ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

08:28 | 04/10/2022

ຍ​ສ​ໝ - ໂດຍນອນ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຮ່າ​ໂນ້ຍ​ ປະ​ມານ 270 ກີ​ໂລ​ແມັດ, ບິ່ງ​ລ້ຽວ ແມ່ນສະ​ຖາ​ທີ່​ຄ້າຍ​ຄື​ກັນ ແລະ ດຶງ​ດູດ​ໃຈ​ສຳ​ລັບ​ຜູ້​ໃດ​ຢາກ​ໄປ​ທ່ອງ​ທ່ຽວ​ຢູ່​ຊາ​ປາ ແຕ່​ບໍ່​ຢາກ​ໄປ​ໄກ.

ເວັບໄຊ​ການ​ທ່ອງ​ທ່ຽວຕ່າງປະເທດ: 10 ນະຄອນທີ່​ພິ​ເສດທີ່ສຸດ​ຂອງ​ຫວຽດ​ນາມ ທີ່​ທ່ານ​ຕ້ອງ​ໄປແວ່​ຢາມ​ ເວັບໄຊ​ການ​ທ່ອງ​ທ່ຽວຕ່າງປະເທດ: 10 ນະຄອນທີ່​ພິ​ເສດທີ່ສຸດ​ຂອງ​ຫວຽດ​ນາມ ທີ່​ທ່ານ​ຕ້ອງ​ໄປແວ່​ຢາມ​
ສົ່ງ​ເສີມ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດນາມ ສົ່ງ​ເສີມ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດນາມ

ບິ່ງ​ລຽວ​ແມ່ນ​ເມືອງ​ເຂດ​ພູ​ສູງ​ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກສ່ຽງເໜືອ​ ແຂວງ​ກ໋ວາງ​ນິງ. ນີ້​ໄດ້​ປຽບ​ເໝືອນ ຊາ​ປາ​ນ້ອຍ ບໍ່​ພຽງ​ແຕ່​ມີ​ໂຄງ​ປະ​ກອບ​ດ້ານ​ພູ​ມີ​ສາດ​ທີ່​ເປັນຫຼາຍ​ຮູບ​ແບບ, ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບ່າຍ​ຕະຫຼອດ​ປີ ເທົ່າ​ນັ້ນ ຫາກ​ຍັງ​ມີ​ທິດ​ທັດ​ທຳ​ມະ​ຊາດທີ່ປະຖົມປະຖານ, ໂຣແມນ​ຕິກອີກ​ດ້ວຍ. ຍິ່ງ​ໄປ​ກ່​ວາ​ນັ້ນ ດິນ​ແດນ​ເຂດ​ຊາຍ​ແດນ​ນີ້ ຍັງ​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຄື ຢາວ, ໄຕ, ຊ໊ານ​ຈີ...

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ການ​ເດີນ​ທາງ

ເພື່ອ​ມາ​ຮອດ​ບິ່ງ​ລ້ຽວ, ເພື່ອນ​ອາດ​ຈະ​ເດີນ​ທາງ​ດ້ວຍຫຼາຍ​ພາ​ຫະ​ນະ​ຄື: ລົດ​ໂອ​ໂຕ, ລົດ​ຈັກ ຫຼື ​ລົດ​ເມ. ຖ້າ​ເພື່ອ​ນ​ຢູ່​ຮ່າ​ໂນ້ຍ, ເພື່ອນ​ອາດ​ຈະ​ເດີນ​ດ້ວຍ​ລົດ​ໃຫຍ່ ຕາມ​ເສັ້ນ​ທາງ​ດ່ວນ ຮ່າ​ໂນ້ຍ - ຫ໋າຍ​ຝ່ອງ. ໄປສຸດ​ເສັ້ນ​ທາງ​ດ່ວນ, ເພື່ອ​ນກໍ່ໄປ​ຕໍ່​ຕາມ​ທິດ​ກ໋​ວາງ​ນິງ, ແລ້ວ​ຢຸດ​ຢູ່ບ່​ອນ​ຕັດ​ກັບ​ເສັ້ນ​ທາງ​ໄປ​ຍັງ​ນະ​ຄອນ​ຮະ​ລອງ. ຈາກ​ນະ​ຄອນ​ຮະ​ລອງ ເພື່ອນ​ໄປ​ຕາມ​ເສັ້ນ​ທາງຫຼວງເລກທີ 18 ແລະ ເສັ້ນ​ທາງຫຼວງເລກທີ 18C ເພື່ອ​ເດີ​ນ​ທາງ​ໄປ​ຍັງ​ບິ່ງ​ລ​ຽວ.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ຖ້າ​ເພື່ອນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ພາກ​ໃຕ້, ເຮືອ​ບິນ​ແມ່ນ​ພາ​ຫະ​ນະ​ທີ່​ເໝາະ​ສົມເພື່ອໃຫ້​ເພື່ອນ​ເລືອກ.

