ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

14:07 | 03/06/2026

ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Choi Young Sam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ຫວຽດນາມ.

ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ
ຫວຽດນາມ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງ ອາຊຽນ
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານ Choi Young Sam - ພາບ: VGP/ຫງວຽນຮວ່າງ (Nguyen Hoang)

ຕາງໜ້າໃຫ້ແກ່ຄະນະນຳກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຮ່ວມສະແດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະທູດ ເຊວ ຢັງ ຊຳ ທີ່ມີວາລະການດຳລົງຕຳແໜ່ງອັນປະສົບຜົນສຳເລັດຢ່າງຈົບງາມ ພາຍໃຕ້ຖານະເປັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ພ້ອມທັງຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ພາຍໃນວາລະການດຳລົງຕຳແໜ່ງຊ່ວຍໄລຍະຜ່ານມາ, ເຊິ່ງມີສ່ວນຊ່ວຍຊຸກຍູ້ສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ມີການຂະຫຍາຍຕົວພັດທະນານັບມື້ນັບກ້າວໄກ, ກ້າວເຂົ້າສູ່ລວງເລິກຕົວຈິງ ແລະ ມີປະສິດທິຜົນຢູ່ເທິງທຸກໆຂົງເຂດ, ເຊິ່ງພາຍໃນນັ້ນລວມມີຂົງເຂດປ້ອງກັນປະເທດ.

ໂດຍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ເນັ້ນໜັກວ່າ, ຖ້ຽວຢ້ຽມຢາມໃນລະດັບລັດ ໄປຍັງ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ໃນເດືອນສິງຫາ ປີ 2025) ແລະ ຖ້ຽວຢ້ຽມຢາມໃນລະດັບລັດ ມາຍັງ ຫວຽດນາມ ຂອງ ທ່ານປະທານາທິບໍດີ ອີ ແຈມຢອງ (Lee Jae Myung) (ໃນເດືອນເມສາ ປີ 2026) ແມ່ນຍາດໄດ້ໝາກຜົນຕົວຈິງຫຼາກຫຼາຍປະການ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ຂະຫຍາຍຕົວພັດທະນາມຸ່ງໄປສູ່ອະນາຄົດແຫ່ງຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ພາຍໃຕ້ວາລະການທົບທວນຄືນບັນດາບາດກ້າວແຫ່ງການຂະຫຍາຍຕົວ ພາຍໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ທ່ານພົນເອກ ຟານວັນຢາງ ໃຫ້ຊາບວ່າ, ໄປຄຽງຄູ່ກັບການຂະຫຍາຍຕົວຢ່າງກວ້າງຂວາງແລະເລິກເຊິ່ງ ແຫ່ງສາຍພົວພັນຂອງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ແມ່ນໄດ້ຮັບການເອົາໃຈໃສ່ຊຸກຍູ້ຈາກທັງສອງຝ່າຍ, ມີການເປີດກວ້າງຢ່າງບໍ່ຢຸດຢັ້ງ, ກ້າວເຂົ້າສູ່ລວງເລິກ ແລະ ນັບມື້ນັບມີປະສິດທິຜົນ, ແທດຕົວຈິງ.

ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງຕໍ່ກັບການຮ່ວມມື, ການຊ່ວຍເຫຼືອຂອງ ສ.ເກົາຫຼີ ທີ່ສະຫງວນໃຫ້ແກ່ກະຊວງປ້ອງກັນປະເທດ ຫວຽດນາມ ພາຍໃນບັນດາຂົງເຂດ ຄື: ການສຶກສາ, ການອົບຮົມ, ທະຫານເຮືອ, ການແກ້ໄຂຜົນສະທ້ອນຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ...

ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບ ລັດຖະບານ ສ.ເກົາຫຼີ ທີ່ໄດ້ສະໜອງບັນດາຊຸດບ້ວງທຶນຊ່ວຍເຫຼືອ ເພື່ອແນໃສ່ແກ້ໄຂຜົນສະທ້ອນຈາກສົງຄາມຢູ່ ຫວຽດນາມ, ທ່ານພົນເອກ ຟານວັນຢາງ ໄດ້ຍົກເດັ່ນບັນດາໂຄງການຕົວແບບ ຄື:

ໂຄງການ "ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນສະທ້ອນຈາກລະເບີດບໍ່ທັນແຕກຫຼັງສົງຄາມ" ຢູ່ທີ່ແຂວງ ບິ່ງດິ້ງ (Binh Dinh) ແລະ ແຂວງ ກວາງບິ່ງ (Quang Binh); ໂຄງການ "ການເຄື່ອນໄຫວດ້ານລະເບີດ ເພື່ອໝູ່ບ້ານແຫ່ງສັນຕິພາບ ຫວຽດນາມ - ສ.ເກົາຫຼີ", ໄລຍະປີ 2024-2026...

ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ ທ່ານເອກອັກຄະລັດຖະທູດ ເຊວ ຢັງ ຊຳ ເຮັດບົດລາຍງານ, ສະເໜີຕໍ່ຄະນະນຳຂັ້ນສູງຂອງ ສ.ເກົາຫຼີ ໃຫ້ສືບຕໍ່ສະໜັບສະໜູນ, ມີສຽງເວົ້າຮ່ວມກັບ ກະຊວງການຕ່າງປະເທດ, ອົງການຮ່ວມມືສາກົນເກົາຫຼີ (KOICA) ເພື່ອຊ່ວຍເຫຼືອ ຫວຽດນາມ ພາຍໃນຂົງເຂດທີ່ມີຄວາມໝາຍອັນເລິກເຊິ່ງນີ້.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ໂດຍຜ່ານທ່ານເອກອັກຄະລັດຖະທູດ ເພື່ອສົ່ງຄຳເຊື້ອເຊີນໄປຍັງບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ສ.ເກົາຫຼີ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນທັນວາ ປີ 2026 - ພາບ: VGP/ຫງວຽນຮວ່າງ (Nguyen Hoang)

ໂດຍເນັ້ນໜັກວ່າ ໃນຕໍ່ໜ້າ ທັງສອງຝ່າຍຈຳເປັນຕ້ອງສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບກັນຢ່າງມີປະສິດທິຜົນ, ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ບໍ່ວ່າຈະຢູ່ເທິງຕຳແໜ່ງງານໃດ, ທ່ານເອກອັກຄະລັດຖະທູດ ເຊວ ຢັງ ຊຳ ກໍຈະຍາມໃດກໍສຳເລັດໜ້າທີ່ອັນຊົງກຽດ ທີ່ໄດ້ຮັບການມອບໝາຍຢ່າງຈົບງາມ, ສືບຕໍ່ສະຫງວນຄວາມຮູ້ສຶກອັນດີງາມໃຫ້ແກ່ປະຊາຊົນ ກໍຄືກອງທັບປະຊາຊົນຫວຽດນາມ, ພ້ອມທັງມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການຂະຫຍາຍຕົວແຫ່ງສາຍພົວພັນຂອງທັງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ໂດຍຜ່ານທ່ານເອກອັກຄະລັດຖະທູດ ເພື່ອສົ່ງຄຳເຊື້ອເຊີນໄປຍັງບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ສ.ເກົາຫຼີ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນທັນວາ ປີ 2026.

ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບ ທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫງວນເວລາໃຫ້ກຽດຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ໄດ້ຮ່ວມສະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ວາລະການດຳລົງຕຳແໜ່ງປີ 2026-2031 ຢ່າງປະສົບຜົນສຳເລັດ; ພ້ອມທັງສົ່ງຄຳຊົມເຊີຍຈາກ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ມາຍັງ ທ່ານພົນເອກ ຟານວັນຢາງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ທ່ານເອກອັກຄະລັດຖະທູດ Choi Young Sam ໄດ້ສະແດງຄວາມປິຕິຊົມເຊີຍ ທີ່ພາຍໃຕ້ຖານະຕຳແໜ່ງຂອງຕົນເອງ ແມ່ນໄດ້ມີສ່ວນຮ່ວມຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການໄປມາຫາສູ່ກັນຂອງປະຊາຊົນລະຫວ່າງສອງປະເທດ. ພາຍໃນຂົງເຂດປ້ອງກັນປະເທດ, ຊ່ວງໄລຍະເວລາຜ່ານມາ ທັງສອງຝ່າຍໄດ້ຮ່ວມກັນຈັດຕັ້ງການໂອ້ລົມສົນທະນາດ້ານນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ, ການພົບປະແລກປ່ຽນນາຍທະຫານ, ການຈັດສົ່ງກຳປັ່ນເຂົ້າຢ້ຽມຢາມທັກທາຍເຊິ່ງກັນແລະກັນ...

ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ ຢູ່ເທິງຖານະຕຳແໜ່ງງານໃໝ່, ບຸກຄົນຂອງທ່ານເອງ ຈະຍາມໃດກໍພະຍາຍາມຊຸກຍູ້, ສະໜັບສະໜູນສາຍພົວພັນການຮ່ວມມືລະຫວ່າງສອງປະເທດ, ເຊິ່ງພາຍໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ໃຫ້ສືບຕໍ່ຂະຫຍາຍຕົວພັດທະນາກ້າວຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

ຢັ້ງຢືນເຖິງບົດບາດ, ຖານະບົດບາດ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ ຢັ້ງຢືນເຖິງບົດບາດ, ຖານະບົດບາດ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ

ຍສໝ - ຄວາມສຳເລັດຂອງຖ້ຽວຢ້ຽມຢາມໃນຄັ້ງນີ້ ຍັງແມ່ນຂໍ້ພິສູດອັນຈະແຈ້ງ ໃຫ້ແກ່ການຍົກສູງຖານະບົດບາດ ກໍຄືບົດບາດຂອງ ຫວຽດນາມ ຢູ່ເທິງເວທີສາກົນ.

ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ

ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