ກາເມົາກັບຄືນສູ່ສະພາບປົກກະຕິໃໝ່ | |
ປ້ອມຣາດາ 575: ປະຊາຊົນຖືພວກອ້າຍຄືຍາດຕິພີ່ນ້ອງໃນຄອບຄົວດຽວກັນ |
ໃຫ້ເສືອກິນນົມ |
ພວກຂ້າພະເຈົ້າເຄີຍເວົ້າຢອກກ່ຽວກັບ ລູກເສືອ 7 ໂຕ ທີ່ພວມໄດ້ຮັບການເບິ່ງແຍງດູແລຈາກພວກເຮົາ ກໍບໍ່ຕ່າງກັນຫຍັງກັບເດັກເກີດໃໝ່ ແລະ ພວກຂ້າພະເຈົາຄືພໍ່ຂອງມັນ. ນັ້ນແມ່ນການແບ່ງປັນຂອງ ອ້າຍ ດັ້ງແທງຕວັນ (ເກີດປີ 1991), ພະນັກງານເບິ່ງແຍງດູເລເສືອຂອງ ສູນອະນຸລັກຮັກສາສັດປ່າ ຫວຽດນາມ - Save Vietnam’s Wildlife (SVW).
ພະຍາດເສືອນ້ອຍ
ວັນທີ 1 ສິງຫາ, ໃນເສັ້ນທາງຫຼວງ ເລກ 1A, ຢູ່ເຂດບໍລິເວນຕາແສງຢຽນກີ, ເມືອງ ຢຽນເຈົາ, ຫ້ອງການຕຳຫຼວດສິ່ງແວດລ້ອມ (ຕຳຫຼວດເງະອານ) ໄດ້ປະຕິບັດສຳເລັດຄະດີ, ກັກຕົວເປົ້າໝາຍ 2 ຄົນທີ່ຂົນສົ່ງ ເສືອ 7 ໂຕແບບຜິດກົດໝາຍ ແຕ່ ເມືອງ ເຮືອງເຊີນ (ແຂວງ ຮ່າຕິງ) ເຂົ້າມາບໍລິເວນເງະອານ. ຍ້ອນບໍ່ມີສູນກູ້ຊ່ວຍເອົາສັດປ່າໃດມີເງື່ອນໄຂຢ່າງຄົບຖ້ວນ ເພື່ອບເບິ່ງແຍງດູແລ, SVW ໄດ້ສົມທົບກັບ ປ່າສະຫງວນແຫ່ງຊາດ ປູມາດ (ແຂວງເງະອານ) ມາຮັບເອົາບັນດາເສືອດັ່ງກ່າວ.
ອ້າຍຕວັນ ໃຫ້ຮູ້ວ່າ ລາວຍັງຈົດຈຳຢ່າງຈະແຈ້ງ ຄັ້ງທຳອິດທີ່ເຫັນເສືອ 7 ໂຕ ນ້ອຍໆ, ອ່ອນໆ, ມີອາຍຸພຽງແຕ່ 1 ເດືອນ (ໂຕນ້ອຍສຸດແມ່ນ 2,9 ກີໂລກຼາມ, ໃຫຍ່ສຸດແມ່ນ 4,5 ກີໂລກຼາມ). ພວກມັນຖືກຂັງໃນຄອກນ້ອຍໆ. ທັງ 7 ໂຕລ້ວນແຕ່ຮູ້ສຶກເຄັ່ງຕຶງ, ຢາກກິນນົມ, ຮ້ອງຢ່າງເຈັບປວດ ເຮັດໃຫ້ຜູ້ໃດຟັງກໍ່ຮູ້ສຶກອີຕົນ.
ອ້າຍຕວັນ ເລົ່າວ່າ: “ຈຸດເວລານັ້ນ, ສຸຂະພາບຂອງຝຸງເສືອອ່ອນແຮງທີ່ສຸດ, ມີຫຼາຍໂຕຖອກທ້ອງ, ອິດເມື່ອຍ, ອ່ອນແຮງ, ບໍ່ມີແຮງກິນນົມ. ຕອນນັ້ນ 4 ໂມງກິນເທື່ອໜຶ່ງ (ທັງເວັນ ແລະ ຄືນ) ຂ້າພະເຈົ້າພ້ອມກັບຄູ່ຮ່ວມງານຈະໃຫ້ເສືອກິນນົມ. ມີຫຼາຍໂຕບໍ່ມີແຮງກິນນົມຕ້ອງແບ່ງເປັນຫຼາຍຄັ້ງ, ສົມທົບກັບການສົ່ງຢາຕ້ານເຊື້ອ ແລະ ຢາດີີຖອນທ້ອງ. ພາຍຫຼັງ 1 ເດືອນ, ເສືອ 7 ໂຕດັ່ງກ່າວເລີ່ມຟື້ນຟູ, ເລີ່ມແລ່ນ ແລະ ຫຼິ້ນນຳກັນໄດ້. ຕອນນັ້ນຂ້າພະເຈົ້າຈຶ່ງຮູ້ສຶກສະບາຍໃຈ ແລະ ອຸ່ນອ່ຽນໃຈ.
