ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ

18:00 | 16/06/2022

ຍສໝ - ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ດີງາມ​ເຖິງ​ບັນດາ​ການ​ນຳ, ນັກ​ຂ່າວ, ນັກ​ບັນນາທິການ VOV ​ເນື່ອງ​ໃນ​ໂອກາດ​ວັນ​ສື່ມວນຊົນ​ປະຕິວັດ​ຫວຽດນາມ.

ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ

ເນື່ອງໃນໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (ວັນທີ 21 ມິຖຸນາ 1925 – ວັນທີ 21 ມິຖຸນາ 2022), ວັນທີ 13 ມິຖຸນາ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາ ອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາພະນັກງານ, ນັກຂ່າວ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ໜັງສືພິມກອງທັບປະຊາຊົນ.

ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ຢ້ຽມຢາມ ແລະ ອວຍພອນບັນດາພະນັກງານ, ນັກຂ່າວ, ນັກ ບັນນາທິການ VOV. ພາບ: vufo.org.vn

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ດີງາມ​ເຖິງ​ບັນດາ​ການ​ນຳ, ນັກ​ຂ່າວ, ນັກ​ບັນນາທິການ VOV ​ເນື່ອງ​ໃນ​ໂອກາດ​ວັນ​ສື່ມວນຊົນ​ປະຕິວັດ​ຫວຽດນາມ. ຕີ​ລາຄາ​ສູງ​ວິ​ຊາ​ຊີບ ​ແລະ ຄວາມຖືກຕ້ອງຊັດເຈນ​ຂອງ VOV, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ຂອບ​ໃຈ VOV ທີ່ຍາມ​ໃດ​ກໍ່​ໜູນ​ຊ່ວຍ, ຊ່ວຍເຫຼືອ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ​ແລະ ​ໄດ້​ໃຊ້​ເວລາ​ຫຼາຍ​ສົມຄວນໃນ​ການ​ພົວພັນ​ທາງ​ການ​ທູດປະຊາຊົນ. ທ່ານນາງ​ເອກ​ອັກຄະ​ລັດຖະທູດ ໄດ້ສະແດງຄວາມຊົມເຊີຍພະນັກງານ, ນັກ​ຂ່າວ, ນັກ​ບັນ​ນາ​ທິ​ການ VOV ທີ່ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ປະຕິບັດສຳ​ເລັດ​​ໜ້າ​ທີ່ ​ແລະ ສືບ​ຕໍ່​ພັດທະນາ.

ທ່ານ ຟ້າ​ມແມ້ງ​ຮຸ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ​ໃຫ້​ຮູ້​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ປະຕິບັດ​ໜ້າ​ທີ່ຂອງຕົນ.

​​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ມອບ​ດອກ​ໄມ້ ​ແລະ ອວຍພອນ​ບັນດາ​ການ​ນຳ, ນັກ​ຂ່າວ, ນັກບັນນາທິການໜັງສືພິມ​ກອງທັບ​ປະຊາຊົນ​ ​ເນື່ອງ​ໃນ​ໂອກາດ​ວັນ​ສື່ມວນຊົນປະຕິວັດ​ຫວຽດນາມ.

ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ຢ້ຽມຢາມ ແລະ ອວຍພອນບັນດາພະນັກງານ, ນັກຂ່າວ, ນັກບັນນາທິການໜັງສືພິມກອງທັບປະຊາຊົນ. ພາບ: vufo.org.vn

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ພົວພັນ​ທາງ​ການ​ທູດປະຊາຊົນ. ຢືນຢັນ​ວ່າ ການ​ໜູນ​ຊ່ວຍ ​ແລະ ການ​ຮ່ວມ​ມື​ຂອງ​ໜັງສືພິມ​ກອງທັບ​ປະຊາຊົນ​ມີ​ຄຸນຄ່າ​ທີ່​ສຸດ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທູດ​ປ້ອງ​ກັນຊາດ ເພື່ອ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະເທດ​ຂອງ​ພັກ ​ແລະ. ລັດໃຫ້ອຸດົມສົມບູນກວ່າອີກ.

ທ່ານພັນເອກພິເສດ ເຈີ່ນແອງຕ໋ວນ, ຮອງບັນນາທິການ ໜັງສືພິມກອງທັບປະຊາຊົນໄດ້ຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ແລະ ສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ທີ່ສະຫງວນອາລົມຈິດ ທີ່ດີໃຫ້ໜັງສືພິມກອງທັບປະຊາຊົນ. ທ່ານພັນເອກພິເສດ ເຈີ່ນແອງຕ໋ວນ ຢືນຢັນ​ວ່າ: ໜັງສືພິມ​ກອງທັບ​ປະຊາຊົນ ​ແລະ ຂະ​ແໜງ​ການ​ການ​ທູດ​ເວົ້າ​ລວມ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ ເວົ້າສະເພາະ ​ແມ່ນ​ມີ​ຄວາມສະໜິດຕິດພັນ​ອັນ​ເລິກ​ເຊິ່ງ. ຄຽງ​ຂ້າງ​ການ​ພົວພັນ​ການຕ່າງປະເທດ​ຂອງ​ພັກ ​ແລະ ລັດ, ການ​ທູດ​ປ້ອງ​ກັນ​ຊາດ​ກໍ່​ແມ່ນ​ໜ້າ​ທີ່​ສຳຄັນ, ເຊິ່ງ​ເພື່ອ​ປະຕິບັດ ສໍາເລັດ​ໜ້າ​ທີ່​ນັ້ນ, ໜັງສືພິມ​ກອງທັບ​ປະຊາຊົນ​ກໍ່​ປາດ​ຖະໜາ​ຢາກ​ໃຫ້​ຜູ້​ເຮັດ​ວຽກ​ງານ​ການ​ທູດ​ປະຊາຊົນ​ຄື​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ຊ່ວຍເຫຼືອ.

ບູນມີ

302 Found

Found

The document has moved here.