ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ

07:40 | 23/02/2022

ຍ​ສ​ໝ - ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​​ການ​ທ່ອງ​ທ່ຽວ ແລະ ອໍ​າ​ນາດການ​ປົກ​ຄອງ​ແຂວງ ແຄງຮວ່າ ກຳ​ລັງ​ຮີບ​ຮ້ອນ​ສ້າງ​ແຜນ​ການ, ກະ​ກຽມ​ຢ່າງພຽບ​ພ້ອມ​ທາງ​ດ້ານ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ປັບ​ປຸງ​ຄືນ​ພື້ນ​ຖານສິ່ງ​ອຳ​ນວຍ​ສະ​ດວກ​ບັນ​ດາ​ໂຮງ​ແຮງ, ຮ້ານ​ອາ​ຫານ, ສະ​ຖານ​ທີ່​ທ່ອງ​ທ່ຽວ,… ເພື່ອ​ກຽມ​ພ້ອມ​ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ອງ​ຢ່າງ​ຄົບ​ຖ້ວນ.

​​ແຂວງ​ນິງບິງສົ່ງ​ເສີມ​ການທ່ອງທ່ຽວ​​ ​​ແຂວງ​ນິງບິງສົ່ງ​ເສີມ​ການທ່ອງທ່ຽວ​​
ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

ດ້ວຍຊາຍ​ຝັ່ງ​ທະ​ເລ​ທີ່​ງາມ​ທີ່​ສຸດ​ລະ​ດັບ​ຕົ້ນ​ໃນ​ພາກ​ກາງ ແລະ ປະ​ສົບ​ການ​ໃນ​ການ​ທົດ​ລອງ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ແຂວງ ແຄງຮວ່າ ຮອດ​ເວ​ລາ​ນີ້​ມີ​ຄວາມ​ເຊື່ອມ​ໝັ້ນ​ທີ່​ຈະ​ເປີດ​ການ​ທ່ອງ​ທ່ຽວ​ຄືນ​ດັ່ງ​ໄລ​ຍະເຕີບ​ໂຕ​ເມື່ອ​ກ່ອນ. ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໝູ່​ເກາະ ຢຽບເຊີນ (ເມືອງ ວັນນີງ, ແຂວງ ແຄງຮວ່າ), ເຈົ້າ​ຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໄດ້​ລົງ​ມື​ເຂົ້າ​ໃນ​ການ​ປັບ​ປຸງ, ຟື້ນ​ຟູ​ຄືນພື້ນ​ຖານ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ເພື່ອ​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ສາ​ກົນ ພາຍຫຼັງ​ວັນ​ທີ 15 ມີ​ນາ ຕາມ​ທິດ​ແນະ​ນຳ​ຂອງ​ລັດ​ຖະ​ບານ.

ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ
ພາບ​ປະ​ກອບ: vietnamfinance

ເພື່ອ​ເປັນ​ການຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຢ່າງ​ຕັ້ງ​ໜ້າ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ແຂວງ ແຄງຮວ່າ ກ່ອນ​ໜ້າ​ນີ້ ໄດ້​ຈັດ​ຕັ້ງ​ຄະ​ນະ​ສຳຫຼວດ​ສະ​ເພາະ​ຂະ​ແໜງ​ການ ເພື່ອ​ແນະ​ນຳ​ພື້ນ​ຖານ​ທີ່​ພັກ​ອາ​ໄສ, ສະ​ຖານ​ທີ່​ທ່ອງ​ທ່ຽວ, ຂົນ​ສົ່ງ, ບໍ່​ລິ​ສັດ​ຂົນ​ສົ່ງ​ທ່ອງ​ທ່ຽວ, ສະ​ຖານ​ທີ່ຈັບ​ຈ່າຍ​ຕ່າງໆ ເພື່ອ​ກະ​ກຽມ​ແຫຼ່ງ​ບຸກ​ຄະ​ລາ​ກອນ, ແບ່ງ​ພື້ນ​ທີ່​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຕາມ​ລະ​ບຽບ​ການ ພ້ອມ​ກັບ​ຕ້ອງ​ຮັບ​ປະ​ກັນ​ໃຫ້​ດີ​ບັນ​ດາ​ມາດ​ຕະ​ຖານ​ກ່ຽວ​ກັບ “ແທດ​ເໝາະ​ກັບ​ຄວາມ​ປອດ​ໄພ, ຢືດ​ຢຸນ, ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ປະ​ສິດ​ທິ​ພາບ” ໃນ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ ແລະ ກຽມ​ພ້ອມ​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ສາ​ກົນທີ່​ມີ “ໜັງ​ສື​ຜ່ານ​ແດນ​ວັກ​ຊີນ”.