ຜູ້ບ່າວເບິ່ງແຍງເສືອທີ່ເກີດປີ 1991 ໃຫ້ຮູ້ວ່າ ນີ້ບໍ່ແມ່ນຄັ້ງທຳອິດ ບັນດາພະນັກງານສູນກູ້ຊ່ວຍເອົາສັດປ່າ ປ່າສະຫງວນແຫ່ງຊາດ ປູມາດ ເຂົ້າຮ່ວມການປິ່ນປົວ, ເບິ່ງແຍງດູແລເສືອ ທີ່ເປັນຂອງກາງການຂົນສົ່ງ, ກັກຂັງຜິດກົດໝາຍ. ເຖິງຢ່າງໃດກໍ່ຕາມ, ເລື່ອງເບິ່ງແຍງດູແລເສືອນ້ອຍທີ່ມີສຸຂະພາບບໍດີ ລວມມີຫຼາຍວຽກງານທີ່ເລັກໆນ້ອຍໆ, ທົດສອບຄວາມອົດທົນ, ລະອຽດລະອ່ອນ ແລະ ຄວາມທົດທານຂອງ ບັນດາພະນັກງານ. ອ້າຍຕວັນ ໃຫ້ຮູ້ວ່າ:
“ໄລຍະຫຍຸ້ງຍາກໃນການຟື້ນຟູສຸຂະພາບພຽງແຕ່ແມ່ນຂັ້ນຕອນເບື້ອງຕົ້ນ. ເສືອ 7 ໂຕ ຕອນເລີ່ມກິນຊິ້ນ ໄດ້ສ້າງສິ່ງທ້າທາຍໃໝ່ຫຼາຍຢ່າງໃຫ້ແກ່ຜູ້ເບິ່ງແຍງດູແລ”.
ພາຍຫຼັງ 1 ອາທິດ, ເສືອ 7 ໂຕລ້ວນແຕ່ຕອບສະໜອງໄດ້ເປັນຢ່າງດີ, ບັນດາພະນັກງານເບິ່ງແຍງດູແລ ເລີ່ມຫັນໄປໃຫ້ເສືອກິນຊິ້ນງົວສຸກ ແລະ ຊິ້ນງົວເຄິ່ງສຸກເຄິ່ງດິບ ປະສົມກັບການກິນນົມ. ສຸດທ້າຍແມ່ນໃຫ້ເສືອກິນຊິ້ນດິບ. ໃນວິວັດການໃຫ້ເສືອກິນ, ບັນດາພະນັກງານໄດ້ກວດກາລຳໄສ້ຂອງເສືອເປັນປະຈຳວ່າ ມີຄວາມເປັນປົກກະຕິບໍ່, ລະບົບລະບາຍຂອງເສືອມີປະຕິກິລິຍາຫຍັງບໍ່ ຫຼື ຖອກທ້ອງບໍ່.
“ຄຸນງາມຄວາມດີຂອງພໍ່ແມ່”
ພາຍຫຼັງຮຽນຈົບພະແນກສັດຕະວະແພດ ມະຫາວິທະຍາໄລກະສິກຳ I (ຮ່າໂນ້ຍ), ນັບແຕ່ປີ 2019 ມາຮອດປັດຈຸບັນ, ອ້າຍຕວັນ ໄດ້ເຮັດວຽກຢູ່ SVW ດ້ວຍຄວາມຫວັງຢາກປະກອບສ່ວນກຳລັງແຮງຂອງຕົນເອງໃຫ້ແກ່ວຽກງານອະນຸລັກຮັກສາສັດປ່າ. ດ້ວຍການສົມທົບລະຫວ່າງ SVW ແລະ ປ່າສະຫງວຽນແຫ່ງຊາດ ປູມາດ ໄດ້ເຮັດໃຫ້ອ້າຍຕວັນ ມີບຸນວາດສະໜາ ໄດ້ເບິ່ງແຍງດູແລ ເສືອ 7 ໂຕ ຢູ່ສູນກູ້ຊ່ວຍສັດປ່າ ປ່າສະຫງວນແຫ່ງຊາດ ປູມາດ.
ມີຫຼາຍຄົນຖືວ່າ ວຽກງານເບິ່ງແຍງເສືອຂອງຂ້າພະເຈົ້າ ແລະ ອ້າຍນ້ອງ ມີພຽງແຕ່ແມ່ນໃຫ້ກິນ, ທຳຄວາມສະອາດຄອກ, ຕິດຕາມສຸຂະພາບເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ, ນັ້ນພຽງແຕ່ແມ່ນສ່ວນໜຶ່ງທີ່ເລັກໆນ້ອຍໆໃນບັນດາວຽກງານປະຈຳວັນທີ່ພວກຂ້າພະເຈົ້າພວມປະຕິບັດ. ໃນຕົວຈິງ, ພວກຂ້າພະເຈົ້າຍາມໃດກໍ່ມຸ່ງໄປເຖິງການໜູນຊ່ວຍສັດປ່າ. ເຖິງວ່າສັດປ່າຖືກຂັງໃນຄອກ ແຕ່ຍາມໃດກໍ່ມີເຄື່ອງຫຼິ້ນ, ບົດຝຶກແອບ, ເພື່ອເຮັດໃຫ້ສັນຊາດຕະຍານຂອງມັນສົມບູນແບບ” ອ້າຍຕວັນ ແບ່ງປັນ.
