ລາງວັນ​ທ່ອງ​ທ່ຽວ ອາ​ຊຽນ ຍ້ອງ​ຍໍ​ຊົມ​ເຊີຍ 20 ທ້ອງ​ຖິ່ນ, ຫົວໜ່ວຍ​ຂອງ ຫວຽດ​ນາມ

19:07 | 24/01/2022

ຍ​ສ​ໝ - ໂດຍນອນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ອາ​ຊຽນ (ATF) ປີ 2022, ຫວ່າງແລ້ວນີ້, ພິ​ທີ​ມອບ​ລາງວັນ​ການ​ທ່ອງ​ທ່ຽວ ອາ​ຊຽນ ໄດ້​ເປັນ​ກຽດ​ຈັດ​ຕັ້ງ​ຢູ່ Sihanoukville, Campuchia.

ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ
ອີກ 2 ສະຖານທີ່​ທ່ອງ​ທ່ຽວ​ທີ່ຈັບອົກຈັບໃຈ​ຢູ່​ແຂວງ​ກຽນ​ຢາງ ເປີດປະຕູຕ້ອນຮັບ​ນັກ​ທ່ອງ​ທ່ຽວ ອີກ 2 ສະຖານທີ່​ທ່ອງ​ທ່ຽວ​ທີ່ຈັບອົກຈັບໃຈ​ຢູ່​ແຂວງ​ກຽນ​ຢາງ ເປີດປະຕູຕ້ອນຮັບ​ນັກ​ທ່ອງ​ທ່ຽວ
ລາງວັນ​ທ່ອງ​ທ່ຽວ ອາ​ຊຽນ ຍ້ອງ​ຍໍ​ຊົມ​ເຊີຍ 20 ທ້ອງ​ຖິ່ນ, ຫົວໜ່ວຍ​ຂອງ ຫວຽດ​ນາມ
ພິ​ທີ​ມອບລາງວັນ​ທ່ອງ​ທ່ຽວ ອາ​ຊຽນ (ພາບ: bvhttdl.gov.vn)

ໂດຍ​ບໍ່​ຫົວ​ຊາ​ຕໍ່​ຜົນ​ກະ​ທົບ​ຫຍໍ້​ທໍ້​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ຂະ​ແໜງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ລາງວັນ​ອັນ​ລ້ຳ​ຄ່າ ໃນ​ປີນີ້, ຫວຽດ​ນາມ ມີ​ກ່​ວາ 20 ທ້ອງ​ຖິ່ນ ແລະ ຫົວ​ໜ່ວຍ​ໄດ້​ເຊີດ​ຊູ​ຢູ່​ພິ​ທີ​ມອບ​ລາງວັນ​ການ​ທ່ອງ​ທ່ຽວ ອາ​ຊຽນ.

ໂດຍນອນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ອາ​ຊຽນ (ATF) ປີ 2022, ຫວ່າງແລ້ວນີ້, ພິ​ທີ​ມອບ​ລາງວັນ​ການ​ທ່ອງ​ທ່ຽວ ອາ​ຊຽນ ໄດ້​ເປັນ​ກຽດ​ຈັດ​ຕັ້ງ​ຢູ່ Sihanoukville, Campuchia.

ລາງວັນ​ທ່ອງ​ທ່ຽວ ອາ​ຊຽນ ແມ່ນ​ເຫດ​ການທີ່​ໄດ້​ຈັດ​ຕັ້ງ​ປະ​ຈຳ​ປີ ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ທ້ອ​ງ​ຖິ່ນ, ໜ່ວຍ​ງານ​ທີ່​ມີ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ, ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ຂອງ​ເຂດ​ອາຊຽນ ແບບ​ຍືນ​ຍົງ. ນີ້​ກໍ່​ແມ່ນ​ກາ​ລ​ະ​ໂອ​ກາດ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ກໍ່​ຄືບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ທ່ອງ​ທ່ຽວ ທ້ອງ​ຖິ່ນ ສືບ​ຕໍ່​ໂຄ​ສະ​ນາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ.

ທີ​ພິ​ທີ​ປີນີ້, ມີ 20 ທ້ອງ​ຖິ່ນ, ຫົວ​ໜ່ວຍ​ຂອງ ຫວຽດ​ນາມ ໄດ້​ເປັນ​ກ​ຽດ​ຮັບ​ລາງວັນ​ຢູ່ 4 ລາຍ​ການ​ໃຫຍ່​ຄື:

1.ລາງວັນ​ໂຮງ​ແຮມສີ​ຂຽວ ອາ​ຊຽນ

ເຂດ​ພັກ​ຜ່ອນ​ບຳ​ລຸງສຸຂະພາບ H’Mong Village (ແຂວງ​ຮ່າ​ຢາງ)

ໂຮງ​ແຮມພັກ​ຜ່ອນ​ບຳ​ລຸງສຸຂະພາບ Vedana Lagoon Resort & Spa (ແຂວງ​ເທື່ອ​ທຽນ​ເຫ້ວ)

