ສະຖານທີ່ຕັ້ງແຄ້ມ 3 ແຫ່ງຢູ່ໃກ້ໆຮ່າໂນ້ຍ

09:26 | 26/07/2022

ຍສໝ-ການທ່ອງທ່ຽວແບບຕັ້ງແຄ້ມແມ່ນນັບມື້ນັບໄດ້ຮັບຄວາມຍົມ ແລະ ໄດ້ຄັດເລືອກເປັນກິດຈະກຳເພື່ອຜ່ອນຄາຍອາລົມໃນຍາມທ້າຍອາທິດຂອງຫຼາຍຄອບຄົວ ແລະ ກຸ່ມໄວໜຸ່ມ.

ຫວຽດນາມ ​ຮັບດໍາລົງ​ຕຳ​ແໜ່​ງເປັນປະທານ​ຄະນະ​ກຳມະການ ອາ​ຊຽນ ປະຈຳ ປາ​ກິດ​ສະຖານ ຫວຽດນາມ ​ຮັບດໍາລົງ​ຕຳ​ແໜ່​ງເປັນປະທານ​ຄະນະ​ກຳມະການ ອາ​ຊຽນ ປະຈຳ ປາ​ກິດ​ສະຖານ
ຟູກັວກ,  ໂຮ້ຍອານ ໄດ້ເຂົ້າທ໊ອບສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ ຟູກັວກ, ໂຮ້ຍອານ ໄດ້ເຂົ້າທ໊ອບສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ

ຖ້າທ່ານບໍ່ມີເວລາ ຫຼື ເງິນພຽງພໍເພື່ອໄປທ່ຽວຢູ່ໄກ, ສະຖານທີ່ຕັ້ງແຄ້ມຢູ່ໃກ້ໆຮ່າໂນ້ຍຈະເປັນທາງເລືອກທີ່ເໝາະສົມທີ່ສຸດ.

ລຸ່ມນີ້ແມ່ນສະຖານທີ່ຕັ້ງ

ເຂດນິເວດ ທຽນເຊີນ ຫ້ວຍ ຫງ່າ

ທີ່ຢູ່: ເວີນຮ່ວາ, ບາວີ່

ຄ່າປີ້: ເລີ່ມແຕ່ 150.000 ດົ່ງ/ຄົນ

ສະຖານທີ່ຕັ້ງແຄ້ມ 3  ແຫ່ງຢູ່ໃກ້ໆຮ່າໂນ້ຍ
ເຂດນິເວດ ທຽນເຊີນ ຫ້ວຍ ຫງ່າ ( ພາບ: dulichchat.com)

ເຂດ​ທ່ອງ​ທ່ຽວ​ນິ​ເວດ​ນີ້​ແມ່ນ​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ປະ​ມານ 60 ກິ​ໂລ​ແມັດ. ຍ້ອນວ່າຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດ ບາວີ່, ສະນັ້ນ ເຂດນິເວດ ທຽນເຊີນ.

ຈຶ່ງ ມີພູມີສາດແບບຫຼາກຫຼາຍ ແລະ ທຳມະຊາດ ລວມມີປ່າໄມ້, ໜອງ, ຫ້ວຍ, ນ້ຳຕົກຕາດ… ດ້ວຍເນື້ອທີ່ກວ້າງເຖິງ 450 ເຮັກຕາ.

ຢູ່ທີ່ນີ້ໄດ້ແບ່ງ​ອອກ​ເປັນ 3 ​ເຂດ​ຕົ້ນຕໍ​ຄື: ​ເຂດ​ຕີນ​ພູ ຮ້າ​ເຊີນ, ເຂດກາງເຄິ່ງ​ພູ​ ຈູງ​ເຊີນ ​ແລະ ​ເຂດຈອມ​ພູ​ ງ້ວາ​ເຊີນ - ​ບ່ອນທີ່ມີ​ນ້ຳຕົກ​ຕາດ​ແຫ່ງ​ສະຫວັນ​ທີ່​ມີ​ຊື່​ສຽງ. ຄ່າປີ້ເຂົ້າແມ່ນ ສຳລັບຜູ້ໃຫຍ່ 150.000 ດົ່ງ/ຄົນ, ເດັກນ້ອຍ100.000 ດົ່ງ/ຄົນ.

ເຂດຕັ້ງແຄ້ມຕັ້ງຢູ່ໃນປ່າແປກທີ່ຕີນພູ ຮ້າເຊີນ, ສະໜອງບັນດາການບໍລິການໃຫ້ເຊົ່າຜ້າເຕັ້ນທັງກາງເວັນ ແລະ ກາງຄືນ, ກະກຽມອາຫານຕາມຄວາມຕ້ອງການຂອງນັກທ່ອງທ່ຽວ.

ນອກຈາກນັ້ນ, ທ່ານສາມາດສໍາຜັດການລຸຍນ້ໍາຕົກຕາດ, ລອຍຫ້ວຍ ແລະ ລອຍນໍ້າໃນສະລອຍນ້ໍາທີ່ມີນໍ້າແຮ່ທາດທໍາມະຊາດໃນບໍລິເວນທັງຫມົດຂອງສະຖານທີ່ທ່ອງທ່ຽວນີ້.

