ຄວາມ​ຊົງ​ຈຳໃນໄວ​ເດັກ ຂອງນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ: ຂົວ​ເຊື່ອມ​ຕໍ່​ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ

09:47 | 15/06/2022

ຍ​ສ​ໝ - ງານ​ວາງ​ສະ​ແດງ “ຄວາມ​ຊົ​ງ​ຈຳໃນໄວ​ເດັກ” ຂອງນັກ​ຈິດ​ຕະ​ກອນ​ ວັນ​ເຢືອງ​ແທັງ ​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ດ້ານ​ວັດ​ທະ​ນະ​ທຳ​ໂດຍ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ​ ຈັດ​ຕັ້ງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອາ​ຕາ​ລີ (1973 - 2023) ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ…

ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ
ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ຄວາມ​ຊົງ​ຈຳໃນໄວ​ເດັກ ຂອງນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ: ຂົວ​ເຊື່ອມ​ຕໍ່​ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ
ຈິດ​ຕ​ະ​ກອນ ເຢືອງວັນ​ແທັງ (ພາບ: TTXVN)

ທີ່​ພິ​ທີ​ໄຂ, ທ່ານ Pasquali ເຈົ້າ​ຄອງ​ນະ​ຄອນ Passignano, ຊີ້​ແຈ້ງວ່າ: ສິ​ລ​ະ​ປະ​ແມ່ນ​ສານ​ຂອງ​ສັນ​ຕິ​ພາບ ແລະ ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ອີ​ຕາ​ລີ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ດີ​ງາມ. ທ່ານ Pasquali ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ນັກຈິດ​ຕະ​ກອນ ວັນ​ເຢືອງ​ແທັງ ທີ່ໄດ້​ວາງ​ສະ​ແດງ​ພາບ​ແຕ້ມ​ຢູ່ Passignano - ໂດຍ​ແມ່ນ​ບັນ​ດາ​ນະ​ຄອນ​ສວຍ​ງາມ​ທີ່​ສຸດ​ຂອງ​ອີ​ຕາ​ລີ ແລະ ຫາ​ກໍ່​ໄດ້ຈັດ​ເຂົ້າ​ບັນ​ຊີ​ບັນ​ດາ​ສະ​ຖານ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ.

ໂດຍແນະ​ນຳ​ໄປ​ຍັງ​ເພື່ອນ​ມິດ​ອີ​ຕາ​ລີ ດ້ວຍ​ພາບ​ແຕ້ມ​ກ່ຽວ​ກັບ​ຖະ​ໜົນ​ຫົນ​ທາງ​ຮ່າ​ໂນ້ຍ ແລະ ທິວ​ທັດ​ທຳ​ມະ​ຊາດ ເພື່ອ​ແນ​ໃສ່​ຊ່ວຍໃຫ້​ມະ​ຫາ​ຊົນອີ​ຕາ​ລີ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ເທດ​ຊາດ ຫວຽດ​ນາມ, ນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ ຍັງ​ມີຜົນງານ​ບັນ​ດາ​ພາບ​ແຕ້ມ​ທິວ​ທັດ​ທຳ​ມະ​ຊາດ​ຂອງ ອີ​ຕາ​ລີ ​ຄື ​ພູ​ຜາ​ປ່າ​ໄມ້, ໜອງ​ນ້ຳ, ສະ​ຖາ​ບັດ​ຕະ​ຍາ​ກຳ​ທີ່​ເກົ່າ​ແກ່…

ຜ່ານ​ຜົນ​ງານ​ນັບ​ສິບໆ​ຢ່າງ​ທີ່​ໄດ້​ຄ​ັດ​ເລືອກ​ຢ່າງ​ລະ​ອຽດ ເພື່ອ​ແນະ​ນຳ​ຢູ່​ງານ​ວາງ​ສະ​ແດງ, ທ່ານ​ຜູ້​ຊົມ​ຈະ​ໄດ້​ຮັບ​ຊົມ ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ບັນ​ດາ​ຄວາມ​ຮູ້​ສຶກ, ການ​ຂ​ຸ​ດ​ຄົ້ນ​ບັນ​ດາ​ແງ່​ມູມ​ໃໝ່, ເຕັກ​ນິກ​ທີ່​ສັບ​ສົນ ແລະ ຄ່ອງ​ແຄ້ວ, ການ​ສົມ​ທົບ​ກັນ​ຢ່າງ​ກົມ​ກຽວຂອງສີ​ສັນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເພື່ອ​ພ້ອມ​ກັນ​ແບ່ງ​ປັນກັບນັກ​ຈິດ​ຕະ​ກອນ​ຍິງ ດ້ວຍ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ຄວາມ​ຮູ້​ສຶກ​ແຫ່ງ​ນ້ຳ​ໃຈ​ກ່ຽວ​ກັບ​ຄາວ​ຍັງ​ນ້ອຍທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ເປັນ​ໜ້າ​ຈົດຈຳ, ຂາດແຄນ​ວັດ​ຖຸ ເຊິ່ງ​ເຕັມ​ໄປ​ດ​້ວຍ​ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາກ​ກ່ຽວ​ກັບ​ອະ​ນາ​ຄົດ​ແຫ່ງ​ສັນ​ຕິ​ພາບ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ເຢືອງ​ຫ໋າຍ​ຮຶງ​ ເນັ້ນ​ໜ​ັກ​ວ່າ ນັກຈິດ​ຕະ​ກອນ​ກໍ່​ຄື​ດົນ​ຕີ, ບໍ່​ຈຳ​ເປັນ​ຕ້ອງ​ມີ​ພາ​ສາ​ເພື່ອ​ຖ່າຍ​ທອດ, ແຕ່​​ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ເຊື່ອມ​ຕໍ່​ຈິດ​ໃຈ, ຫົວ​ໃຈ​ຂອງ​ປະ​ຊາ​ຊົນ​ສອ​ງ​ປະ​ເທດ​ຫວຽດ​ນາມ -ອີ​ຕາລີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.