ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ

16:47 | 22/09/2023

ຍສໝ - ວັນ​ທີ 20 ກັນຍາ 2023, ຢູ່​ນິວຢອກ (ອາ​ເມ​ລິ​ກາ), ເກືອບ 70 ປະ​ເທດ​ໃນ​ນັ້ນ​ມີ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ການ​ອະນຸລັກ ​ແລະ ນຳ​ໃຊ້​ໝັ້ນຄົງຄະນົງແກ່ນຫຼາຍຮູບຫຼາຍແບບຊີວະສາດ ຢູ່​ນອກ​ເຂດ​ອຳນາດ​ແຫ່ງ​ຊາດ, ​ເຊິ່ງຮູ້​ກັນ​ວ່າ​ສັນຍາ​ກ່ຽວ​ກັບ​ທະ​ເລ​ສູງ.

ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ
ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ

ການ​ທີ່​ເກືອບ 70 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ​ສະບັບ​ທຳ​ອິດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ​ກໍ່​ຫວັງ​ວ່າ​ສັນຍາ​ນີ້​ຈະ​ມີ​ຜົນ​ສັກສິດ​ໃນ​ໄວໆ​ນີ້​ເພື່ອ​ປົກ​ປັກ​ຮັກສາ​ລະບົບ​ນິ​ເວດ​ທີ່​ສຳຄັນ​ຂອງ​ດາວ​ເຄາະ​ຮ້າຍ.

ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ

ຫວຽດນາມ ​ແລະ 70 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ປະຫວັດສາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທະ​ເລ

ໃນຂອບເຂດການເຄື່ອນໄຫວຂອງສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78, ວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ອາເມລິກາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ລົງນາມ ສັນຍາ ວ່າດ້ວຍການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງຢູ່ເຂດທະເລນອນຢູ່ນອກສິດອຳນາດສານແຫ່ງຊາດ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ລົງນາມສັນຍາສະບັບນີ້ ເຊິ່ງສົ່ງສານຢ່າງແຮງກ່ຽວກັບເລື່ອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດໃນໂລກແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສ່ວນເຂົ້າໃນສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ. ການຮັບຮອງເອົາ ແລະ ເຊັນສັນຍາສະບັບນີ້ແມ່ນຂີດໝາຍປະຫວັດສາດ ໃນຄວາມມານະພະຍາຍາມຂອງປະຊາຄົມສາກົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທະເລ, ໃນສະພາບການປະຕິບັດໂຄງການດຳເນີນງານ 2030, ພິເສດແມ່ນເປົ້າໝາຍພັດທະນາແບບຍືນຍົງ ເລກທີ 14 ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ຊັບພະຍາກອນທະເລແບບຍືນຍົງ. ນີ້ແມ່ນສົນທິສັນຍາສະບັບທີ 3 ທີ່ໄດ້ຮັບການເຈລະຈາ ແລະ ລົງນາມໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຢັ້ງຢືນຄືນໃໝ່ບົດບາດ, ລະດັບຄວາມສຳຄັນຂອງສັນຍາ ດ້ວຍຖານະແມ່ນກອບນິຕິກຳ ໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ. ສັນຍາຈະມີຜົນສັກສິດພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນ, ອະນຸມັດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.