ບຶງ ດົງດໍ

ທີ່ຢູ່: ມິງຈິ໋, ຊອກເຊີນ

ຄ່າປີ້: ເລີ່ມແຕ່ 50.000 ດົ່ງ/ຄົນ

ສະຖານທີ່ຕັ້ງແຄ້ມ 3  ແຫ່ງຢູ່ໃກ້ໆຮ່າໂນ້ຍ
ບຶງ ດົງດໍ(ພາບ: homestay.review )

ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ ​ຮ່າ​ໂນ້ຍ ​ປະມານ 40 ກິ​ໂລ​ແມັດ ​ແລະ ​ຂີ່​ລົດ​​ບໍ່​ຮອດ 1 ຊົ່ວ​ໂມງ, ທ່ານ​ສາມາດ​ໄປ​ພັກຜ່ອນ​ຢ່ອນ​ອາລົມ​ໃນ​ທ້າຍ​ອາທິດ​ທີ່ ​ບຶງ ດົງ​ດໍ, ​ເມືອງຊອັກເຊີນ.

ບຶງມີເນື້ອທີ່ໃຫຍ່ ແລະ ມີລວງຍາວກວ່າ 2 ກິໂລແມັດ. ຕາມແຄມບຶງແມ່ນສະຖານທີ່ຕັ້ງແຄ້ມແບບບໍ່ເສຍເງິນ ແລະ ເສຍເງິນ. ທ່ານສາມາດເລືອກສະຖານທີ່ທີ່ເຫມາະສົມໂດຍຕາມຄວາມຕ້ອງການຂອງທ່ານ. ຢູ່ທີ່ນີ້ກໍຍັງມີການບໍລິການຢ່າງຄົບຖ້ວນໃຫ້ເຊົ່າອຸປະກອນເພື່ອຕັ້ງແຄ້ມ ເຊັ່ນ ຜ້າເຕັ້ນ, ຜ້າຫົ່ມ, ໝອນ, ເຕົາໄຟ, ຖ່ານ... ທ່ານຕ້ອງຈອງລ່ວງໜ້າເພື່ອໃຫ້ສະຖານທີ່ຕັ້ງແຄ້ມກະກຽມໃຫ້ກ່ອນ.

ຄຽງຂ້າງກິດຈະກໍາ​​ຕັ້ງ​ແຄ້ມ​ແລ້ວ, ທ່ານ​ຍັງ​ສາ​ມາດລະຫຼິ້ນ​ບັນດາກິດຈະ​ກຳ​ຕ່າງໆ​ເຊັ່ນ​ ​ຂີ່​ລົດ​ຖີບ​ອ້ອມບຶງ, ຂີ່​ເຮືອ​ kayak ແລະ​ ຍ່າງ​ໃນ​ປ່າ​ແປກ.

ດົງໂມ Discovery

ທີ່ຢູ່: ເຊີນໄຕ, ບາວີ່

ຄ່າປີ້: ເລີ່ມແຕ່ 100.000 ດົ່ງ/ຄົນ

ສະຖານທີ່ຕັ້ງແຄ້ມ 3  ແຫ່ງຢູ່ໃກ້ໆຮ່າໂນ້ຍ
ດົງໂມ Discovery(ພາບ: hotel84.com)

ສະຖານທີ່ຕັ້ງແຄ້ມ ດົງໂມ Discovery ຕັ້ງຢູ່ໃນເຂດທ່ອງທ່ຽວໝູ່ບ້ານວັດທະນະທຳ, ມີບໍລິເວນສ່ວນໜຶ່ງຕັ້ງຢູ່ເມືອງ ບາວີ່ ແລະ ອີກເຄິ່ງໜຶ່ງແມ່ນຂຶ້ນກັບຕາແສງ ເຊີນໄຕ.

ດົງໂມ Discovery ມີທິວທັດທຳມະຊາດແບບສົດຊື່ນຍ້ອນຢູ່ ພາຍໃຕ້ສາຍພູ ບາວີ່ ແລະ ໄດ້ອ້ອມຮອບດ້ວຍບຶງ ເຊິ່ງມີເນື້ອທີ່ທັງໝົດເຖິງ 500 ເຮັກຕາ.

ທ່ານບໍ່ຈໍາເປັນຕ້ອງກະກຽມຫຼາຍເຄື່ອງຕ່າງໆ ເພາະວ່າຢູ່ທີ່ນີ້ກໍໄດ້ສະໜອງຫຼາຍການບໍລິການຄື ຕັ້ງແຄ້ມ, ຈັດກິດຈະກຳ, ປີ້ງ BBQ ຕາມຄວາມຕ້ອງການ. ນອກ​ນັ້ນ​ຍັງ​ມີ​ບັນດາກິດຈະກໍາເຊັ່ນ ​ພາຍ SUP, ຕຶກ​ປາ, ຂັບ​ລົດ ATV... ດ້ວຍ​ລາຄາ​ພຽງແຕ່ 200.000-300.000 ດົ່ງ/ຄົນ.

ຫອມມາລາ

ເຫດການ
302 Found

Found

The document has moved here.