​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ

17:20 | 15/05/2022

ຍສໝ - ການພົບປະແລກປ່ຽນໄດ້ຖືກເຊື່ອມຕໍ່ໂດຍຜ່ານໂປຼແກຼມອອນລາຍ Zoom meeting, ກິດຈະກໍາການແລກປ່ຽນໄດ້ນໍາໃຊ້ພາສາອັງກິດ.

ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ
ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ

ວັນ​ທີ 12 ພຶດສະພາ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ນະຄອນ ​ເກີນ​ເທີ (ສະຫະພັນ​ນະຄອນ​ເກີນ​ເທີ) ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ ຢູ່​ນະຄອນ ເກີນ​ເທີ, ໂຮງຮຽນ​ມັດທະຍົມ​ຕອນປາຍ ຖ໊າຍບິ່ງເຢືອງ ​ແລະ ໂຮງຮຽນ​ປະຖົມ Bukit Timah ( ສິງກະ​ໂປ) ​ໄດ້​ຈັດ​ຕັ້ງ​ການພົບປະແລກ ປ່ຽນ​ທາງອອນ​ລາຍ​ລະຫວ່າງ​ຄູອາຈານ ແລະ ນັກຮຽນຂອງສອງໂຮງຮຽນ.

​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ
​ເກີນເທີ: ຈັດຕັ້ງການພົບປະແລກປ່ຽນ​ທາງ​ອອນ​ລາຍ​ເຊື່ອມ​ຕໍ່​ລຸ້ນໜຸ່ມ​ຫວຽດນາມ - ສິງກະ​ໂປ

​ໃນ​ຂອບ​ເຂດ​ຂອງ​ລາຍການພົບແະ​ແລກປ່ຽນ, ຄູ​ອາ​ຈານ ​ແລະ ນັກຮຽນ 50 ກວ່າ​ຄົນ​ຂອງ​ໂຮງຮຽນ​ປະຖົມ Bukit Timah ​ແລະ ໂຮງຮຽນ​ມັດທະຍົມ​ຕອນປາຍ ຖ໊າຍບິ່ງເຢືອງ ​ໄດ້​ແລກປ່ຽນ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ການ​ຮຽນ-ການ​ສອນ; ແນະນຳ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ການພົບປະແລກປ່ຽນໄດ້ຖືກເຊື່ອມຕໍ່ໂດຍຜ່ານໂປຼແກຼມອອນລາຍ Zoom meeting, ກິດຈະກໍາການແລກປ່ຽນໄດ້ນໍາໃຊ້ພາສາອັງກິດ.

ຕາມທ່ານ​ນາງ ເລ​ທິ​ແທ່ງ​ຢາງ, ປະທານ​ສະຫະພັນ​ນະຄອນ ​ເກີນ​ເທີ ແລ້ວ ​ໃນ​ໄລຍະ​ຜ່ານ​ມາ, ​ສະຫະພັນ​ນະຄອນ ​ເກີນ​ເທີ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ ​ໄດ້​ດຳ​ເນີນ​ຫຼາຍກິດຈະກໍາ​ພົບ​ປະ​ແລກປ່ຽນ​ມິດຕະພາບ ປະຊາຊົນ​ຫຼາຍ​ແຫ່ງ ​ເພື່ອແນໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ລາຍການ​ແລກ​ປ່ຽນ​ອອນລາຍ​ລະ​ຫວ່າງ​ໂຮງຮຽນ​ມັດທະຍົມ​ຕອນປາຍ ຖ໊າຍບິ່ງເຢືອງ ​ແລະ ໂຮງຮຽນ​ປະຖົມ Bukit Timah ແມ່ນກິດຈະກໍາທີ່ແທດຈິງ​ເພື່ອ​ແນ​ໃສ່​ສ້າງ​ໂອ​ກາດ​ໃຫ້​ຄູ​ອາ​ຈານ ​ແລະ ​ນັກຮຽນ​ຂອງ​ສອງ​ໂຮງ​ຮຽນ​ໄດ້​ພົບ​ປະ​ແລກ​ປ່ຽນ, ຍົກສູງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທໍາ, ຮີດ​ຄອງ​ປະ​ເພ​ນີ, ປະ​ເທດຊາດ ​ແລະ ​ປະ​ຊາ​ຊົນ 2 ປະ​ເທດ... ຜ່ານ​ນັ້ນ, ກໍປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ ​ຫວຽດ​ນາມ - ສິງ​ກະ​ໂປ.

ບູນມີ

ເຫດການ
302 Found

Found

The document has moved here.