ຟູກັວກ, ໂຮ້ຍອານ ໄດ້ເຂົ້າທ໊ອບສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ

13:50 | 22/07/2022

ຍສໝ-ລາງວັນ World's Best Awards 2022 ຂອງ ວາລະສານ World's Best Awards 2022 ໄດ້ເອີ້ນຊື່ເມືອງເກາະທີ່ມີຊື່ສຽງຂອງ ຫວຽດນາມ.

ອາຊີບການປູກພືດຜັກ ຊາແຄ່ ຢູ່ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ ອາຊີບການປູກພືດຜັກ ຊາແຄ່ ຢູ່ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ
ໂຮ້ຍອານ ຈັດງານບຸນບອນລູນ ໂຮ້ຍອານ ຈັດງານບຸນບອນລູນ
ຟູກັວກ,  ໂຮ້ຍອານ ໄດ້ເຂົ້າທ໊ອບສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ

ຟູກັວກ - ສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ ( ພາບ: Paul Szewczyk)

ໃນລາຍການ ເກາະທີ່ຢືນຢູ່ໃນລະດັບດີທີ່ສຸດຂອງໂລກ, ຟູກັວກ (ກຽນຢາງ) ໄດ້ນອນຢູ່ໃນທ໊ອບ 25. ເກາະມໍລະກົດກໍ​ແມ່ນ​ຕົວ​ແທນ​ອັນ​ດຽວ​ຂອງ ​ຫວຽດນາມ ​ໃນ​ລາຍການ​ນີ້.

ມາດຖານເພື່ອ​ໃຫ້​ທຸກຄົນ​ເລືອກ​ເອົາ​ເກາະ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ແມ່ນ​ຈະອີງ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ, ສະຖານ​ທີ່​ທ່ອງ​ທ່ຽວ, ທັດສະນິພະພາບ​ທຳ​ມະ​ຊາດ, ຫາດ​ຊາຍ​ທະ​ເລ, ອາຫານການ​ກິນ ​ແລະ ການ​ຕ້ອນຮັບ​ແຂກ​ຂອງ​ປະຊາຊົນ​ຢູ່​ເກາະ​ແຫ່ງນັ້ນ.

ຕາມໝາກຜົນຂອງການໂຫວດ, ຟູກັວກຢືນຢູ່ໃນອັນດັບທີ 14, ເກາະ Ischia (Italy) ເປັນເກາະທີ່ດີທີສຸດຂອງໂລກ.

Travel & Leisure ໃຫ້ຮູ້ວ່າ ນັກ​ທ່ອງ​ທ່ຽວ​ມີຄວາມມັກ​ຕໍ່ ຟູ​ກັວກ ກໍຍ້ອນວ່າ ​ແຫ່ງນີ້ມີ​ຫາດ​ຊາຍ​ຂາວ​ເມັດລະອຽດ ​ແລະ ​​ອາຫານ​ການກິນທີ່​ດຶງດູດ​. ນີ້ກໍແມ່ນເຫດຜົນທີ່ຊ່ວຍໃຫ້ເກາະ ຟູກັວກມີຊື່ໃນຕາຕະລາງຂອງການຈັດອັນດັບ.

ຄຽງຂ້າງນັ້ນ, ອີງຕາມວາລະສານສະບັບນີ້, ເກາະມໍລະກົດຍັງມີຊື່ສຽງໃນການຜະລິດນ້ໍາປາ ແລະ ພິກໄທ, ພ້ອມກັບບັນດາແນວປະກາລັງ ແລະ ປ່າເຂດຮ້ອນ.

ເວລາ​ທີ່​ເໝາະ​ສົມ​ທີ່​ສຸດ​ເພື່ອ​​ໄປ​ທ່ຽວ ​ຟູ​ກັວກ ​ແມ່ນ​ປະມານ​ເດືອນ​ພະຈິກ​ ຫາ​ ເດືອນ​ເມສາ​ປີໜ້າ. ​ເວລາ​ນີ້ ​ຝົນບໍ່ຕົກຫຼາຍ​, ທະ​ເລ​ມີຄື້ນ​ທະ​ເລ​ຄ່ອຍໆ ແລະ ​ແສງ​ຕາ​ເວັນ​ອ່ອນໆ ເໝາະ​ສົມກັບ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່ກາງແຈ້ງ.

ໃນລາຍການ 25 ຕົວເມືອງ​ທີ່​ນັກ​ທ່ອງ​ທ່ຽວໄດ້ໂຫວດໃຫ້ຫຼາຍ​ທີ່​ສຸດ, ໂຮ້ຍອານ​ ກໍໄດ້ຈັດ​ໃນອັນ​ດັບທີ 20. ​ຖະຫນົນ​ເກົ່າ​ແມ່ນ​ຕົວ​ແທນອັນ​ດຽວ​ຂອງ​ ຫວຽດນາມ​ ທີນອນຢູ່ໃນບັນຊີ​​ລາຍ​ຊື່​ດັ່ງກ່າວ.

25 ​ຕົວ​ເມືອງ​ທີ່​ດີ​ທີ່​ສຸດ​ໄດ້​ຮັບ​ການ​ກຳນົດ​ໂດຍ​ອີງ​ໃສ່​ມາດຖານ​ຄື ​ໂຮງ​ແຮມ, ຮ້ານອາຫານ, ມໍລະດົກ​ວັດທະນະທຳ​ທີ່​ອຸດົມສົມບູນ, ສະຖານ​ທີ່ທ່ອງທ່ຽວ​ທີ່​ດຶງ​ດູດ​, ຄວາມ​ເປັນ​ມິດຕ້ອນຮັບແຂກຄົນ, ອາຫານການກິນ ກໍຄື ​ວິທີ​ປ້ອງ​ກັນ ແລະ ຕ້ານ​ພະຍາດ​ໂຄ​ວິດ-19, ບັນດາ​ບໍລິການ​ຊື້​ເຄື່ອງ ກໍ່ຄື​ມູນ​ຄ່າ​ລວມ...

ຫອມມາລາ

ເຫດການ
302 Found

Found

The document has moved here.