ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV

17:06 | 26/05/2022

ຕອນບ່າຍວັນທີ 24/5, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນການພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ
ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການພົບປະ
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການພົບປະ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຖືວ່າ: ສະພາແຫ່ງຊາດຊຸດທີ 15 ດ້ວຍສະມາຊິກສະພາແຫ່ງຊາດຍິງ 151 ຄົນ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ ເພື່ອສົມເປັນອົງການຜູ້ຕາງໜ້າສູງສຸດຂອງຜູ້ມີສິດເລືອກຕັ້ງ, ທັງແມ່ນອົງການທີ່ ມີສິດອຳນາດແຫ່ງລັດສູງສຸດຂອງ. ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ:

“ຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງ, ບັນດາການເຄື່ອນໄຫວ ທີ່ມີຄວາມຫມາຍແລະມີກຳລັງແຜ່ກະຈາຍຄື ດັ່ງກ່າວຈະສືບຕໍ່ໄດ້ຮັບການຈັດຕັ້ງ ຊຶ່ງສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງໃນການສ້າງ ແລະ ປັບປຸງລະບົບກົດໝາຍ ແລະ ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ສົມບູນແບບ; ປະສານບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນການເຄື່ອນໄຫວສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນຫາສຳຄັນຂອງປະເທດຊາດ; ສະແດງສຽງຂອງແມ່ຍິງ, ປົກປ້ອງສິດຜົນປະໂຫຍດຂອງເດັກ, ຂອງບັນດາເປົ້າໝາຍດ້ອຍໂອກາດໃນສັງຄົມ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດຍິງຫວຽດນາມ ຈະຝຶກຝົນທາງດ້ານທັກສະ, ຄວາມຮູ້ເພື່ອປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຜູ້ເປັນຕົວແທນຂອງປະຊາຊົນ, ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

vovworld.vn

ເຫດການ
302 Found

Found

The document has moved here.