ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ

08:27 | 28/04/2022

ຍ​ສ​ໝ - ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄືແບບພິເສດ ແລະ ການຮ່ວມຮອບດ້ານ ລະຫວ່າງ ລາວ-ຫວຽດ ນາມ ໄດ້ຖືກບັນດາການນໍາທຸກຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດທຸ່ມເທເຫື່ອແຮງເພີ່ມພູນຄູນສ້າງ.

ສາຍພົວພັນພິເສດ ລາວ-ຫວຽດນາມ ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ສາຍພົວພັນພິເສດ ລາວ-ຫວຽດນາມ ຖືກສ້າງຂຶ້ນຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ
ຫວຽດນາມ-ລາວ ຮັກສາ ແລະ ເສີມສ້າງ ສາຍພົວພັນພິເສດ ສອງຊາດ ຫວຽດນາມ-ລາວ ຮັກສາ ແລະ ເສີມສ້າງ ສາຍພົວພັນພິເສດ ສອງຊາດ

ໜັງສືພິມວຽງຈັນທາມ ວັນທີ 25/4 ໄດ້ລົງບົດຂຽນທີ່ມີຫົວຂໍ້ກ່ຽວກັບ “ສາຍພົວພັນພິເສດລາວ-ຫວຽດແມ່ນມໍລະດົກອັນລໍ້າຄ່າ ”.

ໃນບົດຂ່າວໄດ້ຢັ້ງຢືນວ່າ ສອງຊົນຊາດລາວ - ຫວຽດນາມ ໄດ້ສ້າງແບບຢ່າງຄວາມສາມັກຄີທີ່ຫາຍາກໃນໂລກ. ສາຍພົວພັນທີ່ມີຄ່ານີ້ ແມ່ນມໍລະດົກສຸດລໍ້າຄ່າທີ່ສອງຊາດໄດ້ພ້ອມກັນເຄົາລົບ ແລະ ປົກປັກຮັກສາ.

ໃນໜ້າຂ່າວດັ່ງກ່າວໄດ້ໃຫ້ຮູ້ວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໄດ້ຖືການນໍາທຸກຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

ໜັງສືພິມ ວຽງຈັນທາມ: ສາຍພົວພັນພິເສດ ລາວ - ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ
ພາບປະກອບ

ທ່ານ ປະທານໂຮຈິມິນ, ທ່ານ ປະທານໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ໄດ້ພ້ອມກັນສ້າງຄວາມສາມັກແບບພິເສດລະຫວ່າງສອງຊາດ, ສາຍພົວພັນນີ້ໄດ້ຖືກສ້າງຂຶ້ນພາຍໃຕ້ສະພາບການຫຍຸ້ງຍາກ ແຕ່ຄາວ ລາວ-ຫວຽດນາມ ຮ່ວມມືຕໍ່ສູ້ສັດຕູໂຕໃຫຍ່ຢູ່ອິນດູຈີນ.

ນອກຈາກວຽກສະໜັບສະໜູນກັນ ແລະ ກັນ ຢູ່ບັ້ນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດລ່າ​ອານາ​ນິຄົມແລ້ວ, ສາຍພົວພັນຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມ ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ ຈາກນັ້ນ ສອງປະເທດ​ກໍໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢ່າງເປັນທາງການ ໃນວັນທີ 18/7/1977.

ພາຍຫຼັງທີ່ຂັບໄລ່ສັດຕູຜູ້ຮຸກຮານຈາກພາຍນອກ ແລະ ລວມປະເທດ ໃນປີ 1975, ລາວ ແລະ ຫວຽດນາມ ໄດ້ຮ່ວມກັນສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມກັນສືບຕໍ່ກ້າວໄປທາງໜ້າໂດຍຮັກສາໄວ້ສາຍພົວພັນອັນກົມກຽວ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ເມື່ອຄາວ ສອງພັກ ແລະ ສອງລັດ ເລີ່ມຕົ້ນປະຕິບັດບັນດານະໂຍບາຍປ່ຽນແປງໃໝ່ຂອງຕົນ ໃນປີ 1986, ທັງສອງຝ່າຍກໍໄດ້ແລກປ່ຽນຄວາມຄິດຄໍາເຫັນກ່ຽວກັບບັນດາການກໍານົດທິດທາງນະໂຍບາຍ ແລະ ບັນດາທັດສະນະທີ່ແຕກຕ່າງກັນ ແນ່ໃສ່ໃຫ້ໄດ້ຮັບການປ່ຽນແປງໃໝ່ຢ່າງຮອບດ້ານຢູ່ທັງສອງປະເທດ ເພື່ອໃຫ້ທັນສະໄໝ.

ການນໍາສອງພັກ ແລະ ສອງລັດ ສືບຕໍ່ຮັດແໜ້ນການແລກປ່ຽນບັນດາບົດຮຽນທີ່ມີປະໂຫຍດ ເພື່ອຕອບສະໜອງຄວາມມຸ້ງມາດປາຖະໜາຂອງກັນ ແລະ ຫຼາຍມາດຕະການໜູນຊ່ວຍນະໂຍບາຍໄດ້ຮັບການຈັດຕັ້ງຜັນຂະຫຍາຍ.

