ຈະ​ມີ​ລົດ​ໃຫຍ່ 1.700 ຄັນ​ເຂົ້າ​ຮ່ວມ​ການຕໍ່ປະກອບເປັນແຜນ​ທີ່​ຂອງ​ຫວຽດ​ນາມ

07:54 | 13/06/2022

ຍ​ສໝ - ຄາດ​ວ່າ, ​ໂຄງການ​ດັ່ງກ່າວ​ຈະ​ສ້າງສະ​ຖິ​ຕິເລື່ອງ “​ສ້າງ​ແຜນ​ທີ່​ດ້ວຍ​ລົດ​ໃຫຍ່ຫຼາຍ​ທີ່​ສຸດ” ​ແລະ “ຂະບວນ​ແຫ່ທີ່​ມີລົດ​ຫຼາຍທີ່​ສຸດ” ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການສະ​ຖິ​ຕິ​ຫວຽດນາມ.

ສະ​ຖານ​ທີ່ check-in ໃໝ່​ຢູ່ ດ່າ​ລາດ: ທິວ​ທັດ​ຄະ​ນະ​ລົດ​ໄຟ​ທ່າມ​ກາງ​ທົ່ງ​​ດອກ​ໄມ້ທີ່​ມີ​ຄວາມ​ງາມ​ເໝືອນ​ເອີ​ຣົບ ສະ​ຖານ​ທີ່ check-in ໃໝ່​ຢູ່ ດ່າ​ລາດ: ທິວ​ທັດ​ຄະ​ນະ​ລົດ​ໄຟ​ທ່າມ​ກາງ​ທົ່ງ​​ດອກ​ໄມ້ທີ່​ມີ​ຄວາມ​ງາມ​ເໝືອນ​ເອີ​ຣົບ
“ເຊື່ອມ​ຕໍ່​ອ້ອມ​ແຂນ” ອຸ​ປະ​ຖຳ​ໃຫ້​ແກ່​ດັກ​ນ້ອຍກຳ​ພ້າ 1.700 ຄົນ​ ຍ້ອນ​ໂຄວິດ - 19 “ເຊື່ອມ​ຕໍ່​ອ້ອມ​ແຂນ” ອຸ​ປະ​ຖຳ​ໃຫ້​ແກ່​ດັກ​ນ້ອຍກຳ​ພ້າ 1.700 ຄົນ​ ຍ້ອນ​ໂຄວິດ - 19
ຈະ​ມີ​ລົດ​ໃຫຍ່ 1.700 ຄັນ​ເຂົ້າ​ຮ່ວມ​ການຕໍ່ປະກອບເປັນແຜນ​ທີ່​ຂອງ​ຫວຽດ​ນາມ
ຄະ​ນະ​ຈັດ​ຕັ້ງ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ (ພາບ: baotintuc.vn)

ການຕໍ່ປະກອບລົດເປັນແຜນທີ່​ນີ້​​ ຈະຈັດ​ຂຶ້ນ​ຢ່າງເປັນ​ທາງ​ການ​ໃນ​ວັນ​ທີ 9 ກໍລະກົດ 2022, ຢູ່​ເຂດ​ທ່ອງ​ທ່ຽວ​ສາກົນ​ ດອຍ​ຮົ່ງ - ​ໂດ​ເຊີນ, ຫາຍ​ຟ່ອງ. ຄາດ​ວ່າ, ​ໂຄງການ​ດັ່ງກ່າວ​ຈະ​ສ້າງສະ​ຖິ​ຕິ “​ການສ້າງ​ແຜນ​ທີ່​ດ້ວຍ​ລົດ​ຫຼາຍ​ທີ່​ສຸດ” ​ແລະ “ແຫ່ຂະ​ບວນລົດ​ຫຼາຍ​ທີ່​ສຸດ” ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ​ຈັດ​ຕັ້ງ​ສະ​ຖິ​ຕິ​ຫວຽດນາມ.

ນີ້​ຈະ​ເປັນ​ຄັ້ງ​ທີ 3 ຂອງ OTV Media ທີ່​ໄດ້​ດຳ​ເນີນ​ໂຄງການ​ສ້າງ​ສະຖິຕິ​ໂດຍ​ລົດ​ໃຫຍ່. ຄັ້ງທໍາອິດແມ່ນໃນປີ 2011 ມີລົດ 135 ຄັນ. ຄັ້ງທີ 2 ປີ 2016, ມີລົດໃຫຍ່ 480 ຄັນ ແລະ ລົດຈັກ 35 ຄັນ. ສະຖິຕິໂລກໃນປັດຈຸບັນແມ່ນ 750 ຄັນທີ່ຖືກຮັບ​ຮອງ​ຈາກ​ອົງ​ການ Guinness.

ການປະຕິບັດໂຄງການຮຽກຮ້ອງໃຫ້ມີຄວາມພະຍາຍາມອັນໃຫຍ່ຫຼວງຂອງຄະນະກໍາມະການຈັດຕັ້ງ. ດິນຊາຍຫຼາຍກວ່າ 700,000 ແມັດ​ກ້ອນ ໄດ້ຖືກສູບໂດຍໄວພາຍໃນ 1 ເດືອນ ເພື່ອເຮັດໃຫ້ໜອງນ້ຳເລິກ 3.5 ແມັດ ກາຍເປັນເນື້ອທີ່ 16 ກວ່າເຮັກຕາ, ພຽງພໍສຳລັບລົດຍົນຫຼາຍພັນຄັນສາມາດເດີນທາງໄປມາໄດ້.

ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ລາຍການ, ທ່ານ ຫງວຽນດ້າຍ​ຮ່ວາງ, ຜູ້ອຳນວຍການ​ໃຫຍ່ OTV Media, ຫົວໜ້າ​ຄະນະ​ຈັດ​ຕັ້ງ ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ຈັດ​ງານ​ລ້ຽງ​ລົດ​ໃຫຍ່​ໃຫ້​ຜູ້​ເຂົ້າ​ຮ່ວມ ​ແລະ ນັກ​ທ່ອງ​ທ່ຽວ. ການຕໍ່ປະກອບລົດເປັນ​ແຜນ​ທີ່​ຫວຽດນາມ ​ແມ່ນ​ລາຍການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ. ດ້ວຍລົດຈໍານວນຫຼວງຫຼາຍ, ນີ້ອາດຈະເປັນສະຖິຕິທີ່ເກືອບເປັນໄປບໍ່ໄດ້ ຫຼື ຍາກທີ່ຈະທໍາລາຍໃນຫຼາຍປີຂ້າງຫນ້າ."

ບຸນ​ຄົງ

ເຫດການ
302 Found

Found

The document has moved here.