ອຽນຕື໋ ບົນເສັ້ນທາງກາຍເປັນມໍລະດົກໂລກ

14:48 | 24/02/2022

ອຽນຕື໋ ແມ່ນເຂດພູທີ່ສັກກະລະບູຊາຕິດພັນກັບຂະໜານນາມທີ່ວ່າ “ເຂດດິນແດນພະພຸດທະເຈົ້າ”.

ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ
ໂຮ້ຍ​ອານ​ນອນ​ໃນ Top 10 ນະ​ຄອນ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລ​ກ ປີ 2022 ໂຮ້ຍ​ອານ​ນອນ​ໃນ Top 10 ນະ​ຄອນ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລ​ກ ປີ 2022
ອຽນຕື໋ ບົນເສັ້ນທາງກາຍເປັນມໍລະດົກໂລກ
ພາບ​ປະ​ກອບ: VOV

ດ້ວຍບັນດາຄຸນຄ່າພົ້ນເດັ່ນສະເພາະ, ເຂດປູຊະນີຍະຖານ ແລະ ທັດສະນີຍະພາບ ອຽນຕື໋ ພວມຢືນຢູ່ຕໍ່ໜ້າກາລະໂອກາດທີ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງກາຍເປັນມໍລະດົກໂລກລະຫວ່າງແຂວງແຫ່ງທຳອິດຢູ່ ຫວຽດນາມ. ປະຈຸບັນ, ບັນດາແຂວງ ກວາງນິງ, ບັກຢາງ ແລະ ຫາຍເຢືອງ ພວມຕັ້ງໜ້າສ້າງສຳເນົາເອກະສານທາງການໃຫ້ສົມບູນແບບ, ສົ່ງໄປຍັງອົງການ UNESCO ໃນປີ 2022.

ອຽນຕື໋ ແມ່ນເຂດພູທີ່ສັກກະລະບູຊາຕິດພັນກັບຂະໜານນາມທີ່ວ່າ “ເຂດດິນແດນພະພຸດທະເຈົ້າ”, ເຂດປູຊະນີຍະຖານ ແລະ ທັດສະນີຍະພາບ ອຽນຕື໋ ມີອາຍຸ 700 ປີ, ເປັນເຂດພະຍານຫຼັກຖານໃຫ້ແກ່ໄລຍະພັດທະນາທີ່ຮຸ່ງເຮືອງຂອງລາດຊະວົງເຈີ່ນ ແລະ ສາສະໜາພຸດນິກາຍຈຸກເລິມ - ອຽນຕື໋. ເດືອນ ມັງກອນ 2021, ລັດຖະບານມອບໃຫ້ຄະນະກຳມະການປະຊາຊົນແຂວງ ກວາງນິງ ແລະ ແຂວງ ບັກຢາງ, ຫາຍເຢືອງ ແລະ ບັນດາອົງການທີ່ກ່ຽວຂ້ອງ ປະຕິບັດການສ້າງສຳເນົາເອກະສານສະເໜີ “ເຂດປູຊະນີຍະຖານ ແລະ ທັດສະນີຍະພາບ ອຽນຕື໋” ເພື່ອຍື່ນສະເໜີຕໍ່ອົງການ UNESCO ພິຈາລະນາ, ຈົດຊື່ໃສ່ບັນຊີລາຍຊື່ມໍລະດົກໂລກ. ຕາມແຜນການ, ສຳເນົາເອກະສານຍື່ນສະເໜີຄັ້ງທີ 1 ຈະໄດ້ສ້າງໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ອນວັນທີ 30 ກໍລະກົດ; ສຳເນົາເອກະສານຄັ້ງທີ 2 ຍື່ນສະເໜີຕໍ່ UNESCO ພິຈາລະນາກ່ອນວັນທີ 30 ກັນຍາ ແລະ ສຳເນົາເອກະສານທາງການຍື່ນສະເໜີຕໍ່ UNESCO ຈະສ້າງໃຫ້ສົມບູນແບບກ່ອນວັນທີ 31 ທັນວາ 2022.

​vovworld.vn

ເຫດການ
302 Found

Found

The document has moved here.