“ເຊື່ອມ​ຕໍ່​ອ້ອມ​ແຂນ” ອຸ​ປະ​ຖຳ​ໃຫ້​ແກ່​ດັກ​ນ້ອຍກຳ​ພ້າ 1.700 ຄົນ​ ຍ້ອນ​ໂຄວິດ - 19

09:39 | 02/06/2022

ຍ​ສ​ໝ - ວັນ​ທີ 30 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດ ໂຮ່​ຈີ​ມິນ, ຜູ້​ປະ​ຈຳການ​ສະ​ພາກອງ​ເຍົາ​ວະ​ຊົນສູນ​ກາງ ​ໄດ້​ຈດ​ຕັ້ງ​ການ​ພົບ​ປະ​ກັບ​ບັນ​ດາ​ນ້ອງໆ​ເຍົາ​ວະ​ຊົນ​ທີ່ໄດ້​ຮັບ​ການ​ອຸ​ປະ​ຖຳ​ໃນ​ໂຄງ​ການ “ເຊື່ອມ​ຕໍ່ອ້ອມ​ແຂນ”.

ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19 ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19
​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ ​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ
“ເຊື່ອມ​ຕໍ່​ອ້ອມ​ແຂນ” ອຸ​ປະ​ຖຳ​ໃຫ້​ແກ່​ດັກ​ນ້ອຍກຳ​ພ້າ 1.700 ຄົນ​ ຍ້ອນ​ໂຄວິດ - 19
ພາບ​ປະ​ກອບ: vov.vn

ລາຍ​ການ “ເຊື່ອມ​ຕໍ່ອ້ອມ​ແຂ​ນ” ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດໂຮ່​ຈີ​ມິນ ປຸກ​ລະ​ດົມ​ນັບ​ແຕ່​ເດືອນ​ຕຸ​ລາ ປີ 2021 ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ​ໄດ້​ສຸມ​ໃສ່​ບັນ​ດາ​ແຂວງ, ນະ​ຄອນທີ່​ຖືກ​ຜົນ​ສະ​ທ້​ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກໍໄດ້ເຊື່ອມ​ຕໍ່​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ​, ຮ່ວມ​ເດີນ​ທາງ​ກັບ​ເດັກ​ນ້ອຍ, ນັກ​ຮຽນ​ກຳ​ພ້າ​ຍ້ອນ​ໂຄວິດ - 19 ຈົນ​ຮອດ​ປີ​ພວກ​ນ້ອງ​ມີ​ອາ​ຍຸ 18 ປີ ໂດຍ​ຜ່ານ 4 ກຸ່ມ​ໜູນ​ຊ່ວຍ: ຈິດ​ໃຈ, ການ​ສຶກ​ສາ, ການ​ເງິນ ແລະ ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ.

ມີ​ນ້ອງ​ໆ 1.748 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ວຍ​ເງິນ​ເປັນ​ຈຳ​ນວນ 500.000 ຫາ 2.000.000ດົ່ງ/ເດືອນ/ຄົນ. ນ້ອງໆ​ຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຊຸດ​ການ​ຮຽນ​ແບບ​ທາງ​ໄກ ກ່ຽວ​ກັບ​ການ​ສຶກ​ສາ​ດ້ານ​ທັກ​ສະ, ພາ​ສາເພື່ອ​ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຕົນ​ເອງ...

ທ່າ​ນນາງ ຫງວຽ​ນ​ຟ້າມ​ຢຸຍ​ຈາງ - ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດ​ໂຮ່​ຈີ​ມິນ, ປະທານ​ສະ​ພາ​ກອງ​ເຍົາ​ວະ​ຊົນ​ສູນ​ກາງ​ໄດ້​ລະ​ດົມ​ກຳ​ລັງ​ໃຈ​ນ້ອງໆ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ສູນ​ກາງ​ຄະ​ນະ ແລະ ສະ​ພາ​ກອງ​ເຍົາ​ວະ​ຊົນ​ສູນ​ກາງ ​ສົມ​ທົບ​ກັບ​ບັນ​ຫາ​ຫົວໜ່ວຍ​ ​ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ນ້ອງໆ​ບົນ​ເສັ້ນ​ທາງ​ຮ່ຳ​ຮຽນ​ໃນ​ຊຸມ​ປີ​ຕໍ່ໆໄປ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.