![]() |
| ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ກ່າວປາໄສໄຂກອງປະຊຸມໂຕ້ຖາມ. (ພາບ: ແທັງ ຕວນ/TTXVN) |
ວັນທີ 16 ມິຖຸນາ, ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ນະຄອນ ນິວຢອກ (ສະຫະລັດອາເມລິກາ), ທ່ານຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ ໄດ້ເປັນປະທານກອງປະຊຸມໂຕ້ຖາມສາກົນ ພາຍໃດຫົວຂໍ້ “ຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສລີພາບໃນການເດີນເຮືອ: ກົດໝາຍ, ສິ່ງທ້າທາຍ ແລະ ການຮ່ວມມືລະຫວ່າງບັນດາປະເທດ” ນອກຂອບເຂດກອງປະຊຸມໃຫຍ່ ຄັ້ງທີ 36 ຂອງບັນດາປະເທດພາຄີ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ (SPLOS 36) ໂດຍແມ່ນ 12 ປະເທດແກນນຳ ຂອງກຸ່ມເພື່ອນມິດສົນທິສັນຍາກົດໝາຍທະເລ (GoF UNCLOS) ຈັດຕັ້ງຂຶ້ນ, ພາຍໃດການປະສານງານ ແລະ ຮ່ວມມືອຸປະຖຳ ຈາກ 5 ປະເທດສະມາຊິກອື່ນໆ. ກອງປະຊຸມໂຕ້ຖາມ ດຶງດູດການເຂົ້າຮ່ວມ ຂອງຜູ້ຕາງໜ້າຈາກບັນດາປະເທດ ຫຼາຍກວ່າ 120 ທ່ານ, ຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນ, ພ້ອມດ້ວຍບັນດານັກວິຊາການ ແລະ ຊ່ຽວຊານ ຈາກທົ່ວທຸກພາກພື້ນໃນໂລກ.
ກ່າວປາໄສໄຂກອງປະຊຸມໂຕ້ຖາມ, ທ່ານຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ ຫງວຽນ ມິງ ຫວູ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ SPLOS 36 ໄດ້ເນັ້ນໜັກວ່າ ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສລີພາບໃນການເດີນເຮືອ ບໍ່ພຽງແຕ່ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເທິງທ້ອງທະເລເທົ່ານັ້ນ, ແຕ່ຍັງແມ່ນຮາກຖານແຫ່ງການຄ້າ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສະຖຽນລະພາບເສດຖະກິດທົ່ວໂລກ. ດ້ວຍປະມານ 90% ຂອງປະລິມານສິນຄ້າທົ່ວໂລກ ໄດ້ຮັບການຂົນສົ່ງທາງທະເລ, ການຮັບປະກັນຄວາມໂລ່ງລ່ຽນ ຂອງບັນດາເສັ້ນທາງເດີນເຮືອທີ່ເປັນເສັ້ນເລືອດໃຫຍ່ນັ້ນ ແມ່ນມີຄວາມຈຳເປັນຢ່າງຍິ່ງ ຕໍ່ກັບສັນຕິພາບ ແລະ ການພັດທະນາທີ່ຍືນຍົງ ຢູ່ພາຍໃດທຸກໆພາກພື້ນ. ທ່ານຮອງລັດຖະມົນຕີ ໄດ້ຢືນຢັນວ່າ UNCLOS ໄດ້ສ້າງຂອບກົດໝາຍອັນຮ່ວມຮອບດ້ານ ເພື່ອດັດສົມບັນດາກິດຈະກຳຢູ່ເທິງທ້ອງທະເລ, ຮັບປະກັນຄວາມສົມດຸນແຫ່ງຜົນປະໂຫຍດ ລະຫວ່າງ ບັນດາປະເທດ.
