ການຮ່ວມມືພິເສດໃນການກໍ່ສ້າງພະນັກງານກໍາມະບານ

21:05 | 27/09/2022

ຍສໝ-ຕາມທ່ານ ປອ ເລກາວຖັ໊ງ, ເລຂາພັກ, ປະທານມະຫາວິທະຍາໄລກໍາມະບານ ແລ້ວ ຫຼາຍປີຜ່ານມາ, ກ່ຽວກັບດ້ານກໍາມະບານ, ສະຫະພັນ ໃຫຍ່ແຮງງານຫວຽດນາມ ແລະ ສູນງກາງສະຫະພັນກໍາມະບານລາວລ້ວນແຕ່ໄດ້ຮ່ວມມືຢ່າງຮອບດ້ານ, ໃນນັ້ນພິເສດແມ່ນການຮ່ວມມືໃນການກໍ່ສ້າງພະນັກງານກໍາມະບານລາວຢູ່ມະຫາວິທະຍາໄລກໍາມະບານ (ຮ່າໂນ້ຍ, ຫວຽດນາມ).

ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ
ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19 ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19
ຄະນະຜູ້ແທນສະຫະພັນກຳມະບານລາວ ຢ້ຽມຢາມຫ້ອງມູນເຊື້ອຂອງ ມະຫາວິທະຍາໄລກຳມະບານ (ພາບ: ເລມາຍ)
ຄະນະຜູ້ແທນສະຫະພັນກຳມະບານລາວ ຢ້ຽມຢາມຫ້ອງມູນເຊື້ອຂອງ ມະຫາວິທະຍາໄລກຳມະບານ (ພາບ: ເລມາຍ)

ທ່ານ ປອ ເລກາວຖັ໊ງ ເນັ້ນໜັກວ່າ “ຊຸດຮຽນທີ 1 ມີການນຳຫຼັກແຫຼ່ງ 20 ຄົນຢູ່ອົງການສູນກາງສະຫະພັນກໍາມະບານລາວ, ນັບແຕ່ນັ້ນມາ, ສະຫະພັນໃຫຍ່ແຮງງານຫວຽດນາມ, ມະຫາວິທະຍາໄລກໍາມະບານ ໄດ້ກໍ່ສ້າງພະນັກງານໃຫ້ສູນກາງສະຫະພັນກໍາມະບານລາ 617 ຄົນ ຢູ່ໂຮງຮຽນ. ນີ້ແມ່ນຕົວເລກທີ່ໜ້ານັບຖື, ຊ່ວຍໃຫ້ກິດຈະກໍາເຄື່ອນໄຫວກໍາມະບານລະຫວ່າງສອງປະເທດນັບມື້ນັບເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນເລິກເຊິ່ງກວ່າອີກ”.

ກ່ຽວກັບວຽກງານກໍ່ສ້າງ ແລະ ການຝຶກອົບຮົມກໍາມະບານລາວ, ທ່ານ ປອ ເລແມ້ງຮຸ່ງ ຜູ້ອຳນວຍການມະຫາວິທະຍາໄລກໍາມະບານ ໃຫ້ຮູ້ວ່າ: ໃນໄລຍະ 2018-2022, ມີນັກສຶກສາລາວ ຮຽນຈົບຢູ່ມະຫາວິທະຍາໄລກໍາມະບານ 115 ຄົນ, ໃນນັ້ນມີນັກສຶກສາລາວ ໄດ້ຮັບການຈັດອັນດັບດີເລີດ(ກຽດນິຍົມ) 12 ຄົນ, ຈັດອັນດັບດີເດັ່ນ 30 ຄົນ, ໄດ້ຈັດອັນດັບດີ 38 ຄົນ, ຈັດອັນດັບປານກາງ 35 ຄົນ.

ໂດຍປະຕິບັດບັນດາໜ້າທີ່ທີ່ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມອບໝາຍໃຫ້, ແຕ່ປີ 2019-2021, ມະຫາວິທະຍາໄລກໍາມະບານ ໄດ້ສົມທົບ ແລະ ຊ່ວຍເຫຼືອສະຖາບັນພັດທະນາກໍາມະບານລາວໃນການສ້າງໂຄງການກໍ່ສ້າງຂະແໜງປົກປ້ອງແຮງງານ (ລະບົບວິທະຍາໄລ) ຢ່າງເປັນປະຈຳ ເຊັ່ນ:ໃຫ້ຄຳປຶກສາ ສະຖາບັນພັດທະນາກຳມະບານລາວ ໃນການສ້າງໂຄງຮ່າງສະເໜີຕໍ່ອົງການເຈົ້າໜ້າທີ່ຂອງລາວ; ໜູນຊ່ວຍປື້ມ, ຫຼັກສູດ, ຮ່າງຫົວຂໍ້ກ່ຽວກັບວິຊາຂະແໜງປົກປ້ອງແຮງງານໃນຂະບວນການສ້າງໂຄງຮ່າງ...ໃຫ້ສະຖາບັນ.

ໃນການຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລກໍາມະບານ ໃນເດືອນກໍລະກົດ 2022, ທ່ານນາງ ອາລີວົງ ໜໍ່ບຸນທຳ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາວໄດ້ຕີລາຄາສູງການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງກໍາມະບານຫວຽດນາມ, ພິເສດແມ່ນໃນຂົງເຂດກໍ່ສ້າງ, ຜ່ານນັ້ນ ກໍໄດ້ຢືນຢັນການພົວພັນອັນສະໜິດຕິດພັນລະຫວ່າງສູນກາງສະຫະພັນກຳມະບານລາວ ແລະ ມະຫາວິທະຍາໄລກໍາມະບານ. ທ່ານນາງ ອາລີ ວົງໜໍ່ບຸນທຳ ສະແດງຄວາມພາກພູມໃຈທີ່ພະນັກງານຫຼາຍລຸ້ນພາຍຫຼັງທີ່ໄດ້ຮັບການກໍ່ສ້າງຢູ່ມະຫາວິທະຍາໄລ ລ້ວນແຕ່ມີຄວາມຮູ້ ແລະ ຄວາມສາມາດປະຕິບັດວຽກງານໄດ້ເປັນຢ່າງດີ ນັບແຕ່ສູນກາງຕະຫຼອດຮອດຂັ້ນແຂວງ, ໃນນັ້ນມີຫຼາຍຄົນກາຍເປັນຜູ້ນຳທີ່ດີເດັ່ນຂອງສູນກາງສະຫະພັນກຳມະບານລາວ ກໍ່ຄືສະຫະພັນກຳມະບານແຂວງ, ນະຄອນ.

ເລມາຍ

ເຫດການ
302 Found

Found

The document has moved here.