີ 18 ກໍລະກົດ ທີ່ຮ່າໂນ້ຍ.
ເຂົ້າຮ່ວມລາຍການມີ ທ່ານນາງ ອາລີ ວົງໜໍ່ບຸນທໍາ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາວ.
![]() |
| ບັນຍາກາດທີ່ການເຮັດວຽກ. ພາບ: thoidai.com.vn |
ທີ່ພິທີ, ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນກຳມະບານລາວ ມາເຮັດວຽກກົງກັບເວລາສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2022).
ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຢືນຢັນວ່າ: ຄຽງຄູ່ກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດແລ້ວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ສູນກາງສະຫະພັນກຳມະບານລາວ ນັມມື້ນັບໄດ້ຮັບ ການປັບປຸງ.
![]() |
| ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. . ພາບ: thoidai.com.vn |
ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນໜັກວ່າ “ກໍາມະບານຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສູນກາງສະຫະພັນກໍາມະບານລາວ, ຖືວ່ານີ້ແມ່ນບຸລິມະສິດແຖວໜ້າໃນການເຄື່ອນໄຫວພົວພັນຕ່າງປະເທດຂອງກໍາມະບານຫວຽດນາມ”.
ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມສະແດງຄວາມດີໃຈຕໍ່ການພັດທະນາການພົວພັນລະຫວ່າງຂະບວນການກໍາມະບານສອງປະເທດໃນຊຸມປີມໍ່ໆມານີ້ນັບມື້ນັບດີງາມກວ່າອີກ: “ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອ້າຍນ້ອງແມ່ນແຫຼ່ງກຳລັງໜູນ, ລະດົມກໍາລັງໃຈຂະບວນການກໍາມະບານຂອງແຕ່ລະປະເທດໃຫ້ປະຕິບັດບັນດາໜ້າທີ່ຂອງຕົນເປັນຢ່າງດີ”.
ພາຍຫຼັງ 4 ປີແຫ່ງການຜັນຂະຫຍາຍ, ການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ສູນກາງສະຫະພັນກໍາມະບານລາວໄລຍະ 2018-2023 ບັນລຸໄດ້ໝາກຜົນອັນຕັ້ງໜ້າ.
ໄລຍະ 2018-2021, ມະຫາວິທະຍາໄລກຳມະບານ ໄດ້ຮັບເອົານັກສຶກສາລາວ 71 ຄົນ ແລະ ພະນັກງານກຳມະບານລາວ 42 ຄົນ ຕາມສັນຍາການຮ່ວມມື ລະຫວ່າງສະຫະພັນກຳມະບານສອງປະເທດ. ນັບແຕ່ປີ 2018 ເປັນຕົ້ນມາ, ບົນພື້ນຖານການໜູນຊ່ວຍຂອງມະຫາວິທະຍາໄລກຳມະບານ, ສະຖາບັນ ພັດທະນາກຳມະບານລາວ ໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ແລະ ກິລາລາວ ເພື່ອກໍ່ສ້າງຂະແໜງປົກປ້ອງແຮງງານ ຂັ້ນວິທະຍາໄລ ແລະ ຈະເລີ່ມຮັບສະໝັກນັກສຶກສາເຂົ້າຮຽນແຕ່ສົກປີ 2022-2023.
ກ່ຽວກັບການກໍ່ສ້າງ, ຝຶກອົບຮົມໄລຍະສັ້ນ ໄລຍະ 2018-2019, ສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ສູນກາງສະຫະພັນກໍາມະບານລາວ ສົມທົບກັນຈັດຕັ້ງ 4 ຊຸດອົບຮົມໃຫ້ພະນັກງານ ແລະ ນັກຊ່ຽວຊານ 60 ຄົນຂອງສູນກາງສະຫະພັນກຳມະບານລາວ ໄປສຶກສາຄົ້ນຄວ້າ, ແລກປ່ຽນບົດຮຽນ, ປະສົບການ ແລະ ຝຶກອົບຮົມງວິຊາສະເພາະຢູ່ ຫວຽດນາມ.
![]() |
| ທ່ານນາງ ອາລີ ວົງໜໍ່ບຸນທໍາ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: thoidai.com.vn |
ຄຽງຂ້າງນັ້ນ, ບັນດາກໍາມະບານຂັ້ນສູນກາງ ຄື: ກໍາມະບານອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກໍາມະບານລັດຖະກອນຫວຽດນາມ ແລະ ສະຫະພັນແຮງງານທ້ອງຖິ່ນຈຳນວນໜຶ່ງຄື: ຮ່າໂນ້ຍ, ກວາງນາມ, ເຊີນລາ ກໍ່ຈັດຕັ້ງບັນດາຊຸດອົບຮົມ, ບຳລຸງສ້າງໃຫ້ພະນັກງານກໍາມະບານຂະແໜງການ, ກໍາມະບານຂັ້ນ ແຂວງ, ນະຄອນ ກໍ່ໄດ້ລົງນາມສັນຍາຮ່ວມມືສອງຝ່າຍຂອງລາວ ເຊັ່ນ: ຫຼວງພະບາງ, ວຽງຈັນ, ເຊກອງ...