ໂດຍຜ່ານການປຶກສາຫາລື, ບັນດາຜູ້ແທນ ແລະ ຜູ້ບັນຍາຍ ໄດ້ເຮັດໃຫ້ມີຄວາມຈະແຈ້ງຕື່ມອີກ ກ່ຽວກັບບັນດາລະບອບທາງດ້ານກົດໝາຍອັນສຳຄັນ ຄື ສິດທິການເດີນເຮືອຜ່ານໂດຍສັນຕິ ພາຍໃດເຂດທະເລອານາເຂດ, ສິດທິການເດີນເຮືອຜ່ານຊ່ອງແຄບສາກົນ ແລະ ບັນດາເສລີພາບໃນການເດີນເຮືອ, ການເດີນອາກາດ. ບັນດາປະເທດ ໄດ້ຮຽກຮ້ອງໃຫ້ມີການຍູ້ແຮງການເຈລະຈາ, ການກໍ່ສ້າງສະມັດຖະພາບ, ການແບ່ງປັນຖານຂໍ້ມູນ ແລະ ເພີ່ມທະວີການປະສານງານ ລະຫວ່າງ ບັນດາປະເທດ, ອົງການຈັດຕັ້ງສາກົນ ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງ ແນໃສ່ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສລີພາບໃນການເດີນເຮືອ.
| ກຸ່ມເພື່ອນມິດ ແມ່ນຮູບແບບການແລກປ່ຽນ ແລະ ປະສານງານແບບບໍ່ເປັນທາງການ, ມີຄວາມຢືດຢຸ່ນ, ແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດທີ່ມີຄວາມສົນໃຈຮ່ວມກັນ ຕໍ່ກັບບັນຫາສະເພາະໃດໜຶ່ງ ຢູ່ທີ່ອົງການສະຫະປະຊາຊາດ ແລະ ບັນດາເວທີປາໄສຫຼາຍພາຄີ. ກຸ່ມເພື່ອນມິດ UNCLOS ແມ່ນໂດຍ ຫວຽດນາມ ແລະ ເຢຍລະມັນ ເປັນຜູ້ລິເລີ່ມ, ຮ່ວມກັນເປັນປະທານໃນການສ້າງຕັ້ງຂຶ້ນພາຍໃດປີ 2021. ປັດຈຸບັນ ກຸ່ມດັ່ງກ່າວມີສະມາຊິກ 115 ປະເທດ ທີ່ມາຈາກທຸກໆພາກພື້ນທາງພູມສາດ, ພາຍໃດນັ້ນ ລວມມີ 12 ປະເທດແກນນຳ ທີ່ຮັບຜິດຊອບພາຍໃດການປະສານງານບັນດາກິດຈະກຳຂອງກຸ່ມ ຄື ອາຊັງຕິນ, ຄານາດາ, ດານມາກ, ເຢຍລະມັນ, ຢາໄມກາ, ເຄນຢາ, ໂຮນລັງ, ນິວຊີແລນ, ໂອມານ, ເຊເນການ, ອາຟຣິກາໃຕ້ ແລະ ຫວຽດນາມ. ພາຍໃດບັນດາປີຜ່ານມາ, ກຸ່ມດັ່ງກ່າວໄດ້ຈັດຕັ້ງຫຼາກຫຼາຍກິດຈະກຳ ຄື ກອງປະຊຸມສໍາມະນາ, ກອງປະຊຸມໂຕ້ຖາມ, ການພົບປະເປັນປະຈຳ ເພື່ອແລກປ່ຽນ, ຊຸກຍູ້ການຮ່ວມມືພາຍໃດບັນດາບັນຫາທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດ UNCLOS ກໍຄືການຄຸ້ມຄອງ, ການນຳໃຊ້ຢ່າງຍືນຍົງ ຕໍ່ກັບບັນດາມະຫາສະໝຸດ ແລະ ທ້ອງທະເລເວົ້າລວມ. |
| ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ ຍສໝ - ພາຍຫຼັງໄລຍະເວລາ 3 ວັນແຫ່ງການປຶກສາຫາລື ໂດຍມີວາລະກອງປະຊຸມຄົບຄະນະ 6 ວາລະ ແລະ ວາລະກອງປະຊຸມວິສາມັນ 3 ວາລະ, ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ໄດ້ປິດສາກລົງແລ້ວ ຢູ່ທີ່ປະເທດສິງກະໂປ, ທ່າມກາງບໍລິບົດສະພາບແວດລ້ອມຄວາມໝັ້ນຄົງສາກົນ ທີ່ຍັງຄົງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ຈາກການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ບັນດາການປະທະກັນທີ່ແກ່ຍາວ ແລະ ບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງອະທິປະໄຕທີ່ບໍ່ແມ່ນການທະຫານ) ... |
| ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ. ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ. |
