ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ

18:00 | 13/06/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ປ້ອມ​ຊາວ​ມາຍ (ນ​ະ​ຄອນກອມ​ຕູມ) ຄະ​ນະ​ຊີ້​ນຳ 515 ແຂວງ​ກອມ​ຕູມ​ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ອັດຖິ ທີ່ໄດ້​ຄົ້ນ​ພົບ, ເຕົ້າ​ໂຮມ ໃນ​ລະ​ດູ​ແລ້ງ 2021 – 2022 ຢູ່​ແຂວງ Rattanakiri (ປະ​ເທດ​ກຳ​ປູ​ເຈຍ) ກັບ​ເມືອ​ປະ​ເທດ​ເພື່ອປະກອບພິທີທາງສາສະໜາ.

ຄວາມ​ຮັບ​ຮູ້​ທີ່​ຖືກ​ຕ້ອງ​ເພື່ອ​ມີ​ກົນ​ໄກ​ເໝາະ​ສົມ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ຄວາມ​ຮັບ​ຮູ້​ທີ່​ຖືກ​ຕ້ອງ​ເພື່ອ​ມີ​ກົນ​ໄກ​ເໝາະ​ສົມ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ
ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ
ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ
ພິ​ທີ​ນຳ​ສົ່ງ​ອັດ​ຖິ​ກັບ​ເມືອ​ປະ​ເທດຊາດ (ພາບ: .kontum.gov.vn)

ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ມີ​ທ່າ​ນ​ນາງ ອີ​ງອກ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ 515 ແຂວງ, ການ​ນຳ​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ ແລະ ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼາຍ​ໃນ​ບໍ​ລິ​ເວນ​ນະ​ຄອນກອມ​ຕູມ.

​ໃນ​ລະດູ​ແລ້ງ 2021 – 2022, ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຄະນະ​ພັກ, ອຳນາດການປົກຄອງ, ກຳລັງ​ປະກອບ​ອາວຸດ, ປະຊາຊົນ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ຄະນະສະເພາະກິດແຂວງ​ Ratanakiri ທີ່ບໍ່ຢ້ານ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ, ສ້າງ​ເງື່ອນ​ໄຂ​ສະດວກ, ໜູນ​ຊ່ວຍດ້ານ​ວັດຖຸ ແລະ ​ຈິດໃຈ, ພາ​ຫະ​ນະ​ໃຫ້​ກົມກອງ K53 ​ແຂວງ ກອນ​ຕູມ ປະຕິບັດ​ໜ້າ​ທີ່​ຊອກ​ຄົ້ນ ​ແລະ ​ເກັບ​ກູ້​ອັດ​ຖິຂອງ​ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ໃນ​ສົງຄາມ ​ແລະ ສົງຄາມ​ສາກົນ​ຢູ່ ກຳປູ​ເຈຍ 06 ທ່ານ ​ເພື່ອ​ນຳ​ກັບ​ຄືນ​ໄປປະກອບພິທີທາງສາສະໜາຢູ່ປະເທດຊາດ.

ພິທີ​ຮັບ ​ແລະ ​ສົ່ງ​​​ອັດ​ຖິ​ຂອງ​ນັກຮົບເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະຫງ່າ​ຜ່າ​ເຜີຍ ​ແລະ ​ເຂັ້ມ​ງວດ, ບັນດາ​ກຳລັງ​ປະກອບ​ອາວຸດ, ຄູ​ອາຈານ, ນັກຮຽນ ​ແລະ ປະຊາຊົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ລຽບ​ຕາມ​ເສັ້ນທາງຂະ​ບວນລົດແລ່ນຜ່ານ​ເພື່ອໄປ​ສົ່ງວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​​ຢູ່ກຳປູເຈຍ.

ການຮັບວິ​ລະ​ຊົນກັບຄືນ​ເມືອປະ​ເທດ​ຊາດ, ເປັນໂອກາດເພື່ອໃຫ້ຄົນລຸ້ນຫຼັງໄດ້ລະນຶກເຖິງຄຸນງາມຄວາມດີຂອງບັນ​ດາ​ວິ​ລະ​ຊົນ, ພ້ອມ​ທັງສະແດງໃຫ້ເຫັນເຖິງຫຼັກສິນທໍາ "ກິນ​ເຂົ້າ​ຄິ​ດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ" ແລະ ຄວາມຮູ​ູ້​ບຸນ​ຄຸນ, ຄວາມ​ເຄົາ​ລົບຕໍ່​ຄຸນງາມຄວາມດີຂອງວິລະຊົນ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ຕາມ​ແຜນການ​ແລ້ວ, ພິທີໄຫວ້​ອາ​ໄລ, ​ແລະ ປະກອບພິທີທາງສາສະໜາ​ນັກ​ຮົບສະຫຼະ​ຊີວິດ​ເພື່ອ​ຊາດ​ ໄດ້​ດຳ​ເນີນ​ໃນ​ເວລາ 8:00 ​ໂມງ ວັນ​ທີ 10 ມິຖຸນາ​ນີ້ ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເມືອງ ງອກ​ໂຮ່ຍ (​ກອນ​ຕູມ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.