ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່

18:01 | 19/04/2022

​ຍ​ສໝ - ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ (AVIJ) ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ສະຫຼຸບ​ອາ​ຍຸ​ການ 2019 – 2021 ແລະ ປຶກ​ສາ​ຫາ​ລື​ທິດ​ທາງການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ 2021 – 2023.

ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່ ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່
ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ
ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່
ເວ​ທີ​ປາ​ໄສ​ປັ​ນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ​ຍີ່​ປຸ່ນ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຫວູ​ຮົ່ງ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ AVIJ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນ​ວ່າ ເຖິງວ່າ​ ພະ​ຍາດ​ໂຄວິດ - 19 ​ໄດ້​ກໍ່​ຜົນ​ສະ​ທ້ອນ​ຢ່າງ​ຫ​ຍໍ້​ທໍ້​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ ແຕ່ AVIJ ຍັງ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້​ນ​ໄດ້​ຈັດ​ຕັ້ງ​ສຳ​ເລັດ​ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ ຫວຽດ​ນາມ ທີ່ ຍີ່​ປຸ່ນ (Vietnam Summit in Japan).

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ມີ​ຄວາມ​ຫວັງ​ວ່າ ໃນ​ອາ​ຍຸ​ການ​ໃໝ່​ນີ້, ດ້ວຍ​ແຫຼ່ງ​ກຳ​ລັງ ແລະ ເຄືອ​ຂ່າຍ​ຢ່າງ​ແຮງ​ກ່​ວາ​ອີກ, AVIJ ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຕ່າງໆ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ກ່​ວາ​ອີກ, ໃນ​ນັ້ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກໍ່​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກາ​ນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລຢ​ີ​ຂອງ​ປະ​ເທດ​ຊາດ.

ດ້ວຍ​ບົດ​ບາດ​ແມ່ນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ, AVIJ ຈະ​ເຂົ້າ​ຮ່ວມ​ວິ​ວັດ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຜ່ານ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ - ສັງ​ຄົມ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ແລະ ພິ​ເສດ​ແມ່ນ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.