ກາ​ເມົາ​ກັບ​ຄື​ນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໃໝ່

06:30 | 14/10/2021

ຍ​ສ​ໝ - ແຂວງ​ກາ​ເມົາ ຫາ​ກໍ່​ປະ​ກາດ​ຂໍ້​ຕົກ​ລົງ​ສະ​ບັບເລກ​ທີ 2157/QD-UBND ກ່ຽວ​ກັບ​ການ​ນຳໃຊ້​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບ​າດ​ໂຄວິດ - 19 ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່ໃນ​ບໍ​ລິ​ເວນ​ແຂວງ…

Sakal Phoeng - ຜູ້​ມີ​ຄວາມ​ເມົາ​ມົວ​ຢ່າງ​ສຸດ​ຈິດ​ສຸ​ດ​ໃຈ​ກັບ​ອາ​ຊີບ​​ພໍ່​ຄົວ Sakal Phoeng - ຜູ້​ມີ​ຄວາມ​ເມົາ​ມົວ​ຢ່າງ​ສຸດ​ຈິດ​ສຸ​ດ​ໃຈ​ກັບ​ອາ​ຊີບ​​ພໍ່​ຄົວ
ຫວຽດນາມ: ປະ​ຊາ​ຊົນ​​ກ່າ​ເມົາ ​ຄັ​ດ​ຄ້ານ ຈີນ​ສ້າງ​ຕັ້ງອັນທີ່ໄດ້ເອີ້ນວ່າ  “ເມືອງຊີ​ຊາ” ແລະ “ເມືອງ ໜານ​ຊາ” ຫວຽດນາມ: ປະ​ຊາ​ຊົນ​​ກ່າ​ເມົາ ​ຄັ​ດ​ຄ້ານ ຈີນ​ສ້າງ​ຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີ​ຊາ” ແລະ “ເມືອງ ໜານ​ຊາ”
ກາ​ເມົາ​ກັບ​ຄື​ນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໃໝ່
ກາ​ເມົາ​ກັບ​ຄື​ນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໃໝ່ (ພາບ: baocamau.com.vn)

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ເວ​ລາ 00 ໂມງ​ຂອງວັນ​ທີ 12 ຕຸ​ລາ, ປະ​ຊາ​ຊົນ​ແຂວງ ກາ​ເມົາ (ຍົກ​ເວັ້ນ​ບັນ​ດາ​ເຂດ​ແຍກ​ຕົວ, ເຂດ​ລອກ​ດ໋າວ ຕາມ​ຂໍ້​ກຳ​ນົດ​ສະ​ເພາະ) ສາມາດເດີນ​ທາງ​ໄປ​ມາ​ພາຍ​ໃນ​ແຂວງ, ເມື່ອ​ປະ​ຊາ​ຊົນ​ມີ​ຄວາມ​ຕ້ອງ​ການ​ເດີ​ນ​ທາງ​ອອກ​ຈາກ​ແຂວງ ຕ້ອງ​ມີ​ຄວາມ​ເຫັນ​ດີ​ຈາກ​ທ້ອງ​ຖິ່ນ​ຂອງ​ສະ​ຖານ​ທີ່​ຈະ​ໄປ.

ບັນ​ດາ​ພາ​ຫະ​ນະ​ຂົນ​ສົ່ງ​ສິນ​ຄ້າ, ​ຄົນ​ຂັບ ແລະ ​ຜູ້​ໂດຍ​ສານ​ພາ​ຫະ​ນະ​ເຂົ້າ​ບໍ​ລິ​ເວນ​ແຂວງ ດ້ວຍ​ທາງ​ບົກ, ການ​ເດີນ​ເຮືອ, ທາງ​ທະ​ເລ ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ.

ປະ​ຊາ​ຊົນ​ບໍ່​ເຕົ້າ​ໂຮມ​ກັນ​ເກີນ 10 ຄົນ​ຢູ່ນອກ​ເຂດຫ້ອງ​ການ, ໂຮງ​ຮຽນ, ໂຮງ​ໝໍ, ໂຮງ​ຈັກ, ໂຮງ​ງານ; ຮັກ​ສາ​ໄລ​ຍະ​ຫ່າງ​ກັນໜ້ອຍ​ສຸດ​ 2 ແມັດ ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ.

ທາງ​ແຂວງ​ຍັງ​ກ່າວ​ເຕືອນ​ປະ​ຊາ​ຊົນ ບໍ່​ຄວນ​ອອກ​ທາງ ຖ້າ​ບໍ່​ມີ​ຄວາມ​ຈຳ​ເປັນ​ຢ່າງ​ແທ້​ຈິງ, ປະ​ຕ​ິ​ບັດ​ ສານ 5 ປະ​ກ​ານ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຢ່າງ​ເຂັ້ມ​ງວດ. ພ້ອມ​ທັງ, ກ່າວ​ເຕືອນ​ປະ​ຊາ​ຊົນ​ປະ​ຕິ​ບັດ​ການ​ວິ​ໄຈ​ຫາ​ເຊື້ອ​ເປັນ​ປະຈຳ ແນໃສ່ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ເພື່ອ​ປິ່ນ​ປົວ​ຢ່າງ​ທັນ​ການ. ທົ່ວ​ແຂວງ ສືບ​ຕໍ່​ຈັດ​ວາງ​ປ້ອມ ຢູ່​ບັນ​ດາ​ບໍ​ລິ​ເວນ​ທີ່​ຕິດ​ເຂດ, ​ກັບ​ທະ​ເລ, ຄວບ​ຄຸມ​ບັນ​ດາ​ຄວາມ​ສ່ຽງ​ຈາກ​ພາຍນອກ, ຮັກ​ສາ​ວຽກ​ງານ​ຄົ້ນ​ຫາ, ວິ​ໄຈ​ຫາ​ເຊື້ອ.

ກ​າ​ເມົາ ຍັງ​ບໍ່​ອະ​ນຸ​ຍາດໃຫ້​ຮ້ານ Bar, ຮ້ານບັນເທິງ, ຄາ​ຣາ​ໂອ​ເກະ, ໂຮງສາຍ​ຮູບ​ເງົາ, ຮ້ານ​ເກມ… ກັບ​ຄືນເຂົ້າ​ສູ່​ການ​ເຄື່ອນ​ໄຫວ​​ປົກ​ກະ​ຕິ. ສືບ​ຕໍ່​ຢຸດ​ຕິ​ທຸ​ກ​ຮູບ​ແບບ​ດຳ​ເນີນ​ທຸ​ລ​ະກິດ​ກິນ​ດື່ມທີ່​ມີທາດ​ເຫຼົ້າ, ເບຍ, ຢຸດ​ຕິ​ການ​ຢ້ຽມ​ຢາມ, ພົບ​ປະ​ກັບ​ນັກ​ໂທດ, ຄົນ​ເຈັບ. ສືບ​ຕໍ່​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ຮາກຖານເຄື່ອນໄຫວທາງສາ​ສະ​ໜາ, ບັນ​ດາ​ການ​ເຄື່ອນ​ໄຫວ​ງານ​ບຸນ, ມະ​ຫາ​ກຳ​ກິ​ລາ, ງານ​ຕະຫຼາດ​ນັດ… ໃນ​ກໍ​ລະ​ນີ​ຈຳ​ເປັນ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ຈະພິ​ຈາ​ລະ​ນາ​ຕັດ​ສິນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.