ປະທານສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ທີ່ສຳຄັນເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

00:00 | 07/12/2023

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮັບຜິດຊອບເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ

ຕອນບ່າຍວັນທີ 6 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ພ້ອມດ້ວຍສະຫາຍປະທານສະພາແຫ່ງຊາດລາວ ແລະ ສະຫາຍປະທານສະພາແຫ່ງຊາດກໍາປູເຈຍ ໄດ້ເປັນປະທານຮ່ວມວາລະປິດກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1.

ປະທານສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ທີ່ສຳຄັນເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ວາລະປິດກອງປະຊຸມ. ພາບ: qdnd.vn

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບັນດາເນື້ອໃນຖະແຫຼງການຮ່ວມຂອງກອງປະຊຸມເມື່ອກ່າວເຖິງບັນດາບັນຫາທີ່ມີຄວາມສົນໃຈໃສ່ລວມຂອງສາມປະເທດໃນປະຈຸບັນ; ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງບັນດາອົງການລັດຖະສະພາຮ່ວມເດີນທາງພ້ອມກັບລັດຖະບານໃນການຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງແໜ້ນແຟ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສາມປະເທດ.

ປະທານສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ທີ່ສຳຄັນເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມດ້ວຍສະຫາຍປະທານສະພາແຫ່ງຊາດລາວ ແລະ ສະຫາຍປະທານສະພາແຫ່ງຊາດກໍາປູເຈຍ ທີ່ວາລະປິດກອງປະຊຸມ. ພາບ: qdnd.vn

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ ສະພາແຫ່ງຊາດສາມປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ຊຸກຍູ້ການຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງສາມປະເທດ, ຄື: ການກຳນົດທິດກ່ຽວກັບການສັງລວມການພົວພັນສາມປະເທດ ໄດ້ຮັບການເຫັນດີເປັນເອກະພາບຂອງການນຳສາມພັກ: ປັບປຸງເສົາຄໍ້າດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືໃນວຽກງານພົວພັນຕ່າງປະເທດ; ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ການທ່ອງທ່ຽວ, ກະສິກຳ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງພັກ ແລະ ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ອົງການຈັດຕັ້ງປະຊາຊົນ ແລະ ທ້ອງຖິ່ນຂອງສາມປະເທດບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.

ປະທານສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ທີ່ສຳຄັນເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮັບໜ້າທີ່ສຳຄັນໃນກ່ຮເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 2. ພາບ: qdnd.vn

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດກໍາປູເຈຍ ສືບຕໍ່ຊຸກຍູ້ບົດບາດຂອງສະພາແຫ່ງຊາດໃນການຕິດຕາມກວດກາປະຕິບັດບັນດາແຜນການພັດທະນາຢ່າງມີປະສິດທິຜົນກວ່າອີກ; ຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງໃນຖະແຫຼງການຮ່ວມໃຫ້ເປັນຢ່າງດີ; ຮ່ວມກັນຊຸກຍູ້ການແກ້ໄຂບັນຫາທີ່ຍັງຄົງຄ້າງ, ກ້າວເຖິງການປະຕິບັດສໍາເລັດເປົ້າໝາຍພັດທະນາທີ່ໄດ້ວາງອອກ.

ທີ່ພິທີປິດ, ຕາງໜ້າສະພາແຫ່ງຊາດຫວຽດນາມ, ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຮັບໜ້າທີ່ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 2 ຈາກສະພາແຫ່ງຊາດລາວ, ຄາດວ່າຈະຈັດຂຶ້ນໃນປີ 2025.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.