ບິ່ງ​ລຽວ​ງາ​ມ​ທີ່​ສຸດ​ໃນ​ລະ​ດູ​ໃດ?

ແຕ່​ລະ​ລະ​ດູ, ບິ່ງ​ລຽວ​ມີ​ຄວາມ​ດຶງ​ດູດ​ໃຈ​ສະ​ເພາະ​ຂອງ​ຕົນ. ມາ​ຮອດ​ແຫ່ງ​ນີ້​ໃນ​ລະ​ດູ​ບານ​ໃໝ່, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ດອກ​ໄມ້ຫຼາຍ​ຊະ​ນິດ ບານ​ສະ​ຟັ່ງ​ໃນ​ທົ່ວ​ເຂ​ດ​ພູ​ຜາ​ປ່າ​ໄມ້ ແລະ ມີ​ໂອ​ກາດ​ເຂົ້າ​ຮ່ວມ​ບັນ​ດາ​ວັນ​ບຸນ​ເຂດ​ພູ​ສູງ​ທີ່​ພົ້ນ​ເດັ່ນ. ລະ​ດູ​ຮ້ອນ, ບິ່ງ​ລ້ຽວ​ມີ​ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບາຍ​ດ້ວຍ​​ນ້ຳຕົກ​ຕາດຫຼາຍ​ແຫ່ງ, ເໝາະ​ສົມ​ເພື່ອ​ອາບ ແລະ ລອຍ​ນ້ຳ.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ບັນ​ດາ​ສະ​ຖານ​ທີ່​ສວຍງາມ​ດັ່ງ​ໃນ​ພາບ​ຢູ່​ບິ່ງ​ລຽວ

ບິ່ງ​ລຽວ​ພິຊິດໃຈແຂກ​ທ່ອງ​ທ່ຽວ​ດ້ວຍ​ພາບ​ທຳ​ມະ​ຊາ​ດ​ງາ​ມ​ດັ່ງ​ໃນ​ພາບ ດ້ວຍບ​ອາ​ກາດ​ເຢັນ​ສະ​ບາຍ​ປອດ​ໂປ່ງ. ນີ້​ແມ່ນ​ບາງ​ສະ​ຖານ​ທີ່​ດຶງ​ດູດ​ໃຈ​ຢູ່​ບິ່ງ​ລຽວ ເຊິ່ງ​ເພື່ອນ​ບໍ່ຄວນ​ພາດ​.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ຫຼັກ​ໝາຍ 1305

ໂດຍນອນ​ບົນ​ເສັ້ນ​ທາງ​ລາດ​ຕະ​ເວນ​ຊາຍ​ແດນ ບິ່ງ​ລຽວ, ຫຼັກ​ໝາຍ 1305 ແມ່ນ​ໜຶ່ງ​ໃນ 2 ຫຼັກ​ໝາຍທີ່​ມີ​ທີ່​ຕັ້ງ​ສູງ​ທີ່​ສຸດ​ຢູ່​ບໍ​ລິ​ເວນ​ແຂວງ​ກ໋​ວາງ​ນິງ, ເພື່ອ​ນມາ​ຮອດ​ແຫ່ງ​ນີ້, ເພື່ອ​ຕ້ອງ​ຜ່ານ​ພູ​ຜາ​ທີ່​ສູງຊັນທີ່​ໄດ້​ຮັບ​ການ​ຂະ​ໜາມ​ນາມ​ວ່າແມ່ນ ກະ​ດູກ​ສັນຫຼັງ ໂດ​ໂນ​ເສົາ.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ຫຼັກ​ໝາຍ 1297

