ເຍື່ອງອ​າ​ຫານ​ທີ່​ເປັນເອກະລັກ​ຢູ່​ເຫ້ວ ແຕ່​ມີ​ຄົນ​ໜ້ອຍ​ຮູ້​ຈັກ​ເຖິງ

11:35 | 22/06/2022

ຍ​ສ​ໝ - ຍ້ອນ​ຕ້ອງ​ເດີນທາງໄປໄລຍະ​​ທີ່​ໄກ​ພໍ​ສົມ​ຄວນ, ດັ່ງ​ນັ້ນ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ໄດ້​ພາດ​ໂອ​ກາດ​ມາ​ຊິມ ເຂົ້າ​ໜົມ​ຄວ໋າຍ ປາກິ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພຽງ​ແຕ່​ຊີມ​ເທື່ອ​ໜຶ່ງ, ເຈົ້າ​ຈະ​ຫວັງ​ວ່າ​ຕົນ​ເອງ​ຈະໄດ້​ກິນ​ເຍື່ອງ​ອາ​ຫານ​ນີ້ອີກ.

ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ
ຈະ​ມີ​ລົດ​ໃຫຍ່ 1.700 ຄັນ​ເຂົ້າ​ຮ່ວມ​ການຕໍ່ປະກອບເປັນແຜນ​ທີ່​ຂອງ​ຫວຽດ​ນາມ ຈະ​ມີ​ລົດ​ໃຫຍ່ 1.700 ຄັນ​ເຂົ້າ​ຮ່ວມ​ການຕໍ່ປະກອບເປັນແຜນ​ທີ່​ຂອງ​ຫວຽດ​ນາມ
ເຍື່ອງອ​າ​ຫານ​ທີ່​ເປັນເອກະລັກ​ຢູ່​ເຫ້ວ ແຕ່​ມີ​ຄົນ​ໜ້ອຍ​ຮູ້​ຈັກ​ເຖິງ
ເຂົ້າ​ໜົມ​ຄວ໋າຍ ປາກິ່ງ (ພາບ: kenh14.vn)

ມາ​ກຸງ​ເກົ່າ​ເຫ້ວ, ແນ່ນອນ​ວ່າຫຼາຍ​ຄົນ​ໄດ້​ກິນ​ບັນ​ດາ​ອາ​ຫານ​ທີ່ເປັນເອກະລັກ​ຕ່າງໆ​ຄື ເຂົ້າ​ປຸ້ນ​ງົວ​ເຫ້ວ, ແໜມ​ລຸ້ຍ, ເຂົ້າ​ປຸ້ນ​ຊີ້ນ​ປິ້ງ, ຂອງ​ຫວານ ແລະ​ ເຂົ້າ​ໜົມ... ແຕ່ຍັງມີ​ເຍື່ອງ​ອາ​ຫານ​ທີ່​ແຊບ​ ​ເຖິງ​ບໍ່​ມີ​ຊື່​ສ​ຽງ​ຄື​ກັນ​ກັບ​ບັນ​ດາ​ເຍື່ອງ​ອາ​ຫານອື່ນ​ນັ້ນ ແຕ່​ກໍ່​ສ້າງ​ຊື່​ສຽງ​ໃຫ້​ແກ່​ໝູ​ບ້ານ​ແຫ່ງ​ໜຶ່ງ​ນັ້ນ​ແມ່ນ ເຂົ້າ​ໜົມ​ຄວ໋າຍ ປາກິ່ງ ຂອງ​ໝູ່​ບ້ານ​ຈ່ວນ.

ເຂົ້າ​ໜົມ​ຄວ໋າຍ ປາກິ່ງ ແມ່ນ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ມີ​ຕົ້ນ​ກຳ​ເນີດຈາກ​ໝູ່​ບ້ານ ອາ​ນຈ​ວຽນ, ຕາ​ແສງ ຝຸ​ອານ, ເມືອງ​ຝຸ​ວາງ, ແຂວງ​ເທື່ອ​ທຽນ​ເຫ້ວ. ຊາວ​ເຫ້ວ​ມັກ​ເວົ້າ​ເຍື່ອງ​ອາ​ຫານ​ນີ້​ແມ່ນ ເຂົ້າ​ໜົມ​ຄວ໋າຍ ປາກິ່ງ ຕະຫຼາດ​ໝູ່​ບ້ານ ຈ່ວນ - ໂດຍ​ແມ່ນ​ຕະຫຼາດ​ຂອງໝູ່​ບ້ານ​ອານ​ຈ​ວຽນ.

ເຂົ້າ​ໜົມ​ຄວ໋າຍ ປາກິ່ງ ແມ່ນ​ເຍື່ອງ​ອາ​ຫານ​ທີ່ເປັນເອກະລັກ ​ທັງ​ແປກ​ຕາ ທັງ​ແຊບ​​ອີກ. ມັນ​ກໍ່​ເຮັດ​ໃຫ້​ຄົນເຮົາ​ຢາກ​ຮູ້​ນັບ​ແຕ່​ຕອນ​ຟັງ​ຊື່ ຈົນ​ຮອດ​ວິ​ທີ​ການ​ເຮັດ ​ແຕ່ກໍ​ພັດ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ທີ່ໄດ້ກິນ. ຢູ່​ເຫ້ວ, ເຍື່ອງ​ອາ​ຫານ​ເຂົ້າ​ໜົມ​ແຊ່ວ​ຍັງ​ໄດ້​ເອີ້ນ​ວ່າ ເຂົ້າ​ໜົມ​ຄວ໋າຍ. ຊື່ນີ້​ອາດ​ຈະເ​ລີ່ມ​ຕົ້ນ​ຈາກວິ​ທີ​ການ​ທຳ​ເຂົ້າ​ໜົມ.

ນອກ​ຈາກ​ເຂົ້າ​ໜົມ​ຄວ໋າຍ​ປາກິ່ງ, ເພື່ອນ​ສາ​ມາດ​ຊື້​ອາ​ຫານ​ທະ​ເລຫຼາຍ​ຊະ​ນິດ​ຄື: ປາ​ຊະ​ນິດ​ຕ່າງໆ, ກຸ້ງ, ປາ​ມຶກ... ແລ້ວ​ແຕ່​ຄວາມ​ນິ​ຍົມ​ຊົມ​ຊອບ​ຂອງ​ຕົນ​ແລ້ວ​ເອົາ​ມາ​ຮ້ານ​ຂາຍ​ເຂົ້າ​ໜົມ​ຄວ໋າຍ ຫາເຂົາ​ເຈົ້າ​ເຮັດເຂົ້າໜົມ​ໃຫ້. ໂດຍ​ໄດ້​ເລືອກ​ ປາກິ່ງ, ກຸ້ງ, ປາ​ມຶກ...ທີ່​ສົດໆເອງ ແລະ ໄດ້​ເຫັນ​ປະ​ຈັກ​ຕ​າ​ວິ​ທີ​ການ​ປຸງ​ແຕ່ງ​ມັນ​ກາຍ​ເປັນ​ເຂົ້າ​ໜົມ​ຄວ໋າຍ ກໍ່​ແມ່ນ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງທີ່​ໃໝ່​ອ່ຽມສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.