ການ​ທ່ອງ​ທ່ຽວ​ ເທື່ອ​ທຽນ​ເຫວ້ ມີ​ການ​ເຕີບ​ໂຕ​ດີ

18:14 | 14/02/2022

ຈຳນວນແຂກທ່ອງທ່ຽວໄປທ່ຽວ ກຸ່ງເກົ່າ ເຫວ້ ໃນໄລຍະໃກ້ຈະຮອດ ແລະ ຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ເມື່ອທຽບໃສ່ປີ 2021 ດ້ວຍກວ່າ 70.000 ເທື່ອຄົນ.

ທ່າ​ອ່ຽງ​ຫັນ​ເປັນ​ດີ​ຈີ​ຕອນ ຊຸກ​ຍູ້​ເສດ​ຖະ​ກິດ ຫວຽດ​ນາ​ມ ເຕີບ​ໂຕ ທ່າ​ອ່ຽງ​ຫັນ​ເປັນ​ດີ​ຈີ​ຕອນ ຊຸກ​ຍູ້​ເສດ​ຖະ​ກິດ ຫວຽດ​ນາ​ມ ເຕີບ​ໂຕ
ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ
ພາບປະກອບ
ພາບປະກອບ

ໃນສະພາບການຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຂະແໜງທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໄດ້ເປັນເຈົ້າການປ່ຽນແປງໃໝ່ວຽກງານໂຄສະນາເຜີຍແຜ່ພາບພົດການທ່ອງທ່ຽວ, ສຸມໃສ່ຕະຫຼາດພາຍໃນປະເທດຄື ນະຄອນຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ນະຄອນ ດ່າໜັງ, ແຂວງ ກວ໋າງບິ່ງ ແລະ ເຂດເຕິຍງວຽນ. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

“ໃນປີ 2022 ນີ້, ນອກຈາກການປຸກລະດົມ ກໍຄື ໜູນຊ່ວຍບັນດາວິສາຫະກິດທ່ອງທ່ຽວສ້າງລາຍການເຄື່ອນໄຫວກະຕຸ້ນການທ່ອງທ່ຽວດ້ວຍຜະລິດຕະພັນໃໝ່ແລ້ວ, ແຂວງ ເທື່ອທຽນເຫວ້ ຍັງຈັດຕັ້ງງານບຸນ, ເຫດການຕ່າງໆ ທີ່ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ, ປະຊາຊົນ ແລະ ອາຫານການກິນ. ນີ້ແມ່ນຮູບແບບທີ່ຊ່ວຍໃຫ້ບັນດາການເຄື່ອນໄຫວທອ່ງທ່ຽວແຜ່ກະຈາຍສູ່ແຂກທ່ອງທ່ຽວຫຼາຍກວ່າ”.

ປີນີ້, ເປັນຄັ້ງທຳອິດທີ່ແຂວງ ເທື່ອທຽນເຫວ້ ຈັດຕັ້ງງານບຸນ Festival 4 ລະດູ ດ້ວຍຫຼາຍເຫດການວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ ໂດຍຈັດຂຶ້ນຕະຫຼອດປີ ເພື່ອໃຫ້ແຂກທ່ອງທ່ຽວເປັນເຈົ້າການຄັດເລືອກຈຸດເວລາທີ່ເໝາະສົມມາທ່ຽວຢູ່ເຫວ້ ແລະ ມີການທັດສະນະສຶກສາຕົວຈິງຢູ່ເຂດດິນແດນທີ່ເຕົ້າໂຮມມໍລະດົກ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງນີ້.

vovworld.vn

ເຫດການ
302 Found

Found

The document has moved here.