ສອງປະເທດໄດ້ຄຽງບ່າຄຽງໄຫຼ່ສະໜັບສະໜູນເຊິ່ງກັນແລະກັນຕະຫຼອດເສັ້ນທາງປ່ຽນແປງໃໝ່ໂດຍຜ່ານການຮ່ວມມືຮອບດ້ານ, ຊຶ່ງໄດ້ນໍາເອົາຜົນສໍາເລັດຫຼາຍດ້ານທີ່ຕັ້ງໜ້າໃຫ້ແກ່ສອງຊົນຊາດ, ບໍ່ພຽງແຕ່ວຽກປະກອບສ່ວນປົກປ້ອງສັນຕິພາບ, ເອກະລາດ ໃຫ້ທັງສອງປະເທດ ແຕ່ຍັງຊ່ວຍສ້າງພື້ນຖານໃຫ້ແກ່ເສດຖະກິດການຕະຫຼາດຕາມທິດກ້າວຂຶ້ນສູ່ສັງຄົມນິຍົມ ແລະ ຍົກລະດັບຊີວິການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ພາຍໃຕ້ສະພາບການສິ່ງແວດລ້ອມພາກພື້ນ ແລະ ໂລກ ປ່ຽນແປງຢ່າງໄວວາ, ລາວ ແລະ ຫວຽດນາມ ໄດ້ສ້າງຫຼັກການການຮ່ວມມືອັນກົມກຽວ, ຮັບປະກັນໃຫ້ມີຜົນປະໂຫຍດຮ່ວມກັນບົນພື້ນຖານການເຄົາລົບເອກະລາດ, ສິດເປັນເຈົ້າ ແລະ ຜືນແຜນດິນອັນຄົບຖ້ວນຂອງກັນ ແລະ ກັນ.

ສອງປະ​ເທດ​ຮັກສາ​ການ​ພົວພັນ​ເປັນ​ປະຈຳ​ລະຫວ່າງບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ​ໂດຍ​ຜ່ານ​ການ​ຢ້ຽມຢາມ​ມິດຕະພາບ​ຢ່າງ​ເປັນ​ທາງ​ການ, ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ແລກປ່ຽນ; ຊຶ່ງມີທັງ​ການ​ພົບ​ປະ​ແລກປ່ຽນ ​ແລະ ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີ ​ແລະ ​ແຂວງຢ່າງ​ເປັນ​ປະຈຳ.

ຄຽງຂ້າງກັນນັ້ນ, ສອງປະເທດກໍໄດ້ສ້າງຕັ້ງຄະນະກໍາມະການ​ລະຫວ່າງ​ລັດຖະບານ. ຄະນະ​ກຳມະການ​ນີ້ແມ່ນມີການ​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ ​ແລະ ​ເປັນ​ອົງການ​ປະຕິບັດ​ຄຳ​ແນະນຳ​ຂອງ​ບັນດາ​ການ​ນຳ​ຂັ້ນ​ສູງ ​ແລະ ກຳນົດ​ທິດ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ກຳນົດ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ແຕ່ລະ​ໄລຍະ ​ແລະ ​ແຕ່ລະ​ປີ.

ບົດຂ່າວ​ຂຽນຍັງ​ເນັ້ນ​ໜັກ​ວ່າ, ​ເບິ່ງ​ຄືນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ແຕ່ລະ​ໄລຍະ, ສອງຝ່າຍແມ່ນໄດ້ພາກພູມໃຈກ່ຽວກັບ​ຄວາມ​ມານະ​ພະຍາຍາມ​​ຂອງ​ຫຼາຍ​ຮຸ້ນຄົນ​ໃນ ​ການ​ພັດທະນາ, ປົກ​ປັກ​ຮັກສາ, ພັດທະນາ ແລະ ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ແບບ​ພິ​ເສດ ລາວ - ຫວຽດນາມ.

ຄວາມສາມັກຄີພິເສດ ແລະ ສາຍພົວພັນອັນດີງາມນີ້ ​ສາ​ມາດ​ເອີ້ນ​ໄດ້ວ່າ​ເປັນ​ແບບ​ຢ່າງ​ໃຫ້​ບັນດາສາຍ​ພົວ​ພັນ​ສອງ​ຝ່າຍ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ດ້ວຍເຫດນັ້ນ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍສາຍພົວພັນສາມັກຄີທີ່ເປັນມູນເຊື້ອນີ້ໃຫ້ນັບມື້ນັບເຂັ້ມແຂງ, ຊື່ງບໍ່ພຽງແຕ່ໃນມື້ນີ້, ມື້ອື່ນ, ແຕ່ຍັງໃຫ້ສືບຕໍ່ໃນອະນາຄົດຢ່າງບໍ່ມີວັນສິ້ນສຸດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.