ໂຮງ​ແຮງ​ພັກ​ຜ່ອນ​ບຳ​ລຸງສຸຂະພາບ Minera Hot Spring ບິ່ງ​ເຈົາ (ແຂວງ ບ່າ​ເຣຍ - ຫວຸງ​ເຕົາ)

ໂຮງ​ແຮງ​ພັກ​ຜ່ອນ​ບຳ​ລຸງສຸຂະພາບ Amiana (ແຂວງ​ແຄ໊ງຮ່​ວາ)

ເກີນ​ເທີ Ecolodge (ນະ​ຄອນ ເກິ່ນ​ເທີ)

2.ລາງວັນ​ນະ​ຄອນ​ທ່ອງ​ທ່ຽວ​ສະ​ອາດ ອາ​ຊຽນ

- ນະ​ຄອນ​ຮະ​ລອງ (ແຂວງກວາງ​ນິງ)

- ນະ​ຄອ​ນ​ດ່າ​ລາດ (ແຂວງ​ເລິມ​ດົ່ງ)

- ນະ​ຄອນ ຫວູງ​ເຕົາ (ແຂວງ​ບ່າ​ເຣ້ຍ - ຫວູງ​ເຕົາ)

3. ລ​າງວັນ​ສະ​ຖານ​ທີ່​ຈັດ​ຕັ້ງ MICE ອາ​ຊຽນ

a. ລາຍ​ການ​ຫ້ອງ​ປະ​ຊຸມ, ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ

- ໂຮງ​ແຮມ ລາວ​ກາຍ (ແຂວງ ລາ​ວ​ກາ​ຍ).

- ໂຮງ​ແຮມຜັກ​ຜ່ອນ​ບຳ​ລຸງສຸຂະພາບ Flamingo ກາດ​ບ່າ (ນ​ະ​ຄ​ອນ ຫ໋າຍ​ຝ່ອງ)

-ໂຮງ​ແຮມ Silk Path ເຫ້ວ (ແຂວງ​ເທື່ອ​ທຽນ​ເຫ້ວ)

-ໂຮງ​ແຮນ Anya ກຸຍ​ເຍີນ (ແຂວງ ບິ່ງ​ດິງ)

-ໂຮງ​ແຮງ Pullman ຫວູງ​ເຕົາ (ແຂວງ​ບ່າ​ເຣ​ຍ - ຫວູງເຕົາ)

b. ລາຍ​ການ​ສະ​ຖານ​ທີ່ຈັດງານ​ວາງ​ສະ​ແດງ, ຈັດເຫດ​ການ

- ໂຮງ​ແຮມ​ຜັກ​ຜ່ອນ​ບຳ​ລຸງສຸຂະພາບ Flamingo ດ້າຍ​ລາຍ (ແຂວງວິງ​ຟຸກ)

- ໂຮງ​ແຮມ​ຜັກ​ຜ່ອນ​ບຳ​ລຸງສຸຂະພາບ FLC ແທັງ​ຮ​ວາ (ແຂວງ ແທງ​ຮ​ວາ)

- ໂຮງ​ແຮມ​ຜັກ​ຜ່ອນ​ບຳ​ລຸງ Vinpearl ນາມ​ໂຮ້ຍ​ອານ (ແຂວ​ງກວາງ​ນາມ)

- ໂຮງ​ແຮມ​ຜັກ​ຜ່ອນ​ບຳ​ລຸງສຸຂະພາບ Dalat Palace (ແຂ​ວງ​ເລິມ​ດົ່ງ).

- ສູນກອງ​ປະ​ຊຸມ Pytopia ( ແຂວງ​ຝຸ​ອຽນ)

4. ລາງວັນ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ອາ​ຊຽນ​ແບບ​ຍືນ​ຍົງ

- ຜະ​ລິ​ດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ຢູ່​ຊົນ​ນະ​ບົດ: ເຂດ​ອະ​ນຸ​ລັກ​ຮັກ​ສາ​ໝູ່​ບ້ານ​ເຮືອນ​ຮ້ານ ທ໊າຍ​ຮ່າຍ (ແຂວງ​ທ໊າຍ​ບິ່ງ).

- ຜ​ະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ຢູ່​ຕົວ​ເມືອງ: ຢ້ຽມ​ຊົມ​ນະ​ຄອນ​ເຫ້ວ - 1 ໃນ 5 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ ສູນ​ອະ​ນຸ​ລັກ​ຮັກ​ສາຮ່ອງ​ຮອຍ​ກຸງ​ເກົ່າ​ເຫ້ວ (ແຂວງ​ເທື່ອ​ທຽນ​ເຫ້ວ).

ດ້ວຍ​ຈຳ​ນວນ​ລາງວັນທີ່​ໄດ້ຮັບການ​ເຊີດ​ຊູ​ຢູ່ ATF 2022, ການ​ທ່ອງ​ທ່ຽວ ຫວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ໃນ​ພາກ​ພື້ນ, ພ້ອມ​ທັງ​ແມ່ນ​ຄຳ​ຢັ້ງ​ຢືນ​ກ່ຽວ​ກັບ​ສະ​ຖານ​ທີ່​ນັບ​ພົບ​ທີ່​ປອດ​ໄພ, ຍືນ​ຍົງ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.