ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ໄດ້ດຳເນີນໃນຕອນບ່າຍວັນທີ 14 ຕຸລາ, ຄະນະຈັດຕັ້ງໃຫ້ຮູ້ວ່າ ເຫດການຈະດຳເນີນແຕ່ວັນທີ 25 ຕຸລາ ຫາວັນທີ 4 ພະຈິກ, ຢູ່ສູນວາງສະແດງ ຫວຽດນາມ (VEC), ນະຄອນຮ່າໂນ້ຍ.
![]() |
ກອງປະຊຸມຖະແຫຼງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025. (ພາບ: vov.vn) |
ງານຕະຫຼາດນັດ ມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ; ບັນດາກະຊວງ, ຂະແໜງການສູນກາງ, ພ້ອມດ້ວຍວິສາຫະກິດ, ສະຫະພັນ ແລະກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ແລະໂລກນັບພັນແຫ່ງ. ດ້ວຍຫົວຂໍ້ “ເຊື່ອມຕໍ່ຜູ້ບໍລິໂພກກັບການຜະລິດ, ດຳເນີນທຸລະກິດ” ຂອງງານຕະຫຼາດນັດ ໄດ້ສະແດງໃຫ້ເຫັນຈິນຕະນາການມະນຸດສະທໍາ ແລະ ວິໄສທັດພັດທະນາຍາວນານ - ຖືມະນຸດເປັນໃຈກາງ ແລະ ກຳລັງໜູນຂອງພື້ນຖານເສດຖະກິດ.
ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ເຂດວາງສະແດງທັນສະໄໝທີ່ສຸດ, ຜະລິດຕະພັນມີຄວາມຫຼາກຫຼາຍ ແລະຄຸນນະພາບສູງທີ່ສຸດ ດ້ວຍຫຼາຍລາຍການທີ່ດູດດື່ມ ແລະໂປຼໂມຊັນດີທີ່ສຸດ. “ນີ້ແມ່ນເຫດການສົ່ງເສີມການຄ້າເສດຖະກິດການລົງທຶນຢູ່ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ມີຄວາມແຕກຕ່າງກັນ, ນັ້ນແມ່ນ: ກ່ຽວກັບປະລິມານວິສາຫະກິດເຂົ້າຮ່ວມງານຕະຫຼາດນັດ. ໄລ່ມາຮອດປັດຈຸບັນ, ຄະນະຈັດຕັ້ງຮັບຮູ້ມີການຈົດທະບຽນເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງ, ໃນນັ້ນມີປະມານ 100 ວິສາຫະກິດທີ່ມາຈາກບັນດາປະເທດໃນໂລກ, ເຊັ່ນ: ເອີຣົບ ແມ່ນ ຝລັ່ງ, ແບນຊິກ, ໂຮນລັງ, ໂອຕຣິດ, ສະວິດ… ພ້ອມດ້ວຍບັນດາປະເທດໃນພາກພື້ນອາຊີ ຄື: ຈີນ, ບັນດາປະເທດອາຊຽນ, ອົດສະຕາລີ ແລະ ນິວຊີແລນ”.
![]() | ໄຂເປີດງານຕະຫຼາດນັດສິນຄ້າຫວຽດນາມ - ລາວ 2025 ຍສໝ - ວັນທີ 17 ກໍລະກົດ 2025, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ໄຂເປີດງານຕະຫຼາດນັດສິນຄ້າຫວຽດນາມ - ລາວ 2025 (VIETLAO EXPO 2025). ນີ້ແມ່ນເຫດການສົ່ງເສີມການຄ້າໃຫຍ່ທີ່ສຸດໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງອຸດສາຫະກຳການຄ້າລາວ ເປັນປະທານຮ່ວມ, ມອບໝາຍໃຫ້ກົມສົ່ງເສີມການຄ້າສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງນັບແຕ່ປີ 2007 ເປັນຕົ້ນມາ. |
![]() | ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ວັນທີ 2 ກັນຍາ: ໂອກາດເພື່ອໃຫ້ ຫວຽດນາມ ພ້ອມກັບເພື່ອນມິດສາກົນເຊີດຊູບັນດາຄຸນຄ່າທີ່ຄົງຕົວ ຂອງເອກະລາດ ແລະ ເສລີພາບ ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ. |