ພາຍຫຼັງໄດ້ຮັບການເບິ່ງແຍງດູແລຟື້ນຟູສຸຂະພາບ, ສັກຢາກັນພະຍາດ, ບັນດາພະນັກງານຈະຝຶກແອບ, ປຸກລຸກສັນຊາດຕະຍານຂອງເສືອຕາມວິທີການໃຫ້ພວກມັນປີນ, ເຊື່ອງອາຫານ, ໝາກໄມ້ ຢູ່ທີ່ຕັ້ງທີ່ຫາໄດ້ຍາກ ຄືຢູ່ເທິງຕົ້ນໄມ້ ຫຼື ຢູ່ພຸ່ມໄມ້ທີ່ຄ້າຍຄືກັນໃນທຳມະຊາດ.
ອ້າຍຕວັນ ເລົ່າວ່າ: “4 ເດືອນຜ່ານມາ, ການກິນນອນພ້ອມກັນ ເສືອ 7 ໂຕເຮັດໃຫ້ຂ້າພະເຈົ້າເຂົ້າໃຈໄດ້ມັນສ່ວນໃດສ່ວນໜຶ່ງ ແລະ ມີຄວາມສະໜິດຕິດພັນກັບພວກມັນ ຄືສ່ວນໜຶ່ງໃນການດຳລົງຊີວິດ. ເຖິງຢ່າງໃດກໍ່ຕາມ, ຕາມຂໍ້ກຳນົດຂອງສູນ, ສັດປ່າ ມີຄວາມສາມາດເຊື່ອມຕົວເຂົ້າກັບທຳມະຊາດ, ດັ່ງນັ້ນ ບໍ່ຕັ້ງຊື່ແບບສັດລ້ຽງໄດ້. ເມື່ອມີເງື່ອນໄຂຢ່າງຄົບຖ້ວນ ຕ້ອງໃຫ້ມັນກັບຄືນສູ່ທຳມະຊາດ ເພາະສະນັ້ນ, ຜູ້ເບິ່ງແຍງດູແລສັດຄືພວກຂ້າພະເຈົ້າກໍ່ຈຳກັດກັນພົບປະ, ກອດກ້ຽວ ແລະ ຮັກແພງມັນ.”
ຜົນສຳເລັດຂອງ SVW ແລະ ອ້າຍຕວັນ ແມ່ນປ່ອຍເສືອດັ່ງກ່າວ ກັບຄືນສູ່ປ່າ ຫຼືສະພາບແວດລ້ອມທຳມະຊາດ. ແຕ່ບາງຄັ້ງບາງຄາວ, ຍາມນັ້ນ ຜູ້ເປັນພໍ່ເປັນແມ່ພິເສດຂອງເສືອນີ້ ກໍ່ຮູ້ວ່າການອຳລາບໍ່ແມ່ນເລື່ອງງ່າຍ.
ອານະຄົດ ສຳລັບເສືອ 7 ໂຕ ເປັນຄືແນວໃດ? ຕາມຜູ້ຕາງໜ້າຂອງ SVW ແລ້ວ, ເລື່ອງນຳເສືອກັບຄືນສູ່ທຳມະຊາດຍັງບໍ່ທັນສາມາດປະຕິບັດໄດ້ໃນທັນທີ ຍ້ອນເສືອຖືກຂັງໃນຄອກ ໄດ້ສູນເສຍຄວາມກົມກຽວກັບທຳມະຊາດ, ມີຄວາມລຶ້ງເຄີຍກັບມະນຸດແລ້ວ ແລະ ພິເສດກາຍປ່ອຍເສືອຕ້ອງມີຍຸດທະສາດທີ່ຍາວນານ ແລະ ແຜນການຟື້ນຟູເຫຍື່ອຂອງເສືອກໍ່ຕ້ອງປະຕິບັດໃນໄລຍະຍາວ. ປັດຈຸບັນປ່າສະຫງວນແຫ່ງຊາດ ປູມາດ, SVW ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ພວມມານະພະຍາຍາມຊອກຫາຮາກຖານເບິ່ງແຍງດູແລ ທີ່ມີເງື່ອນໄຂຄົບຖ້ວນກ່ຽວກັບສະຫວັດດີການທີ່ອາດຈະເບິ່ງແຍງດູແລ, ກູ້ຊ່ວຍຍາວນານໃຫ້ແກ່ເສືອ 7 ໂຕດັ່ງກ່າວ, ເພື່ອແນໃສ່ຟື້ນຟູເປົ້າໝາຍການສຶກສາ ແລະ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບເສືອ, ຜ່ານນັ້ນ ກໍຊຸກຍູ້ວຽກງານອະນຸລັກຮັກສາເສືອໃນທຳມະຊາດ. |
ບຸນຄົງ