ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 ມິ​ຖຸ​ນາ ຫາ ວັນ​ທີ 28 ມິ​ຖຸ​ນາ

16:30 | 27/06/2022

ຍ​ສ​ໝ - ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 – 28 ມິ​ຖຸ​ນາ ຢູ່ສູນ​​ວາງ​ສະ​ແດງວັດ​ທະ​ນະ​ທຳ ສິ​ລະ​ປະ ຫວຽດ​ນາມ ເຮືອນ​ເລກ​ທີ 2, ຮ​ວາ​ລື, ຮ່າ​ໂນ້ຍ.

ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ
ຄວາມ​ຊົງ​ຈຳໃນໄວ​ເດັກ ຂອງນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ: ຂົວ​ເຊື່ອມ​ຕໍ່​ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ຄວາມ​ຊົງ​ຈຳໃນໄວ​ເດັກ ຂອງນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ: ຂົວ​ເຊື່ອມ​ຕໍ່​ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ
ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 25 ມິ​ຖຸ​ນາ ຫາ ວັນ​ທີ 28 ມິ​ຖຸ​ນາ
ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ 2022 (ພາບ: qdnd.vn)

ເຫດ​ການ​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ໂດຍ​ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳ ສິ​ລ​ະ​ປະ ຫວຽດ​ນາມ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ) ຈັດ​ຕັ້ງ​ເພື່​ອ​ແນ​ໃສ່​ແນະ​ນຳ ແລະ ສະ​ເຫຼີມ​ສະ​ຫຼອ​ງວັນ​ຄອບ​ຄົວ ຫວຽດ​ນາມ (28 ມິ​ຖຸ​ນາ).

ໃນ​ວັນ​ບຸນ​ຄອບ​ຄົວ ຫວຽດ​ນາມ ປີ​ນີ້​ ຈະ​ດຳ​ເນີນ “ວັນ​ບຸນ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ - ປະ​ດິດ​ຄິດ​ສ້າງ ຈາກ​ໄຂ່ (Egg Festival)”” - ມະ​ຫາ​ຊົນ ແລະ ວົງ​ການ​ພໍ່​ຄົວ ມີ​ໂອ​ກາດ​ຊົມ​ບັນ​ດາ​ພໍ່​ຄົວຮັບ​ເຊີນ​ທີ່​ມີ​ຊື່​ສຽງ ເຂົ້າ​ຮ່ວມ​ການ​ສະ​ແດງ, ປະ​ດິດ​ຄິດ​ສ້າງ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເຮັດ​ຈາກ​ໄຂ່.

ມີ​ພໍ່​ຄົວ 5 ຄົນ ທີ່​ມີ​ຊື່ສຽງ ຂອງ​ຫວຽດ​ນາມ ແລະ ສາ​ກົນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ ແລະ ເປັນ​ກຳ​ມະ​ການ ໃຫ້​ແກ່​ການ​ແຂ່ງ​ຂັນ “ພໍ່​ຄົວ​ປະ​ດິດ​ຄິດ​ສ້າງ”… ນອກ​ຈາກ​ນັ້ນ, ຍັງ​ມີຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດຶງດູດ​ໃຈ​ຄື​ ວາງ​ສະ​ແດງ Fashion “3 ລຸ້​ນ​ຄົນ: ປູ່ຍ່າ​​ຕາ​ຍາ​ຍ, ພໍ່​ແມ່, ລູກຫຼານ”, ການ​ແຂ່ງ​ຂັນ​ແຕ່ງ​ກິນ, ການ​ແຂ່ງ​ຂັນຈັດ​ດອກ​ໄມ້ “ຄອບ​ຄົວ 10 ຄະ​ແນນ”, ການ​ສື່​ສານ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄ​ວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ, ລາຍການ​ສະ​ແດງ​ສິ​ລ​ະ​ປະ “ຄອບ​ຄົ​ວ​ແຫ່ງ​ຄວາມ​ອົບ​ອຸ່ນ”, ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ຄອບ ​ຄົວ, ແນະ​ນະ​​ໝູ່​ບ້ານ​ອາ​ຊີບ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ ຈຳນວນໜຶ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.