ອີງຕາມການສ່ອງແສງຄືນຂອງນັກສຳມະນາກອນລາວ, ຄວາມຮູ້ ແລະ ທັກສະທີ່ໄດ້ຝຶກອົບຮົມໃນຊຸດຝຶກອົບຮົມຂ້າງເທິງນີ້ມີປະໂຫຍດຫຼາຍ ແລະ ສາມາດນຳໄປໃຊ້ເຂົ້າໃນວຽກງານຕົວຈິງໄດ້.
ການຕີລາຄາຂອງຜູ້ຕາງໜ້າສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ, ກໍາມະບານຫວຽດນາມ ຍາມໃດກໍ່ມີຄວາມຮັກແພງເປັນພິເສດຕໍ່ກໍາມະບານລາວ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຄວາມສາມັກຄີ ແລະ ມິດຕະພາບແບບພິເສດລະຫວ່າງກໍາມະບານສອງປະເທດ. ສອງຝ່າຍໄດ້ຕິດຕາມປະຕິບັດບັນດາເນື້ອໃນຂອງສັນຍາຢ່າງໃກ້ຊິດ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຫຼາຍຂົງເຂດຢ່າງແທດຈິງ.
ທ່ານ ຫງວຽນດິ່ງຄາງ, ກຳມະການສູນກາງພັກ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຢືນຢັນວ່າ: ກິດຈະກໍາຮ່ວມມືດ້ານການບຳລຸງສ້າງລະຫວ່າງກໍາມະບານສອງປະເທດໄດ້ປະກອບສ່ວນຍົກສູງລະດັບຄວາມຮູ້ ແລະ ກໍາລັງ ຄວາມສາມາດຂອງພະນັກງານກໍາມະບານລາວ ແລະ ກໍ່ສ້າງອົງການກໍາມະບານລາວໃຫ້ໝັ້ນຄົງເຂັ້ມແຂງ. ພະນັກງານກໍາມະບານລາວທີ່ໄປຝຶກອົບຮົມຢູ່ຫວຽດນາມ ກໍ່ແມ່ນແກ່ນສານເພື່ອຮັກສາ ແລະ ພັດທະນາຄວາມສາມັກຄີ, ມິດຕະພາບລະຫວ່າງສອງອົງການອີກດ້ວຍ.
ການຊ່ວຍເຫຼືອດ້ານວັດຖຸ ແລະ ເຕັກນິກຂອງກໍາມະບານຫວຽດນາມ ສ່ວນໃດສ່ວນໜຶ່ງກໍ່ຊ່ວຍປັບປຸງເງື່ອນໄຂການເຮັດວຽກ ແລະ ມີຄວາມໝາຍສຳຄັນໃນການເຄື່ອນໄຫວຂອງກໍາມະບານລາວ. ການແລກປ່ຽນຄະນະຜູ້ແທນປະຈຳປີ ກໍ່ຄືການໂອ້ລົມສົນທະນາທາງອອນລາຍໄດ້ປະກອບສ່ວນຮັກສາ, ປັບປຸງ, ຮັດແໜ້ນການພົວພັນລະຫວ່າງສອງອົງການ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃຫ້ເລິກເຊິ່ງກວ່າອີກ...
| ກ່າວຄຳເຫັນນະທີ່ນີ້, ທ່ານນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາ ໄດ້ຢືນຢັນເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ໃນການກໍ່ສ້າງສາຍພົວພັນມິດຕະພາບຮ່ວມມືແບບຍືນຍົງລະຫວ່າງ ສອງປະເທດ. ທ່ານນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາ ຕີລາຄາວ່າ, ການພົວພັນລະຫວ່າງສອງປະເທດແມ່ນແບບຢ່າງ, ມີໜຶ່ງບໍ່ມີສອງໂລກ. ບົນພື້ນຖານນັ້ນ, ສອງອົງການກໍາມະບານຈະສືບຕໍ່ເພີ່ມພູນຄູນສ້າງການພົວພັນໃຫ້ນັບມື້ນັບດີງາມກວ່າເກົ່າ ໂດຍຜ່ານບັນດາໂຄງການ ແລະ ແຜນການເຄື່ອນໄຫວລະອຽດ... |
ບູນມີ


