ດ່າໜັງ ເປີດຕົວເວັບໄຊ ແລະ ແອັບເພື່ອປົກປ້ອງເດັກນ້ອຍ

11:27 | 18/04/2022

ຍສໝ - ຫວ່າງແລ້ວນີ້​, ພະແນກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ນະຄອນ ດ່າ​ນັງ ​ໄດ້​ຈັດ​ຕັ້ງ​ການປະກາດ​ໃຊ້​ເວັບ​ໄຊ​ປົກ​ປ້ອງ​ເດັກ, ບຳລຸງ​ສຸຂະພາບ​, ​ຈິດ​ຕະວິທະຍາສັງຄົມ ​ແລະ ແອັບ​ມືຖື ​ສຳລັບ​ເດັກ ​ແລະ ຊາວ​ໜຸ່ມ​ເຍົາວະຊົນ ຢູ່​ນະຄອນດ່າ​ນັງ.

ດ່າໜັງ ຕ້ອນຮັບແຂກສາກົນ 300 ຄົນ ພາຍຫຼັງເກືອບ 2 ປີ ດ່າໜັງ ຕ້ອນຮັບແຂກສາກົນ 300 ຄົນ ພາຍຫຼັງເກືອບ 2 ປີ
ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ

ໂຄງການ​ດັ່ງກ່າວ​ ໄດ້​ຮັບ​ການ​ຮ່ວມ​ມື​ໂດຍ​ກອງ​ທຶນ​ເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (UNICEF) ກັບພະແນກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ນະຄອນ ດ່າ​ນັງ, ສູນປະຕິບັດວຽກງານສັງຄົມ ດ່ານັງ ພ້ອມກັບ​ການ​ໃຫ້​ຄຳ​ປຶກສາ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກ​ໂນ​ໂລ​ຊີ​ ຂອງ​ບໍລິສັດຫຸ້ນສ່ວນ​ເຕັກ​ໂນ​ໂລ​ຢີ Hekate.

​ເວັບ​ໄຊ “Baovetreemdanang.vn” ​ແລະ ແອັບ​ມືຖື “Tre em DaNang” ​ແມ່ນ​ຊ່ອງ​ທາງ​ທີ່​ເດັກນ້ອຍ ​ແລະ ຄອບຄົວ​ສາມາດ​ເຂົ້າ​ເຖິງ ​ເພື່ອ​ແບ່ງປັນ, ປຶກສາ​ຫາລື ​ແລະ ໜູນ​ຊ່ວຍ​ຢ່າງທັນ​ເວລາ ​ເມື່ອ​ມີ​ບັນຫາ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກ, ສຸຂະພາບ​ຈິດ ​ແລະ ​ເບິ່ງ​ແຍງ​ດູ​ແລ​ຈິດ​ໃຈ​ຂອງ​ເດັກນ້ອຍ ​ແລະ ​ຊາວ​ໜຸ່ມເຍົາວະຊົນ ໃນ​ຕົວ​ເມືອງ.

ດ່າໜັງ ເປີດຕົວເວັບໄຊ ແລະ ແອັບເພື່ອປົກປ້ອງເດັກນ້ອຍ
ດ່າໜັງ ເປີດຕົວເວັບໄຊ ແລະ ແອັບເພື່ອປົກປ້ອງເດັກນ້ອຍ. (ພາບ: danang.gov.vn)

ເວັບໄຊມີຈຸດປະສົງ 3 ປັດໄຈ: ການແບ່ງປັນ, ຄວາມເອົາໃຈໃສ່, ການຮຽນຮູ້ ແລະ 3 ເປົ້າໝາຍເຂົ້າຮ່ວມ ແມ່ນເດັກນ້ອຍ, ຜູ້ປົກຄອງ ແລະ ຜູ້ຊ່ຽວຊານ. ເດັກນ້ອຍສາມາດແບ່ງປັນເລື່ອງລາວທັງໝົດຂອງເຂົາເຈົ້າ, ໂດຍສະເພາະ ກ່ຽວກັບບັນຫາຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ, ໂດຍບໍ່ເປີດເຜີຍຊື່. ເດັກພຽງແຕ່ຕ້ອງລົງທະບຽນ ດ້ວຍເບີໂທລະສັບ ຫຼື ອີເມລ໌ເພື່ອໃຫ້ຜູ້ບໍລິຫານເວັບໄຊສາມາດລະບຸ ແລະ ປົກປ້ອງເດັກໃນເວລາທີ່ຈໍາເປັນ.

ພໍ່ແມ່ ແລະ ຜູ້ຊ່ຽວຊານສາມາດປົກປ້ອງລູກ ຫຼື ເດັກນ້ອຍ ໂດຍການຕອບກັບເລື່ອງຕ່າງໆ ດ້ວຍຄຳເວົ້າທີ່ໃຫ້ກຳລັງໃຈ ແລະ ຄຳແນະນຳທີ່ເໝາະສົມ ເພື່ອຊ່ວຍເດັກບໍ່ໃຫ້ຮູ້ສຶກເສຍໃຈ ແລະ ຮູ້ສຶກວ່າເຂົາເຈົ້າໄດ້ຮັບຄວາມເອົາໃຈໃສ່ຢູ່ສະເໝີ.

ຜູ້ຊ່ຽວຊານສາມາດສະໜອງໃຫ້ເດັກນ້ອຍມີບົດຮຽນກ່ຽວກັບວິທີການປົກປ້ອງຕົນເອງ, ປະກອບຄວາມຮູ້ທີ່ຈະຮັບຮູ້ຈຳພວກຄົນທີ່ບໍ່ດີ, ພຶດຕິກໍາທີ່ບໍ່ດີ ແລະ ດັ່ງນັ້ນຈຶ່ງປັບປຸງສຸຂະພາບຈິດຂອງເຂົາເຈົ້າ.

ແອັບ ປະກອບມີ 3 ຄຸນລັກສະນະຄື: ຄັງເກັບຂໍ້ມູນເພື່ອຊ່ວຍເດັກນ້ອຍ ແລະ ປະຊາຊົນເຂົ້າເຖິງ ແລະອັບເດດເອກະສານນະໂຍບາຍທີ່ກ່ຽວຂ້ອງກັບເດັກນ້ອຍ; ຮັບຟັງການສຳຫຼວດ ແລະ ເກັບກໍາຂໍ້ຄິດເຫັນຂອງເດັກ ແລະ ຊາວໜຸ່ມນະຄອນ; ​ແມ່ນ​ບ່ອນ​ໃຫ້​ເດັກນ້ອຍ, ຊາວ​ໜຸ່ມ ​ແລະ ພົນລະ​ເມືອງ​ປະກອບ​ຄຳ​ເຫັນ​ໃນ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ​ເຖິງ​ເດັກນ້ອຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.