ທ່ານ ນາງ ຫງວຽນຖີ້ເລແທງ - ອຳ​ນວຍ​ການ​ພະ​ແນກ​ທ່ອງ​ທ່ຽວ ແຄງຮວ່າ - ໃຫ້​ຊາບ​ວ່າ, ຈາກ​ຜົນ​ສຳ​ເລັດ​ໃນ​ການ​ເປີດ​ຄືນ​ຂອງ​ຕະຫຼາດ​ການ​ທ່ອງ​ທ່ຽວ​ພາຍ​ໃນ, ຂະ​ແໜງ​ການ​ທ່ອງ​ທ່ຽວ ແຄງຮວ່າ ໄດ້ກຳ​ລັງສູມ​ໃສ່​ການດຶງ​ດູດນັກ​ທ່ອງ​ທ່ຽວ​ສາ​ກົນ​ໂດຍ​ຜ່ານ​ການ​ຜັນ​ຂະ​ຫຍາຍ​ຄຳ​ແນະ​ນຳ​ຈັດ​ຕັ້ງ​ທົດ​ລອງ​ຮັຍ​ຕ້ອນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທີ່ ແຄງຮວ່າ ນັບ​ແຕ່​ເດືອນ​ພະ​ຈິກ 2021.

“ໃນ​ຂະ​ບວນ​ການ​ຟື້ນ​ຟູ​ຄືນ​ກິດ​ຈະກຳ​​ການ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ສາ​ກົນ, ແຄງຮວ່າ ກຳ​ນົດ​ຈະ​ຟື້ນ​ຟູ​ຢ່າງ​ມີ​ຂັ້ນ​ຕອ​ນ, ວິ​ທີ​ທາງ​ໃນ​ແຕ່​ລະ​ບາດ​ກ້າວ. ກຳ​ນົດເອົາ​ແຫຼ່ງ​ຕະຫຼາດ​ພາຍ​ໃນ​ໃຫ້​ມີ​ບົດ​ບາດຫຼັກ​ໃນ​ໄລ​ຍະ​ການ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ອງ​ທ່ຽວ. ຮ່ວມ​ກັນ​ນັ້ນ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ກໍ​ຕ້ອງ​ຕິດ​ຕາມ​ການ​ແນະ​ນຳ​ຂອງ​ລັດ​ຖະ​ບານ ແລະ ກະ​ຊວງວັດ​ທະ​ນະ​ທຳ, ຂໍ້​ມູນ​ຂ່າວ​ສານ ແລະ ທ່ອງ​ທ່ຽວ ໃນ​ການ​ເປີດ​ຄືນ​ກິດ​ຈະ​ກຳ​ການ​ທ່ອງ​ທ່ຽວ ເພື່ອ​ຈະ​ມີ​ການ​ທິດ​ຊີ້​ນຳ​ທີ່​ເໝາະ​ສົມ” - ທ່ານ ນາງ ຫງວຽນຖີ້ເລແທງ ແລກ​ປ່ຽນ​ກັບ​ພວກ​ເຮົາ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.