ດ່າໜັງ ຈັດຕັ້ງບັນດາເຫດການໃຫຍ່ ເພື່ອດຶງດູດການລົງທຶນໃນເດືອນມິຖຸນາ

09:42 | 05/06/2022

ຍສໝ - ນະຄອນ​ດ່າ​ນັງ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວກ່ຽວກັບ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ທ່ອງ​ທ່ຽວ, ​ເລີ່​ມເປີດດຳ​ເນີນ​ບັນດາ​ໂຄງການ​ສຳຄັນ​ ໃນ​ເດືອນ​ມິຖຸນາ​ທີ່​ຈະ​ມາ​ເຖິງ.

ດ່າໜັງ ເປີດຕົວເວັບໄຊ ແລະ ແອັບເພື່ອປົກປ້ອງເດັກນ້ອຍ ດ່າໜັງ ເປີດຕົວເວັບໄຊ ແລະ ແອັບເພື່ອປົກປ້ອງເດັກນ້ອຍ
ດ່າໜັງ ຕ້ອນຮັບແຂກສາກົນ 300 ຄົນ ພາຍຫຼັງເກືອບ 2 ປີ ດ່າໜັງ ຕ້ອນຮັບແຂກສາກົນ 300 ຄົນ ພາຍຫຼັງເກືອບ 2 ປີ

ໃນ​ນັ້ນ, ມີ​ສອງ​ເຫດການ​ໃຫຍ່​ທີ່​ພົ້ນ​ເດັ່ນ ​ຄື: ​ເວທີ​ປາ​ໄສ​ການລົງທຶນ​ນະຄອນ​ດາ​ນັງ - 2022 ​ແລະ ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງບິນ ​ອາຊີ​ ຄັ້ງ​ທີ 16, ຄາດ​ວ່າ​ ຈະ​ສ້າງ​ການ​ຊຸກຍູ້ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ຟື້ນ​ຟູ​ການທ່ອງທ່ຽວ​ຂອງ​ນະຄອນ​ດ່າ​ນັງ​ ໃນ​ໄລຍະ​ຈະ​ມາ​ເຖິງ. ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຮູ້​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັງ ​ໃນ​ຕອນ​ເຊົ້າ​ວັນ​ທີ 31 ພຶດສະພາ.

“ເວທີ​ປາ​ໄສ​ການ​ລົງທຶນ​ນະຄອນ​ດາ​ນັງ 2022” ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມິຖຸນາ ມີການເຂົ້າ​ຮ່ວມຂອງ​ຜູ້​ແທນ​ປະມານ 600 ທ່ານ​ທີ່​ມາ​ຈາກ​ບັນດາ​ອົງການ​ຄຸ້ມ​ຄອງ, ນັກ​ຊ່ຽວຊານ, ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​. ​ເວທີ​ປາ​ໄສ​ ຈະ​ສຸມ​ໃສ່​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ແລະ ກາລະ​ໂອກາດ​ລົງທຶນ​ຂອງ​ນະຄອນ​ດ່າ​ນັງ.

ດ່າໜັງ ຈັດຕັ້ງບັນດາເຫດການໃຫຍ່ ເພື່ອດຶງດູດການລົງທຶນໃນເດືອນມິຖຸນາ
ດ່າໜັງ ຈັດຕັ້ງບັນດາເຫດການໃຫຍ່ ເພື່ອດຶງດູດການລົງທຶນໃນເດືອນມິຖຸນາ. (ພາບ: baochinhphu)

ທີ່​ເວທີ​ປາ​ໄສ, ນະຄອນ​ໄດ້​ປະກາດ​ຂໍ້​ມູນ​ກ່ຽວ​ກັບ​ແຜນການ ​ແລະ ຄວາມ​ຄືບ​ໜ້າ​ຂອງ​ການຜັນຂະຫຍາຍການ​ດັດປັບ​ແຜນ​ກຳນົດແບ່ງ​ເຂດ​ປະຕິບັດ​ໜ້າ​ທີ່​ຕາມ​ໂຄງການ​ດັດປັບ​ແຜນການ​ທົ່ວ​ນະຄອນ​ດ່າ​ນັ້ງ​ ຮອດ​ປີ 2030, ວິໄສທັດ​ເຖິງ​ປີ 2045 ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ; ປະກາດ​ລາຍ​ຊື່​ໂຄງການ​ທີ່ພວມຮຽກ​ຮ້ອງ​ການ​ລົງທຶນ​ຂອງ​ນະຄອນ​ຄື: ທ່າ​ກຳ​ປັ່ນ​ລຽນ​ຈ່ຽວ, ສະຖານີ​ລົດ​ໄຟ...

ທີ່ເວທີປາໄສ, ນະຄອນ ດ່າໜັງ ໄດ້ປະກາດບັນຊີລາຍຊື່ກອງທຶນສິດນຳໃຊ້ທີ່ດິນປະມູນ ປີ 2022 ຂອງນະຄອນ ດ່າໜັງ ແລະ ນະໂຍບາຍໃໝ່ຈຳນວນໜຶ່ງເພື່ອໜູນຊ່ວຍນັກລົງທຶນ; ມອບ​ໃບ​ຢັ້ງ​ຢືນ​ການຈົດທະ​ບຽນ​ການ​ລົງ​ທຶນ, ຕົກລົງ​ບັນ​ດາ​ນະ​ໂຍ​ບາຍ​ລົງ​ທຶນ, ຕົກລົງການ​ຮັບ​ຮູ້ໝາກ​ຜົນການ​ປະ​ມູນ​ສິດ​ນຳ​ໃຊ້​ທີ່​ດິນ, ຕົກລົງອະນຸມັດໝາກ​ຜົນ​ການ​ຄັດ​ເລືອກ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ທຶນຕ່າງ​ປະ​ເທດ (FDI).

ໃນ​ໂອກາດ​ນີ້, “ເວທີ​ປາ​ໄສ​ການ​ພັດທະນາ​ເສັ້ນທາງບິນ ​ອາຊີ​ຄັ້ງ​ທີ 16” ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 4 – 9 ມິຖຸນາ​ ໂດຍມີການເຂົ້າ​ຮ່ວມຂອງ ​ຜູ້​ແທນ 450 ທ່ານ​ທີ່​ມາ​ຈາກ 200 ຫົວໜ່ວຍ, ອົງການ​ສາກົນ​ດ້ານ​ການບິນ​ຢູ່​ອາຊີ, ​ເອີ​ລົບ, ຕາ​ເວັນ​ອອກ​ກາງ, ອາ​ເມ​ລິ​ກາ​ເໜືອ​. ເວທີປາໄສເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນການກໍ່ສ້າງ ແລະ ຂະຫຍາຍເສັ້ນທາງເຄືອຂ່າຍທຸລະກິດສາຍການບິນ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວທ່ອງທ່ຽວທາງການບິນສາກົນ, ເຊື່ອມຕໍ່ນະຄອນ ດ່າໜັງ ກັບເຄືອຂ່າຍສາຍການບິນພາກພື້ນ ແລະ ໂລກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.