ໂດຍນອນ​ຢູ່​ຕາ​ແສງ ລຸກ​ຮົ່ນ, ຫຼັກ​ໝາຍ 1297 ນອນ​ຢູ່​ຫ່າງ​ຈາກ​ໃຈ​ກາງ​ເມືອງ​ບິ່ງ​ລ້ຽວ​ປະ​ມານ 30 ກີ​ໂລ​ແມັດ. ມາ​ຮອດ​ແຫ່ງ​ນີ້​ໃນ​ເດືອນ​ຕຸ​ລາ ແລະ ເດືອນ​ພະ​ຈິກ​ໃນ​ທຸກ​ປີ, ເພື່ອນ​ຈະ​ມີ​ໂອ​ກາດ​ຮັບ​ຊົມ​ທົ່ງ​​ຫຍ້າເລົາທີ່​ຍາວ​ຢຽດ​ຈົນ​ສຸດ​ສາຍ​ຕາ ສວຍ​ງາ​ມ​ດັ່ງ​ເມກ.

ນ້ຳ​ຕົກ​ຕາດ ແຄ ວັ່ນ

ນ້ຳ​ຕົກ​ຕາດ ແຄ ວັ່​ນ ມີ​ຄວາມ​ສູງ​ກ່​ວາ 1000 ແມັດ ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ. ເລີ່​ມ​ແຕ່​ສາຍ​ພູ ແຄ ວັ່ນ - ທົງ​ເຈົາ, ນ້ຳ​ຕົກ​ຕາດ​ໄດ້​ໄຫຼ​ລົງ​ແຕ່​ສູງ, ປົນ​ກັບ​ແສງ​ແດດ​ກາຍ​ເປັນ​ສະ​ຖານ​ທີ່​ສວຍ​ງາມ​ສຸດໆ.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ພູ​ກາວ​ລີ

ດ້ວຍ​ຄວາມ​ສູງ​ປະ​ມານ 1000 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ພູ​ກາວ​ລີ ແມ່ນ​ສະ​ຖານ​ທີ່ທີ່​ດີ​ໃຫ້​ແກ່​ເພື່ອນທີ່​ມາ​​ຊົມ​ຄວາມປະສານກົມກຽວກັນລະ​ຫວ່າງ​ດິນ ແລະ ຟ້າ, ສູດ​ອາ​ກາດ​ທີ່​ປອດ​ໂປ່ງ​ເຢັນ​ສະ​ບາຍ, Camping ແລະ ຜັກ​ຜ່ອນ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ. ຍ້ອນ​ວ່າ​ໃກ້​ກັບ​ທະ​ເລ ແລະ ມີ​ຄວາມ​ຜິດ​ດ່ຽງ​ຄວາມ​ສູງຫຼາຍ, ດັ່ງ​ນັ້ນ​ສ່ວນຫຼາຍ​ຢູ່ພູ​ນີ້​ມີ​ໝອກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເມື່ອ​ມາ​ແຫ່ງ​ນີ້​ໃນ​ວັນ​ທີ່​ມີ​ອາ​ກາດ​ດີ, ແຂກ​ທ່ອງ​ທ່ຽວ​ຍັງ​ອາດ​ຈະ​ເຫັນ​ທະ​ເລ​ໝອກນຳອີກ.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ອາ​ຫານ​ການ​ກິນ​ທີ່​ມີ​ຊື່​ສຽງ​ຢູ່​ບິ່ງ​ລ້ຽວ ແນ່ນອນ​ຕ້ອງ​ລອງກິນ

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ມາ​ບິ່ງ​ລຽວ, ເພື່ອນ​ຄວນ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ແຊບ​ໆ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ຂີດ​ໝາຍ, ວັດ​ທະ​ນະ​ທຳ​ຄື ໄກ່​ດຳ​ບິ່ງ​ລຽວ, ເຝີຂົ້ວ​ບິ່ງ​ລຽວ, ເຂົ້າ​ໜຽວສີ... ມີ​ບາງ​ເຍື່ອງອາ​ຫານ​ເພື່ອນ​ບໍ່​ເຄີຍ​ກິນ, ແຕ່​ແນ່ນອນ​ວ່າ ມີຫຼາຍ​ເຍື່ອງ​ອາ​ຫານ​ທີ່​ເພື່ອນ​ບໍ່​ຮູ້​ຈັກ​ເຖິງ.

ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ
ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ
ຄົ້ນຫາບິ່ງລຽວ - ຊາປາຂະໜາດນ້ອຍ ດ້ວຍຫຼາຍສະຖານທີ່ຫົກເຮື້ອສວຍສົດງົດງາມຢູ່ ທ່າມກາງແຂວງ ກ໋ວາງນິງ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.