ໂຮ້ຍ​ອານ​ນອນ​ໃນ Top 10 ນະ​ຄອນ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລ​ກ ປີ 2022

16:34 | 20/02/2022

ຍ​ສ​ໝ - ໂຮ້ຍ​ອານນອນ​ໃນ Top 10 ນະ​ຄອນ​ທີ່​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລກ ປີ 2022, ພ້ອມ​ກັບ​ບັນ​ດາ​ນະ​ຄອນ​ຕ່າງໆ​ຄື Matera ຢູ່​ອີ​ຕາ​ລີ ແລະ Bled ຢູ່ ໂຊ​ໂລ​ວາ​ເກຍ.

ໃນ​ປີ 2022, ການ​ຄ້າ ເອເລັກໂຕຼນິກຂອງ ຫວຽດນາມ ຈະ​ມີ​ບາດກ້າວ​ບຸກທະລຸ​ຫຼາຍຢ່າງ ໃນ​ປີ 2022, ການ​ຄ້າ ເອເລັກໂຕຼນິກຂອງ ຫວຽດນາມ ຈະ​ມີ​ບາດກ້າວ​ບຸກທະລຸ​ຫຼາຍຢ່າງ
ຫວຽດ​ນາມ ນອນ​ໃນ top 10 ສະ​ຖານ​ທີ່​ ແຫ່ງອຸດົມຄະຕິ​ໃນ​ໂລກ​ສຳລັບຜູ້​ນິ​ຍົມ Digital Nomads ຫວຽດ​ນາມ ນອນ​ໃນ top 10 ສະ​ຖານ​ທີ່​ ແຫ່ງອຸດົມຄະຕິ​ໃນ​ໂລກ​ສຳລັບຜູ້​ນິ​ຍົມ Digital Nomads
ໂຮ້ຍ​ອານ​ນອນ​ໃນ Top 10 ນະ​ຄອນ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລ​ກ ປີ 2022
ໂຮ້ຍ​ອານ​ນອນ​ໃນ Top 10 ນະ​ຄອນ​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລ​ກ ປີ 2022 (ພາບ: quangngaitv.vn/)

ໂດຍ​ອີງ​ໃສ່​ການ​ຕີ​ລາ​ຄາຂອງ​ລູກ​ຄ້າກ່​ວາ 232 ລ້ານຄົນ, ພື້ນ​ຖານ​ການ​ທ່ອງ​ທ່ຽວ Booking-com ຫາ​ກໍ່​ປະ​ກາດ​ບັນ​ດາ​ໜ່ວຍ​ງານ​ທີ່​ຍາດ​ໄດ້​ລາງວັນ Traveller review Awards ປະ​ຈຳ​ປີ ຄັ້ງ​ທີ 10, ລວມ​ມີ ​ບັນ​ດາ​ສະ​ຖານ​ທີ່​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ໂລກ​ປີ 2022. ມີ​ຜູ້​ສະ​ໜອງ​ບ່ອນ​ພັກ​ພາ​ອາ​ໄສ ກ່​ວາ 1,26 ລ້ານ​ແຫ່ງ ຢູ່ 220 ປະ​ເທດ ແລະ ເຂດ​ແຄ້ວນ ໄດ້​ຮັບ​ລາງວັນ Traveller review Awards 2022, ໃນ​ນັ້ນ​ຫວຽດ​ນາມ ມີກ່​ວາ 8.400 ແຫ່ງ. ຫວຽດ​ນາມ​ກໍ່​ຢືນ​ອັນ​ດັບ​ທີ 18 ໃນ​ບັນ​ຊີ​ລາຍ​ຊື່​ດ້ວຍ​ສະ​ຖານ​ທີ່​ພັກ​ພາ​ອາ​ໄສ 8.405 ໄດ້​ຮັບ​ການ​ຮັບ​ຮອງ​ເອົາ.

ໂຮ້ຍ​ອານ​ຂອງ ຫວຽດ​ນາມ ໄດ້ກວມເອົາ​ນ້ຳ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ໃນ​ທົ່ວ​ໂລກ ດ້ວຍ​ເຂ​ດ​ເມືອງ​ເກົ່າ​ທີ່​ເຕັມ​ໄປ​ດ້ວຍ​​ສະ​ເໜ່ ໂດຍ UNESCO ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ການ​ດຳ​ລົງ​ຊີ​ວິດ​ທີ່​ລຽບ​ງ່າຍ, ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ ພ້ອມ​ກັບ​​ສິ່ງຍອດ​ຍິ່ງ​ຂອງ​ຝ​ລັ່ງ ແລະ ຈີນ ໄດ້​ປະ​ກອບ​ສ່ວນ​ສ້າງ​ເປັນ​ພື້ນ​ຖານ​ອາ​ຫານ​ການ​ກິນ​ທີ່​ເປັນຫຼາຍ​ຮູບ​ແບບ​ຂອງ​ທ້ອງ​ຖິ່ນ. ທຸກ​ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ໂຮ້ຍ​ອານ​ມີ​ໜ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ນະ​ຄອນ​ທີ່​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ​ໃນ​ປີ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.