ອີກ 2 ສະຖານທີ່​ທ່ອງ​ທ່ຽວ​ທີ່ຈັບອົກຈັບໃຈ​ຢູ່​ແຂວງ​ກຽນ​ຢາງ ເປີດປະຕູຕ້ອນຮັບ​ນັກ​ທ່ອງ​ທ່ຽວ

22:15 | 02/09/2023

ຍສໝ - ພາຍຫຼັງທີ່​ໄດ້​ປິດປະຕູ​ເປັນ​ເວລາຍາວ ​ຍ້ອນ​ຜົນ​ກະທົບ​ຂອງ​ພະຍາດ​ໂຄ​ວິດ-19, ປ່າ​ສະຫງວນ​ແຫ່ງ​ຊາດອູມີງເຖື້ອງ ​ແລະ ​ເຂດ​ທ່ອງ​ທ່ຽວວັດຮາງ, ໜ່ວຍພູຟູ່ຕື໊, ​ເມືອງ ກຽນເລືອງ (ກຽນຢາງ) ​ໄດ້​ເປີດ​ບໍລິການ​ຄືນ​ໃໝ່ ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ, ເຊິ່ງນັດພົບເປັນສະຖານທີ່ທ່ອງທ່ຽວນິເວດທີ່ປອດ​ໄພໃຫ້ແກ່ນັກທ່ອງທ່ຽວ ໃນຊ່ວງປີໃໝ່ປີຂານ 2022.

ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ
The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022

ຕາມ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​​ປ່າ​ສະ​ຫງວນ​ແຫ່ງ​ຊາດອູມີງເຖື້ອງ ເຈິ່ນວັນຖັ໊ງ ແລ້ວ, ອີງ​ຕາມ​ແຜນ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກຽນຢາງ ກ່ຽວ​ກັບ​ການ​ຟື້ນ​ຟູ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ມາ​ຢ້ຽມ​ຢາມ ແລະ ລະຫຼິ້ນບັນ​ເທີງ, ປ່າ​ສະ​ຫງວນ​ແຫ່ງ​ຊາດອູມີງເຖື້ອງ ໄດ້​ເປີດບໍລິການ​ຄືນ​ໃໝ່​ແຕ່​ເວ​ລາ 5:30 ໂມງ​ເຊົ້າ ໃນວັນທີ 20 ມັງກອນ.

ນັກທ່ອງທ່ຽວທີ່ໄປທ່ອງທ່ຽວທາງນິເວດ ແລະຕຶກປາ ຕ້ອງຮັບປະກັນວ່າ ໄດ້ສັກວັກຊີນກັນໂຄວິດ-19 ຄົບ 2 ເຂັມ ຫຼືຫາຍດີຈາກພະຍາດໂຄວິດ-19 ພາຍໃນ 6 ເດືອນໄລ່ຮອດເວລາມາຍັງທ້ອງຖິ່ນ.

ອີກ 2 ສະຖານທີ່​ທ່ອງ​ທ່ຽວ​ທີ່ຈັບອົກຈັບໃຈ​ຢູ່​ແຂວງ​ກຽນ​ຢາງ ເປີດປະຕູຕ້ອນຮັບ​ນັກ​ທ່ອງ​ທ່ຽວ
ປ່າສະຫງວນແຫ່ງຊາດອູມີງເຖື້ອງ. ພາບ: MekongDeltaExplorer

ປ່າສະຫງວນແຫ່ງຊາດອູມີງເຖື້ອງ ຕັ້ງຢູ່ໃນລະບົບສະຫງວນຊີວະພາບໂລກ, ມາທີ່ນີ້ ນັກທ່ອງທ່ຽວມີໂອກາດໄດ້ຄົ້ນຫາລະບົບນິເວດປ່າໄມ້ ເຂດຮ້ອນ ຖືກນໍ້າຖ້ວມຢູ່ຫວຽດນາມ, ເຊິ່ງຫາຍາກໃນໂລກ.

ທ່ານ​ຫົວໜ້າ​ສູນ​ວັດທະນະທຳ, ກິລາ ​ແລະ ວິທະຍຸ​ກະຈາຍສຽງ​ແຂວງກຽນເລືອງ ​ໂຮ່ວັນລຶກ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ເກືອບ 2 ປີ​ແຫ່ງ​ການ​ສ້ອມ​ແປງ ​ແລະບູລະນະ ປະຕິສັງຂອນ​ເຂດ​ທ່ອງ​ທ່ຽວວັດຮາງ, ໜ່ວຍພູຟູ່ຕື໊, ມາ​ຮອດ​ປະຈຸ​ບັນ, ບັນດາ​ລາຍການ​ໄດ້​ຮັບ​ການ​ກໍ່ສ້າງສໍາເລັດ​ໂດຍ​ພື້ນຖານ​ແລ້ວ, ກຽມພ້ອມເປີດໃຫ້ ບໍລິການຮັບໃຊ້ນັກທ່ອງທ່ຽວຕັ້ງແຕ່ວັນທີ 28 ມັງກອນເປັນຕົ້ນໄປ.

​​ເຂດ​ທ່ອງ​ທ່ຽວວັດຮາງ, ໜ່ວຍພູຟູ່ຕື໊ ມີ​ເນື້ອ​ທີ່​ປະມານ 42 ​ເຮັກຕາ ​ຕັ້ງ​ຢູ່​ຕາ​ແສງ ບິ່ງ​ອານ, ​ເມືອງກຽນເລືອງ, ​ໄດ້​ຮູ້​ຈັກ​ເຖິງ​ບັນດາ​ສະຖານ​ທີ່​ທັດສະນີ​ຍະ​ພາບ​ໜ່ວຍພູຟູ່ຕື໊ ​ໃນ​ນັ້ນ​ມີ​ຖ້ຳຫຼາຍ​ແຫ່ງ, ພູ​ຫີນ​ທີ່​ມີ​ຮູບ​ຮ່າງ​ເປັນ​ເອກະລັກ​ສະ​ເພາະ. ຫາດ​ຊາຍ​ທອງ​ທຳ​ມະ​ຊາດ​ປຽບດັ່ງ​ອ່າວ​ຮ້າ​ລອງ​ທາງ​ພາກ​ໃຕ້.

​ໃນ​ແຜນການ​ພັດທະນາ​ການທ່ອງທ່ຽວ, ​ເມືອງກຽນເລືອງ ຫວັງວ່າ, ​ເຂດ​ທ່ອງ​ທ່ຽວ ວັດຮາງ ​ແລະ ໜ່ວຍພູຟູ່ຕື໊ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ພັກຜ່ອນ​ຢ່ອນ​ອາລົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ບູນມີ

ເຫດການ
302 Found

Found

The document has moved here.