ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ

06:30 | 14/12/2021

ຍ​ສໝ - ຫວ່າງແລ້ວນີ້, ພະແນກທ່ອງທ່ຽວນະຄອນ ດ່າໜັງ ໄດ້ສົມທົບກັບບໍລິສັດລົງທຶນການຄ້າ ແລະການທ່ອງ​ທ່ຽວສາກົນ ຮວາບິ່ງ ຈຳກັດ ​ຕ້ອນຮັບແຂກທ່ອງທ່ຽວ MICE 500 ຄົນ (ຮູບແບບການທ່ອງທ່ຽວສົມທົບກັບກອງປະຊຸມ ແລະ ກອງ​ປະ​ຊຸມສໍາມະນາ) ​ມາຍັງນະຄອນ.

ນະຄອນ ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດ ນຳນັກທ່ອງທ່ຽວສາກົນ ມາຫວຽດນາມ ນະຄອນ ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດ ນຳນັກທ່ອງທ່ຽວສາກົນ ມາຫວຽດນາມ
WVI ໜູນຊ່ວຍ  ນະຄອນ  ເກິ່ນເທີ ໃນການຕ້ານໂລກລະບາດ COVID-19 WVI ໜູນຊ່ວຍ ນະຄອນ ເກິ່ນເທີ ໃນການຕ້ານໂລກລະບາດ COVID-19
ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ
ພາບ​ປະ​ກອບ: TTXVN

ນີ້​ແມ່ນ​ຄະນະ​ຜູ້​ແທນ​ຄັ້ງ​ທຳ​ອິດ​ໄປຍັງ​ນະຄອນ​ດ່າ​ນັັ້ງ ພາຍຫຼັງ​ນະຄອນ​ຄ່ອຍໆ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກັບ​ຄືນ​ສູ່​ສະພາບ “ປົກກະຕິ​ໃໝ່”.

ທ່ານນາງ ຫງວຽນທິຮວ່າຍອານ, ຜູ້ອໍານວຍການສູນສົ່ງເສີມການທ່ອງທ່ຽວນະຄອນດ່ານັ້ງ, ຫົວ​ໜ່ວຍໜູນຊ່ວຍບັນດາຄະນະຜູ້ແທນ MICE ປະຈໍານະຄອນ ດ່າໜັງ, ໃຫ້ຮູ້ວ່າ ມີແຂກ 500 ຄົນເຂົ້າຮ່ວມກອງປະຊຸມແຫ່ງຊາດກ່ຽວກັບພະ​ແນກພາຍນອກ ແລະ ຜ່າຕັດພາຍ​ໃນ ​ທົ່ວ​ປະ​ເທດ. ການຈັດ​ຕັ້ງ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ MICE ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວຜູ້​ມາ​ຢ້ຽມ​ຢາມ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ລູກ​ຄ້າ​ມີ​ຄວາມ​ໝັ້ນ​ໃຈ​ກວ່າ​ໃນ​ການ​ເລືອກ​ເອົາ​ນະຄອນ ດ່າ​ນັງ ​ເປັນ​ຈຸດ​ນັດ​ພົບ​ໃຫ້​ແກ່​ເຫດ​ການ​ຂອງ​ຕົນ.

ຄຽງ​ຄູ່​ກັບ​ການ​ຊຸກຍູ້​ການ​ເປີດປະຕູ​ການທ່ອງທ່ຽວ​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຂອງ​ນະຄອນ ດ່ານັ້ງ, ອຳ​ນາດ​ການ​ປົກ​ຄອງນະຄອນ ຍາມ​ໃດ​ກໍ່​ສຸມ​ໃສ່ວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະ​ບາດ​ໂຄວິດ - 19, ກ່ອນ​ອື່ນ​ໝົດ​ຕ້ອງ​ຮັບປະກັນ​ຄວາມ​ສຳ​ເລັດ​ຂອງ​ເຫດການ ​ແລະ ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ລູກ​ຄ້າ. ສິ່ງສຳຄັນກວ່ານັ້ນ, ການຈັດ​ຕັ້ງຢ່າງ​ສຳ​ເລັດ​ຜົນໃຫ້​ແກ່ຄະ​ນະ​ຜູ້​ແທນ​ຄັ້ງ​ນີ້​ຈະ​ເປັນ​ແບບ​ຢ່າງ​ຂອງ “ການຮັບ​ມື​ຢ່າງ​ປອ​ດ​ໄພ, ມີ​ໄຫວ​ພິບ ແລະ ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ” ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ການ​ຈັດ​ຕັ້ງ​ກິດ​ຈະ​ກຳ​ໃນ​ໄລ​ຍະ​ປະ​ຈຸ​ບັນ.

ກອງ​ປະ​ຊຸມ​ສຳ​ມະ​ນາພະແນກພາຍນອກ ​ແລະ ຜ່າຕັດ​ພາຍ​ໃນ ​ຫວຽດນາມ ​ໄດ້​ເລືອກ​ເອົາຢູ່​ນະຄອນ ດ່າ​ນັງ ເພື່ອຈັດ​ກອງ​ປະຊຸມ​ວິທະຍາສາດ​ປະຈຳ​ປີ. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ທາງ​ໄກສົມ​ທົບ​ໂດຍ​ກົງ​ໃນ 2 ວັນຄື ວັນທີ 10 ແລະ 11 ທັນ​ວາ 2021 ດ້ວຍຈຳ​ນວນ​ແຂກ​ເຂົ້າ​ຮ່ວມ 1000 ກວ່າ​ຄົນ; ໃນ​ນັ້ນ​ມີ​ແຂກ​ເຂົ້າ​ຮ່ວມ​ໂດຍ​ກົງ​ຢູ່​ສູນ​ປະ​ຊຸມ​ສາ​ກົນ Ariyana ປະ​ມານ 500 ຄົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.